5989

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 23.10.2024 ປີທີ 23 ສະບັບທີ 6.044 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີັຸີີັີັຸີີັີັຸີີັີັຸີີັີັຸີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf xtmkol6 odk'co;]k;lh k'-kf g0Q k1h P,0=j koa [ rt,tskdtla f dex6 g9p gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po okpq d]a f4t,q o8u 8h voIa [ ]a f4t,q o8u dt-;'cI''ko ,Po,k lt,k-y d]a f4tltrk wvxk Ia [Iv's]kpIj k',t8y le7a o lv'vq 'dkooy 8y [a opa f ]k;{wm 9tln [8+ xt8y [a f [q f[a omb d7;k,g0Q k.9 z6h veo;pdko sh v'dko gvfu [u pnj olkoc8j '8A ' xt8y [a f|h kmuj 16j ]k; vk-Po sk]n ;Pd xq dxh v'0= h ,6 ogvg]a d38ioy d ra o]tpksq ;|h k7totz6h czo wvxk 1h P,-q , cs]'mj v'mj P;le7a o 16j o; ຂປລ. ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດ ຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດ ເດີນທາງມາຢ້ຽມຢາມ ສປປ ລາວ ຂປລ. ວັນທີ 21 ຕຸລາ 2024 ຜ່ານມາ, ຢູ່ທີ່ສະພາແຫ່ງຊາດ, ໄດ້ມີ ການພົບປະສອງຝ່າຍ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ ກັບ ທ່ານ ວັນມູຫະ ມັດນໍ ມະທາ ປະທານລັດຖະສະພາ, ປະທານສະພາຜູ້ແທນ ລາດສະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ. ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຂອບໃຈ ທ່ານ ວັນມູ ຫະມັດນໍ ມະທາ ທີ່ໄດ້ນໍາພາຄະນະຜູ້ ແທນຂັ້ນສູງຂອງລັດຖະສະພາໄທ ເຂົ້າ ຮ່ວມກອງປະຊຸມໄອປາ ຄັ້ງທີ 45, ພ້ອມທັງຕີລາຄາສູງຕໍ່ການພົບປະສອງ ຝ່າຍຄັ້ງນີ້, ຖືເປັນການພົບປະກັນຄັ້ງ ທໍາອິດພາຍຫລັງ ທ່ານ ວັນມູຫະມັດນໍ ມະທາ ໄດ້ຮັບການເລືອກຕັ້ງເປັນປະ ທານລັດຖະສະພາ, ປະທານສະພາຜູ້ ແທນລາດສະດອນໄທ ເຊິ່ງເປັນການ ປະກອບສ່ວນສໍາຄັນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ ຮ່ວມຍຸດທະສາດເພື່ອການຈະເລີນເຕີບ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ແຮງງານລາວ-ມຽນມາ. ໂອກາດນີ້,ທ່ານສອນໄຊສີພັນດອນ ຂປລ. ລະຫວ່າງວັນທີ19-21ຕຸລາ 2024 ຜ່ານມາ, ບັນດາພັນລະຍາຂອງ ຫົວໜ້າຄະນະຜູ້ແທນລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆ ທີ່ເດີນທາງມາເຂົ້າ ຮ່ວມກອງປະຊຸມສະມັດຊາໃຫຍ່ລັດ ຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ແລະ ກອງ ປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າ ພາບ ໄດ້ເຄື່ອນໄຫວຢ້ຽມຊົມສະຖານທີ່ /b dvq [Iq ,dkooe.