ສສ ຫວຽດນາມ ຈັດພິທີ ມອບ-ຮັບ ວຽກງານປະທານປະເທດ

23/10/2024 15:28
ຂປລ ຫ້ອງວ່າການ ປະທານ ປະເທດ ຫວຽດນາມ ໄດ້ຈັດພິທີ ມອບ-ຮັບ ວຽກງານ ປະທານ ປະເທດ ລະຫວ່າງ ທ່ານ ໂຕເລິມ, ເລຂາທິການໃຫຍ່ ຫວຽດນາມ ແລະ ທ່ານ ເລືອງເກືອງ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ພິທີດັ່ງກ່າວ ໂດຍມີ ຄະນະການນຳ ລະດັບສູງ ຂອງ ສສ ຫວຽດນາມ ເຂົ້າຮ່ວມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 22 ຕຸລາ, ຢູ່ທຳນຽບ ປະທານ ປະເທດ, ຫ້ອງວ່າການ ປະທານ ປະເທດ ຫວຽດນາມ ໄດ້ຈັດພິທີ ມອບ-ຮັບ ວຽກງານ ປະທານ ປະເທດ ລະຫວ່າງ ທ່ານ ໂຕເລິມ, ເລຂາທິການໃຫຍ່ ຫວຽດນາມ ແລະ ທ່ານ ເລືອງເກືອງ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ພິທີດັ່ງກ່າວ ໂດຍມີ ຄະນະ ການນຳລະດັບສູງຂອງ ສສ ຫວຽດນາມ ເຂົ້າຮ່ວມ.  ໃນໂອກາດນີ້ ທ່ານ ໂຕເລິມ, ເລຂາທິການໃຫຍ່  ກ່າວສະແດງ ຄວາມເຊື່ອ ໝັ້ນຕໍ່ ທ່ານ ເລືອງເກືອງ, ປະທານ ປະເທດ ຈະເຂົ້າເຖິງວຽກງານໃໝ່ ຢ່າງວ່ອງໄວ, ມີການຊີ້ນຳ ຢ່າງໃກ້ຊິດ, ທັນການ, ມີປະສິດທິຜົນ; ນຳພາປະຊາຊົນ ປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຢ່າງມີໄຊ, ນຳພາປະເທດຊາດ ກ້າວເຂົ້າສູ່ ສັງກາດໃໝ່ ທີ່ສົດໃສ, ສະຫງ່າ ອົງອາດ, ປະກອບສ່ວນເຂົ້າ ໃນການສ້າງ ແລະ ປົກປັກ ຮັກສາ ປະເທດ ຫວຽດນາມ ສັງຄົມນິຍົມ.ຈາກນັ້ນ, ທ່ານ ເລືອງເກືອງ, ປະທານປະເທດ  ໄດ້ຂຶ້ນກ່າວ ຢັ້ງຢືນ ໃນການເສີມຂະຫຍາຍ ມູນເຊື້ອ ອັນສະຫງ່າລີສີ ຂອງຫ້ອງວ່າການ ປະທານ ປະເທດ ໃນຕະຫລອດ ໄລຍະ ແຫ່ງການສ້າງສາ ແລະ ເຕີບໃຫຍ່ ມາເປັນເວລາ ຫລາຍກວ່າ 75 ປີ; ສືບຕໍ່ ຜົນສຳເລັດ ແລະ ຄຳຊີ້ນຳຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ . ພ້ອມທັງ ບັນດາການນຳ, ພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານ ຂອງຫ້ອງວ່າການ ປະທານ ປະເທດ ສືບຕໍ່ ສາມັກຄີ, ເປັນເອກະພາບ; ເສີມຂະຫຍາຍ ນ້ຳໃຈຄວາມຮັບຜິດຊອບ, ຄວາມສຸດຈິດ ສຸດໃຈ, ດຸໝັ່ນ, ເປັນເຈົ້າການ, ປະດິດຄິດສ້າງ, ຍູ້ແຮງ ການແຂ່ງຂັນ, ສ້າງອົງຄະນະພັກ ແລະ ອົງການ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ ຢ່າງຮອບດ້ານ, ປະຕິບັດ ທຸກໜ້າທີ່ ເປັນຢ່າງດີ, ສົມກັບ ເປັນອົງການ ຄົ້ນຄວ້າ, ເປັນເສນາທິ ການຍຸດທະສາດ ຮັບໃຊ້ ປະທານ ປະເທດ, ຮອງປະທານ ປະເທດ.ກ່ອນໜ້ານີ້, ທ່ານ ເລືອງເກືອງ, ປະທານ ປະເທດ ຫວຽດນາມ ໄດ້ໄປຈູດທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນ ເລກທີ 67 ແລະ ຢ້ຽມຢາມ ເຂດອະນຸສອນ ສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບ ປະທານ ປະເທດ  ຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top