ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ພົບປະກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ

23/10/2024 15:48
ຂປລ ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ພົບປະ ເຈລະຈາກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ຢູ່ວັງແກຣມແລັງ ທີ່ນະຄອນຄາຊານ ຂອງຣັດເຊຍ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 22 ຕຸລານີ້, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ພົບປະ ເຈລະຈາກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ຢູ່ວັງແກຣມແລັງ ທີ່ນະຄອນຄາຊານ ຂອງຣັດເຊຍ.ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ໄດ້ຊີ້ອອກວ່າ: ປີນີ້ແມ່ນປີທີ່ ສປ ຈີນ-ຣັດເຊຍ ສ້າງຕັ້ງ ສາຍພົວພັນ ທາງການທູດ ຄົບຮອບ 75 ປີ. ຕະຫລອດ ໄລຍະ 75 ປີຜ່ານມາ, ການພົວພັນ ລະຫວ່າງ ສປ ຈີນ-ຣັດເຊຍ ແມ່ນຮ່ວມທຸກ ຮ່ວມສຸກ ນຳກັນ, ໄດ້ຄົ້ນຄວ້າ ວາງອອກວິທີ ຢູ່ຮ່ວມກັນ ຢ່າງຖືກຕ້ອງ ລະຫວ່າງ ປະເທດໃຫຍ່ ໃກ້ຄຽງກັນ ທີ່ “ບໍ່ຮ່ວມກຸ່ມບໍ່ເປັນ ປໍລະປັກກັນບໍ່ແນໃສ່ ຝ່າຍທີ 3”. ສອງຝ່າຍ ໄດ້ລົງເລິກ ແລະ ບຸກເບີກ ການປະສານງານ ດ້ານຍຸດທະສາດ ຮອບດ້ານ ແລະ ການຮ່ວມມື ຕົວຈິງ ໃນແຕ່ລະ ຂົງເຂດ ຢ່າງບໍ່ຢຸດຢັ້ງ, ທຸ້ມເທ ກຳລັງແຮງ ຢ່າງເຂັ້ມແຂງ ເຂົ້າໃນ ການຊຸກຍູ້ ໃຫ້ການພັດທະນາ ມີຄວາມຈະເລີນ ຮຸ່ງເຮືອງ ແລະ ການສ້າງຄວາມທັນສະໄໝ ຂອງສອງປະເທດ. ສປ ຈີນ ຕີລາຄາສູງຕໍ່ ວຽກງານທີ່ ຣັດເຊຍ ໄດ້ກະກຽມ ເພື່ອຈັດກອງປະຊຸມ ສຸດຍອດ ບຣິກສ໌ ຄັ້ງທີ 16 ໃນຖານະ ເປັນປະເທດ ປະທານ. ຈາກນັ້ນ ທ່ານ ວະລາດີເມຍ ປູຕິນ ໄດ້ກ່າວວ່າ: ໃນໄລຍະ 75 ປີຜ່ານມາ, ການພົວພັນ ລະຫວ່າງ ຣັດເຊຍ- ສປ ຈີນ ໄດ້ຮັກສາ ການພັດທະນາ ທີ່ມີລະດັບສູງ, ການຮ່່ວມມື ຕົວຈິງ ໃນແຕ່ລະຂົງເຂດ ໄດ້ຮັບການຊຸກຍູ້ ຢ່າງຕໍ່ເນື່ອງ. ຣັດເຊຍຫວັງວ່າ ຈະດຳເນີນ ການຮ່ວມມືກັບ ສປ ຈີນ ຢ່າງເລິກເຊິ່ງ ກວ່າເກົ່າ ຕື່ມອີກ, ເປັນການຊ່ວຍເຫລືອ ການພັດທະນາ ຂອງສອງປະເທດ ໃຫ້ຈະເລີນ ຮຸ່ງເຮືອງ. ຍິນດີປະສານງານກັນກັບ ສປ ຈີນ ຢ່າງແໜ້ນແຟ້ນ, ຊຸກຍູ້ໃຫ້ “ການຮ່ວມມື ບຣິກສ໌ໃຫຍ່” ໄດ້ຮັບຜົນງານ ຢ່າງຕັ້ງໜ້າ ທີ່ບໍ່ຢຸດຢັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top