ແກ່ນທ້າວ ປຶກສາຫາລື ການເກັບກໍາຂໍ້ມູນ ຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ

18/10/2024 13:05
ຂປລ ຂປລ. ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົມານີ້, ເມືອງແກ່ນທ້າວ ຈັດ ກອງປະຊຸມ ປຶກສາຫາລືກ່ຽວກັບການເກັບກໍາຂໍ້ມູນ ເພື່ອຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ ໂດຍມີ ທ່ານ ສີຄານ ແກ່ນມະນີ

   

\   ຂປລ. ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົມານີ້, ເມືອງແກ່ນທ້າວ ຈັດ ກອງປະຊຸມ ປຶກສາຫາລືກ່ຽວກັບການເກັບກໍາຂໍ້ມູນ ເພື່ອຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ ໂດຍມີ ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ, ຜູ້ຊີ້ນໍາວຽກງານເສດຖະກິດ, ມີຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານຮັບຜິດຊອບວຽກງານຄົ້ນຄວ້າ-ສັງລວມ ເຂົ້າຮ່ວມ.   ການຈັດກອງປະຊຸມຄັ້ງນີ້, ເພື່ອເປັນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກ ເມືອງແກ່ນທ້າວ ທີ່ຈະໄຂຂຶ້ນໃນຕົ້ນປີ 2025  ແລະ ກຽມໃຫ້ແກ່ການລົງນໍາພາ, ຕິດຕາມ, ຊຸກຍູ້ ກ່ຽວກັບການ ກໍາຂໍ້ມູນ ເພື່ອຄິດໄລ່ ການເຕີບໂຕຂອງເສດຖະກິດ ແລະ ເພື່ອຄວາມເປັນເອກະພາບກັບບັນດາຫ້ອງການກ່ຽວຂ້ອງ ຢູ່ພາຍໃນເມືອງ. ກອງປະຊຸມ ໄດ້ແນະນໍາການເກັບກໍາຂໍ້ມູນ ເພື່ອຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ ແຕ່ປີ 2012 ຮອດ ປີ 2024 ແລະ ປຶກສາຫາລືຮ່ວມກັນ.   ໂອກາດນີ້, ທ່ານ ສີຄານ ແກ່ນມະນີ ກໍໄດ້ມີຄໍາເຫັນໃຫ້ບັນດາຫ້ອງການທີ່ກ່ຽວຂ້ອງ ຮີບຮ້ອນ ເກັບກໍາຂໍ້ ມູນຄືນ ເພື່ອສົ່ງໃຫ້ຫ້ອງການແຜນການ ແລະ ການລົງທຶນເມືອງ ສັງລວມ ເພື່ອລາຍງານຄະນະວິຊາການຂັ້ນແຂວງ ທີ່ຈະລົງເຮັດວຽກຮ່ວມກັບຄະນະວິຊາການຂັ້ນເມືອງ ໃນມໍ່ໆນີ້.

ຂ່າວ: ແກ່ນທ້າວ.

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊ

      10/18/2024 1:56:09 PM

      ຂປລ. ການຊ່ວງເຮືອ​ປະເພນີ​ ປະຈໍາປີ​ 2024​ ທີ່ນະຄອນປາກເຊ​ ແຂວງຈໍາປາສັກ​ ເປີດຂຶ້ນຢ່າງຍິ່ງໃຫຍ່​ ຢູ່ບໍລິເວນແຄມນໍ້າເຊໂດນ ບ້ານທ່າສາລາຄໍາ ໃນວັນທີ 18 ຕຸລາ 2024 ໂດຍການໃຫ້ກຽດເຂົ້າຮ່ວມ​ ທ່ານ ​ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປາສັກ,​ ມີກົງສູນໃຫຍ່ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາ​ພາກໃຕ້ລາວ ທີ່ນະຄອນປາກເຊ,​ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ​ ຣາຊະອານາຈັກກຳປູເຈຍ,​ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ​

