ສປ ຈີນ ສົ່ງດາວທຽມສຳຫລວດທາງໄກກຸ່ມ 03 ເລກ 43 ຂຶ້ນສູ່ອະວະກາດ ສຳເລັດ

23/10/2024 15:35
Email Print 106
ຂປລ ສປ ຈີນ ໄດ້ນຳໃຊ້ ຈະຫລວດ ສົ່ງຍານ ຊາງເຈິ່ງ 2-C, ສົ່ງດາວທຽມ ສຳຫລວດ ທາງໄກກຸ່ມ 03 ເລກ 43 ຂຶ້ນສູ່ ອະວະກາດ ຢ່າງສຳເລັດຜົນ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 23 ຕຸລານີ້, ຢູ່ສູນສົ່ງ ດາວທຽມ ຊີ່ຊ່າງຂອງ ສປ ຈີນ ໄດ້ນຳໃຊ້ ຈະຫລວດ ສົ່ງຍານ ຊາງເຈິ່ງ 2-C, ສົ່ງດາວທຽມ ສຳຫລວດ ທາງໄກກຸ່ມ 03 ເລກ 43 ຂຶ້ນສູ່ ອະວະກາດ ຢ່າງສຳເລັດຜົນ, ດາວທຽມ ໄດ້ເຂົ້າສູ່ ວົງໂຄຈອນ ທີ່ກຳນົດໄວ້ ຢ່າງສະດວກ ສະບາຍ, ພາລະກິດ ການສົ່ງດາວທຽມ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ. ສຳລັບ ດາວທຽມ ສຳຫລວດ ທາງໄກ ກຸ່ມ 03 ເລກ 43 ຕົ້ນຕໍ ແມ່ນນຳໃຊ້ ເຂົ້າໃນການດຳເນີນ ການທົດລອງ ເຕັກນິກໃໝ່ ຂອງລະບົບ ກຸ່ມດາວ ຢູ່ວົງໂຄຈອນຕ່ຳ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top