ເປີດຂະບວນແຂ່ງຂັນກິລາ ຊີງຂັນທ່ານເຈົ້າແຂວງວຽງຈັນ

23/10/2024 12:08
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ແຂວງວຽງຈັນ ເປີດຂະບວນການແຂ່ງຂັນກິລາ ຊີງຂັນທ່ານເຈົ້າແຂວງ ​ໃນ​ວັນ​ທີ 22-24 ຕຸລາ 2024 ເພື່ອສ້າງຂະບວນການສະເຫລີມສະ ຫລອງ ວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ​ໂດຍການແຂ່ງຂັນປະກອບ​ມີ ມີ 4

  

\ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ແຂວງວຽງຈັນ ເປີດຂະບວນການແຂ່ງຂັນກິລາ ຊີງຂັນທ່ານເຈົ້າແຂວງ ​ໃນ​ວັນ​ທີ 22-24 ຕຸລາ 2024 ເພື່ອສ້າງຂະບວນການສະເຫລີມສະ ຫລອງ ວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ​ໂດຍການແຂ່ງຂັນປະກອບ​ມີ ມີ 4 ປະເພດກິລາຄື: ກິລາເປຕັງ, ບານສົ່ງ, ກະຕໍ້ ແລະ ກິລາດອກປີກໄກ່. ໃນນີ້, ແຕ່ລະປະເພດປະກອບມີຜູ້​ເຂົ້າ​ແຂ່ງຂັນ ຮຸ້ນທົ່ວໄປ, ຮຸ້ນອາວຸໂສ ແລະ ການນຳ.
  ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ
​ໄດ້​ມີ​ຄໍາ​ເຫັນ​ໃນ​ພິທີ​ຄັ້ງນີ້ວ່າ: ການສ້າງຂະບວນການດ້ານກິລາເປັນສິ່ງທີ່ດີ ເພາະການຫລິ້ນກິລາເຮັດໃຫ້ເຮົາມີຮ່າງກາຍແຂງແຮງ, ມີສຸຂະພາບຈິດແຈ່ມໃສ, ສ້າງໄດ້ຄວາມສາມັກຄີພາຍໃນຄອບຄົວ ກໍຄື ອົງການຈັດຕັ້ງ, ຊຸກຍູ້ສົ່ງເສີມໃຫ້ໄວລຸ້ນຍຸກໃໝ່ ຫັນມາຮັກກິລາ, ຫລິ້ນກິລາໃຫ້ຫລາຍຂຶ້ນ ເພື່ອໃຫ້ເຂົາເຈົ້າໃຊ້ເວລາວ່າງໃຫ້ເປັນປະໂຫຍດ ແລະ ຍັງຫ່າງໄກຈາກຢາເສບຕິດຕື່ມອີກ ດັ່ງຄຳເວົ້າທີ່ວ່າ “ເສຍເຫື່ອໃຫ້ກິລາ ດີກວ່າເສຍນ້ຳຕາໃຫ້ຢາເສບຕິດ”.
   ທ່ານ ຄຳ ຂັນທະວີວອນ ວ່າການຫົວໜ້າພະແນກ ສຶກສາທິການ ​ແລະ ກິລາ ແຂວງ ​ໄດ້ກ່າວວ່າ: ຈຸດປະສົງຂອງການເປີດຂະບວນການແຂ່ງຂັນກິລາຊີງຂັນທ່ານເຈົ້າແຂວງວຽງຈັນໃນຄັ້ງນີ້ ເພື່ອສະເຫລີມສະຫລອງວັນຄູແຫ່ງຊາດ ຄົບຮອບ
30 ປີ ແລະ ເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ. ພ້ອມນີ້, ກໍເປັນການຊຸກຍູ້ສົ່ງເສີມໃຫ້ຊາວໜຸ່ມໄດ້ມີໂອກາດມາຫລິ້ນກິລາ ເພື່ອສ້າງຄວາມສາມັກຄີ ແລະ ມີສຸຂະພາບແຂ່ງແຮງອີກດ້ວຍ.

KPL

ຂ່າວອື່ນໆ

ads
ads

Top