ເຊັນສັນຍາການສະໜອງທຶນ ກອງທຶນພັດທະນານໍ້າເທີນ 2 ໄລຍະ II

23/10/2024 12:16
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຄໍາ​ມ່ວນ ​ໃຫ້​ຮູ້​ວ່າ: ພິທີເຊັນສັນຍາການສະໜອງທຶນ ຂອງກອງທຶນພັດທະນານ້ຳເທີນ 2 ໄລຍະ II ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນປີ 2024 ລະຫວ່າງ ບໍລິສັດ ໄຟຟ້ານ້ຳເທີນ 2 ຈໍາກັດ ກັບ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 22 ຕຸລາ 2024 ​

 

    ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຄໍາ​ມ່ວນ ​ໃຫ້​ຮູ້​ວ່າ: ພິທີເຊັນສັນຍາການສະໜອງທຶນ ຂອງກອງທຶນພັດທະນານ້ຳເທີນ 2 ໄລຍະ II ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນປີ 2024 ລະຫວ່າງ ບໍລິສັດ ໄຟຟ້ານ້ຳເທີນ 2 ຈໍາກັດ ກັບ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 22 ຕຸລາ 2024 ​ໂດຍ​ການ​ຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ  ທ່ານ ມາກ-ອອງຕວນ ຣຸບ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 , ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
   ກອງທຶນດັ່ງກ່າວ
, ໄດ້ຂະຫຍາຍຂອບເຂດການພັດທະນາຊຸມຊົນໃນພາກພື້ນໃຫ້ຫລາຍຂຶ້ນຕື່ມ, ບໍລິສັດໄຟຟ້ານ້ຳເທີນ 2 ຈະເພີ່ມຄວາມມຸ່ງໝັ້ນໃນການພັດທະນາຊຸມຊົນ ໄປທົ່ວເມືອງນາກາຍ ແລະ ຂະຫຍາຍໄປສູ່ ເມືອງຍົມມະລາດ ແລະ ເມືອງມະຫາໄຊ ໂດຍຈະສຸມໃສ່ 4 ແຜນຫລັກຄື: ການສຶກສາ, ສາທາລະນະສຸກ, ພື້ນຖານໂຄງລ່າງທີ່ຈຳເປັນ ແລະ ນໍ້າເພື່ອການພັດທະນາ. ນອກນັ້ນ, ຍັງໄດ້ສຸມໃສ່ການປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກຊີວະນາໆພັນ, ສືບຕໍ່ສົ່ງເສີມການປູກຈິດສໍານຶກ ແລະ ໂຄງການຂໍ້ມູນຂ່າວສານຂອງຊາວໜຸ່ມໃນຊຸມຊົນທ້ອງຖິ່ນ ເພື່ອຮັບປະກັນໃຫ້ກິດຈະກໍາການພັດ ທະນາດໍາເນີນໄປຢ່າງຍືນຍົງ. ບໍລິສັດ ຈະຮ່ວມກັບແຂວງຄໍາມ່ວນ ເພື່ອຕອບສະໜອງຄວາມຕ້ອງການ ແລະ ຄວາມມຸ່ງມາດປາຖະໜາຂອງຊຸມຊົນທ້ອງຖິ່ນ ໂດຍການເສີມສ້າງທ່າແຮງ ແລະ ຂີດຄວາມສາ ມາດແກ່ສະຖາບັນຕ່າງໆ.
    ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນວ່າ: ກອງທຶນພັດທະນານ້ຳເທີນ
2 ເປັນກອງທຶນທີ່ສໍາຄັນຫລາຍ ເຊິ່ງໂຄງການໄຟຟ້ານ້ຳເທີນ 2 ທີ່ເປັນໂຄງການບຸລິມະສິດ ຂອງລັດຖະບານລາວ, ທັງເປັນໂຄງການຕົວແບບຂອງໂຄງການພັດທະນາເຂື່ອນໄຟຟ້າຢູ່ ສປປ ລາວ ເປັນຜູ້ໃຫ້ທຶນ ເພື່ອສົ່ງເສີມ, ປັບ ປຸງ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຍົກຍ້າຍຈັດສັນຂອງໂຄງການ ໃຫ້ມີຄວາມຍືນຍົງ ແລະ ມີຊິວິດການເປັນຢູ່ທີ່ດີຂຶ້ນຈາກເດີມ. ພິເສດ ບໍລິສັດໄຟຟ້ານໍ້າເທີນ 2 ທີ່ໄດ້ຊ່ວຍອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂໃນການເຄື່ອນໄຫວໃຫ້ແກ່ກອງທຶນດ້ວຍດີຕະຫລອດມາ. ພ້ອມ​ນີ້, ທ່ານ​ຍັງຮຽກຮ້ອງມາຍັງຄະນະຮັບຜິດຊອບກອງທຶນທຸກຂັ້ນ ຈົ່ງໄດ້ສືບຕໍ່ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ພ້ອມພາກັນຈັດຕັ້ງປະຕິບັດວຽກງານທີ່ຖືກມອບໝາຍໃຫ້ມີຜົນສໍາເລັດສູງຂຶ້ນກວ່າເກົ່າ.
    ກອງທຶນດັ່ງກ່າວ
, ຈັດຕັ້ງຂຶ້ນຕາມຂໍ້ຕົກລົງຄວາມຮ່ວມມື ກອງທຶນພັດທະນານໍ້າເທີນ 2 ເຊິ່ງລົງນາມກັນ ລະຫວ່າງ ແຂວງຄຳມ່ວນ ແລະ ນໍ້າເທີນ 2 ໃນເດືອນ ມິຖຸນາ ປີ 2018 ໂດຍການສະໜັບສະໜູນທຶນໃຫ້ແກ່ໂຄງການຕ່າງໆ ທີ່ຕັ້ງໜ້າພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງແກ່ຊຸມຊົນທ້ອງຖິ່ນທີ່ຢູ່ໃນເຂດໂຄງການນ້ຳເທີນ 2 ກໍຄື ໃນແຂວງຄຳມ່ວນ. ເງິນທຶນທີ່ຈັດສັນໃຫ້ແກ່ ກອງທຶນພັດທະນານໍ້າເທີນ 2 ແມ່ນຖືກຄິດໄລ່ຕາມປະລິມານພະລັງງານທີ່ຜະລິດໄດ້ປະຈຳປີ ຈາກ ນ້ຳເທີນ 2 ຫລື ເທົ່າກັບ 1.000 ກີບຕໍ່ກິໂລວັດໂມງ ຈົນເຖິງປີ 2035.

ຂ່າວ : ມະນີວັນ

KPL

ຂ່າວອື່ນໆ

ads
ads

Top