    • ສໍາມະນາ ການຄຸ້ມຄອງຖິ່ນກໍາເນີດຜ້າໄໝຫົວພັນວັດທະນະທຳ-ສັງຄົມ

      ສໍາມະນາ ການຄຸ້ມຄອງຖິ່ນກໍາເນີດຜ້າໄໝຫົວພັນ

      10/18/2024 1:13:04 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ວັນທີ 16 ຕຸລາ 2024 ຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າແຂວງຫົວພັນ ຈັດສຳມະນາກ່ຽວກັບການຄຸ້ມຄອງຖິ່ນກຳເນີດ ແບບລວມໝູ່ສຳລັບພາກສ່ວນກ່ຽວຂ້ອງ ຂັ້ນທ້ອງຖິ່ນແຂວງຫົວພັນ

    • ຫ້ອງການ ອຄ ເມືອງແກ່ນທ້າວ ຕິດຕາມ  ກວດກາການກໍານົດຄ່າບໍລິການລ້າງລົດວັດທະນະທຳ-ສັງຄົມ

      ຫ້ອງການ ອຄ ເມືອງແກ່ນທ້າວ ຕິດຕາມ ກວດກາການກໍານົດຄ່າບໍລິການລ້າງລົດ

      10/18/2024 12:59:10 PM

      ຂປລ. ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົມານີ້, ຫ້ອງການອຸດສາຫະກໍາ ແລະ ການຄ້າ(ອຄ) ເມືອງແກ່ນທ້າວ ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລະ ອົງການກວດ

    • ບຸນຊ່ວງເຮືອ ປະຈໍາປີ 2024 ຢູ່ ນວ  ຮັກສາໄດ້ມູນເຊື້ອວັດທະນະທໍາອັນດີງາມວັດທະນະທຳ-ສັງຄົມ

      ບຸນຊ່ວງເຮືອ ປະຈໍາປີ 2024 ຢູ່ ນວ ຮັກສາໄດ້ມູນເຊື້ອວັດທະນະທໍາອັນດີງາມ

      10/18/2024 11:36:44 AM

      ຂປລ. ບຸນອອກພັນສາປະວໍລະນາ ກໍຄື ບຸນຊ່ວງເຮືອ ປະຈຳປີ 2024 ຈັດຂຶ້ນຢ່າງຄຶກຄື້ນ ໄປຄຽງຄູ່ກັບການຮັກສາມູນເຊື້ອ ວັດທະນະທຳອັນດີງາມຂອງຊາດ ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ (ນວ) ໃນລະຫວ່າງວັນທີ 15-18 ຕຸລາ 2024 ເຊິ່ງໃນມື້ສຸດທ້າຍ ຂອງງານ ໃນວັນທີ 18 ຕຸລາ ໄດ້ມີການແຂ່ງຂັນຊ່ວງເຮືອປະເພນີ 55 ສີພາຍ ຍິງ-ຊາຍ ໂດຍມີ ການນຳພັກ, ລັດ, ນະຄອນຫລວງ, ເມືອງ ພ້ອມດ້ວຍ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາເບິ່ງ, ມາຊົມ, ມາເຊຍ ການແຂ່ງຂັນ ຢ່າງຄຶກຄື້ນ,

    • ຮອງນາຍົກລັດຖະມົນຕີ ຮ່ວມໃສ່ບາດ ບຸນອອກພັນສາ ທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນຕີ ຮ່ວມໃສ່ບາດ ບຸນອອກພັນສາ ທີ່ນະຄອນປາກເຊ

      10/17/2024 1:47:29 PM

      ຂປລ. ​ຕອນເຊົ້າວັນທີ 17 ຕຸລາ​ 2024,​ ກົງກັບຂຶ້ນ 15 ຄໍ່າ ເດືອນ​ 11​ ລາວ ພສ 2567,​ ເປັນວັນບຸນ ອອກພັນສາປະວໍຣະນາ,​ ທ່ານ​ ກິ​ແກ້ວ​ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມ​ພັນລະຍາ, ທ່ານ​ ບົວລີ​ ເພັດສົງຄາມ ເຈົ້ານະຄອນ​ປາກເຊ​ ພ້ອມພັນລະຍາ​ ໄດ້ເຂົ້າຮ່ວມທຳບຸນໃສ່ບາດ​ ນໍາພໍ່ແມ່ປະຊາຊົນຄົນລາວຊາວພຸດ ຢູ່ວັດຫລວງ​ປາກເຊ

ads
ads

Top