ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊ

18/10/2024 13:56
ຂປລ ຂປລ. ການຊ່ວງເຮືອ​ປະເພນີ​ ປະຈໍາປີ​ 2024​ ທີ່ນະຄອນປາກເຊ​ ແຂວງຈໍາປາສັກ​ ເປີດຂຶ້ນຢ່າງຍິ່ງໃຫຍ່​ ຢູ່ບໍລິເວນແຄມນໍ້າເຊໂດນ ບ້ານທ່າສາລາຄໍາ ໃນວັນທີ 18 ຕຸລາ 2024 ໂດຍການໃຫ້ກຽດເຂົ້າຮ່ວມ​ ທ່ານ ​ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປາສັກ,​ ມີກົງສູນໃຫຍ່ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາ​ພາກໃຕ້ລາວ ທີ່ນະຄອນປາກເຊ,​ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ​ ຣາຊະອານາຈັກກຳປູເຈຍ,​ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ​



ຂປລ. ການຊ່ວງເຮືອ​ປະເພນີ​ ປະຈໍາປີ​ 2024​ ທີ່ນະຄອນປາກເຊ​ ແຂວງຈໍາປາສັກ​ ເປີດຂຶ້ນຢ່າງຍິ່ງໃຫຍ່​ ຢູ່ບໍລິເວນແຄມນໍ້າເຊໂດນ ບ້ານທ່າສາລາຄໍາ ໃນວັນທີ 18 ຕຸລາ 2024 ໂດຍການໃຫ້ກຽດເຂົ້າຮ່ວມ​ ທ່ານ ​ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ
,​ ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປາສັກ,​ ມີກົງສູນໃຫຍ່ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາ​ພາກໃຕ້ລາວ ທີ່ນະຄອນປາກເຊ,​ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ​ ຣາຊະອານາຈັກກຳປູເຈຍ,​ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ​ ທີ່ນະຄອນ​ປາກເຊ​, ຮອງເຈົ້າແຂວງຊຽງແຕງ, ຮອງເຈົ້າແຂວງແພຣະວີຮາຍ ຣາຊະອານາຈັກກຳປູເຈຍ,​ ຜູ້ແທນຈັງຫວັດອຸບົນຣາຊະທານີ​ ຣາຊະອານາຈັກໄທ, ການນໍາ 9 ຕົວເມືອງ ແລະ ການນໍານະຄອນປາກເຊ​, ພໍ່ແມ່ປະຊາຊົນພາຍໃນແຂວງຈໍາປາສັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ໃນພິທີ
,​ ທ່ານ​ ບົວລີ​ ເພັດສົງຄາມ​​ ເຈົ້ານະຄອນ​ປາກເຊ​ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນຊ່ວງເຮືອປະເພນີ​ ປະຈໍາປີ​ 2024​ ທີ່ ນະຄອນປາກເຊ ເພື່ອເປັນການອະນຸລັກ ຮັກສາຮີດຄອງປະເພນີອັນດີງາມ ໃຫ້ຍືນຍົງຄົງຕົວ ແລະ ສືບສານຕໍ່ ໄປ​ ທັງເປັນການສົ່ງເສີມ ການທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ແຂວງ ຈໍາປາສັກ ກໍຄື ນະຄອນປາກເຊໃຫ້ຫລາຍຂຶ້ນ, ປະກອບສ່ວນຊຸກຍູ້ ການພັດທະນາເສດຖະກິດ​- ສັງຄົມ ໃຫ້ມີຄວາມເຂັ້ມແຂງ ຕາມທີ່ກຳນົດອອກ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ Vlll​ ຂອງອົງຄະນະພັກແຂວງຈໍາປປາສັກ ວ່າ: ສ້າງນະຄອນປາກເຊ ໃຫ້ເປັນໃຈກາງທາງ ດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ​ ບໍລິການທາງຜ່ານ ຢ່າງໜັກແໜ້ນ.​ ໃນປີນີ້​, ມີເຮືອຊ່ວງຈາກບັນດາ ບ້ານພາຍໃນນະຄອນປາກເຊ, ຈາກບັນດາເມືອງຂອງແຂວງຈໍາປາສັກ ແລະ ແຂວງສາລະວັນ ເຂົ້າຮ່ວມ 59 ຄະນະ, ມີເຮືອທັງໝົດ 46 ລໍາ, ມີການແຂ່ງຂັນ 7 ປະເພດ, ຄື: ເຮືອຊ່ວງ 12 ສີພາຍ (ຊາຍ) ມີ 20 ຄະນະ/ລໍາ, ເຮືອຊ່ວງ 24 ສີພາຍ (ຊາຍ) ມີ 10 ຄະນະ/ລຳ,​ ເຮືອຊ່ວງ 24 ສີພາຍ (ຍິງ) ມີ​ 7 ຄະນະ/ລໍາ,​ ເຮືອຊ່ວງປະເພນີ 33 ສີພາຍ (ຊາຍ) ມີ​ 8 ຄະນະ/ລຳ,​ ເຮືອຊ່ວງປະເພນີ 33 ສີພາຍ (ຍິງ) ມີ​ 6 ຄະນະ/ລໍາ,​ ເຮືອຊ່ວງ ເຮືອສູດ 33 ສີພາຍ (ຊາຍ) ມີ​ 5 ຄະນະ/ລໍາ​ ແລະ​ ເຮືອຊ່ວງ 55 ສີພາຍ (ຊາຍ) ມີ​ 3 ຄະນະ/ລຳ.​



ຈາກນັ້ນ
,​ ທ່ານ ກິແກ້ວ ໄຂຄໍາພິທູນ ໃຫ້ກຽດຂຶ້ນ​ລັ່ນຄ້ອງ​ 9​ ບາດ​ ແລະ​ ປ່ອຍປຸ່ມເປົ້າ ເປີດການແຂ່ງຂັນຊ່ວງເຮືອ ປະເພນີ ປະຈໍາປີ 2024 ຢ່າງເປັນທາງການ ໂດຍມີທ່ານເຈົ້າແຂວງ, ບັນດາທ່ານການນໍາ​ ແລະ​ ແຂກຖືກເຊີນ ໃຫ້ກຽດເຂົ້າຮ່ວມ.

ຂ່າວ​-ພາບ​: ທູນທອງໃຈ​

KPL

ຂ່າວອື່ນໆ

ads
ads

Top