-h 4ko0= h ,6 o dkod;fdkl5 0trk[gfa d ຂປລ. ກອງປະຊຸມວຽກງານປົກ ປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນ ສ່ວນບຸກຄົນອາຊຽນ ຄັ້ງທີ 7 ຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີເຈົ້າໜ້າທີ່ຕາງໜ້າ 10 ປະເທດ ອາຊຽນເຂົ້າຮ່ວມ ເຊິ່ງເປັນໜຶ່ງໃນ ຂປລ. ກອງປະຊຸມສະມາຊິກລັດ ຖະສະພາໜຸ່ມໄອປາ ແລະ ກອງປະຊຸມ ກໍາມາທິການສັງຄົມ ຂອງກອງປະຊຸມ ສະມັດຊາລັດຖະສະພາລະຫວ່າງ ຊາດ ອາຊຽນ ຄັ້ງທີ 45 ຈັດຂຶ້ນໃນວັນທີ 20 ຕຸລາ 2024 ເພື່ອຄົ້ນຄວ້າ, ປະ ກອບຄຳຄິດເຫັນແລະປຶກສາຫາລືພິຈາ ລະນາບັນດາຮ່າງມະຕິສໍາຄັນຕ່າງໆ. ໃນກອງປະຊຸມສະມາຊິກລັດຖະ ສະພາໜຸ່ມໄອປາ ຈັດຂຶ້ນພາຍໃຕ້ການ ເປັນປະທານຂອງ ທ່ານ ພອນສານ ວິໄລເມ້ງ ຮອງປະທານສູນກາງສະຫະ ພັນກໍາມະບານລາວ, ມີບັນດາສະມາ ຊິກລັດຖະສະພາ ຈາກບັນດາປະເທດ ຂປລ. ໃນວັນທີ 21 ຕຸລາ 2024 ຢູ່ສະພາແຫ່ງຊາດ, ກອງທຶນ FG Foundation donates ໄດ້ມອບເງິນ ຈຳນວນ 1,5 ລ້ານຢູໂຣ ແລະ ບໍລິສັດ ວັນນິດາ ສຳຫລວດ-ແຮ່ທາດ ແລະ ການລົງທຶນ ຈຳກັດຜູ້ດຽວ ມອບເງິນ ຈຳນວນ 2 ຕື້ກີບ ໃຫ້ສະພາແຫ່ງຊາດ ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ຕາງໜ້າໃຫ້ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ຂປລ. ກົມການສຶກສາກ່ອນໄວ ຮຽນ (ກວຮ) ກະຊວງສຶກສາທິການ ແລະ ກິລາ ຈັດຝຶກອົບຮົມການນຳໃຊ້ ຖານຂໍ້ມູນການກວດກາຄວາມບົກຜ່ອງ ໜ້າທີ່ການຂອງເດັກ ອາຍຸ 3-5 ປີ ໃນ ວັນທີ 21-23 ຕຸລາ 2024 ຢູ່ເມືອງ ແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ ການເປັນປະທານຂອງ ທ່ານ ກິຄຳ ພິມບຸນຍໍ ຮອງຫົວໜ້າກົມການສຶກ ສາກ່ອນ ໄວຮຽນ ກະຊວງສຶກສາທິ ການ ແລະ ກິລາ, ມີຫ້ອງການປະສານ ງານສາກົນເພື່ອການສຶກສາ, ສູນສົ່ງ ເສີມການສຶກສາຮຽນຮ່ວມ, ຂະແໜງ ການສຶກສາກ່ອນໄວຮຽນຈາກບັນດາ ສະມາຊິກອາຊຽນ ເຂົ້າຮ່ວມແລະພ້ອມ ກັນຄົ້ນຄວ້າ, ປຶກສາຫາລື, ພິຈາລະນາ ແລະ ເຫັນດີເປັນເອກະພາບຮັບຮອງ ເອົາຮ່າງມະຕິ 3 ສະບັບ ຄື: ຮ່າງມະຕິ ວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ ແກ່ຊາວໜຸ່ມ ໃນການສ້າງປະຊາຄົມ ອາຊຽນ ທີ່ປອດໄພ, ເຂັ້ມແຂງ ແລະ ກວມລວມ; ຮ່າງມະຕິວ່າດ້ວຍການ ເສີມສ້າງການມີສ່ວນຮ່ວມຂອງສະມາ ຊິກລັດຖະສະພາໜຸ່ມ ໃນການຈັດຕັ້ງ ປະຕິບັດເປົ້າໝາຍ ການພັດທະນາແບບ ຍືນຍົງທີ 3 ຢູ່ອາຊຽນ ແລະ ຮ່າງມະຕິ ວ່າດ້ວຍການເພີ່ມທະວີບົດບາດ ຂອງ ແຂວງ ແລະ ພະນັກງານວິຊາການ ພາຍໃນກົມ ເຂົ້າຮ່ວມ. ທ່ານ ກິຄຳ ພິມບຸນຍໍ ໄດ້ໃຫ້ຮູ້ວ່າ: ກົມການສຶກສາກ່ອນໄວຮຽນ, ກະຊວງ ສຶກສາທິການ ແລະ ກິລາ ຈັດຝຶກອົບ ຮົມການນຳໃຊ້ລະບົບການນຳໃຊ້ຖານ ຂໍ້ມູນການກວດກາຄວາມບົກຜ່ອງໜ້າ ທີ່ການຂອງເດັກ ອາຍຸ 3-5 ປີ ເພື່ອຕິດ ຕາມຜົນການເກັບກໍາຂໍ້ມູນຂອງເດັກ ໃນບ້ານເປົ້າໝາຍ ທີ່ໄດ້ລົງກັ່ນຕອງ ທາງດ້ານການແພດ ໃຫ້ມີຄວາມເປັນ ເອກະພາບໃນການນຳໃຊ້ ແລະ ສະ ດວກໃນການເກັບກຳ, ວິເຄາະ ແລະ ການຕ່າງປະເທດ ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ທ່ານ ນາງ ແຊນນີ ແຄມເບວ (Shanny Chambell) ຜູ້ອໍານວຍການຫ້ອງການທະນາຄານ ທ່ອງທ່ຽວສໍາຄັນດ້ານວັດທະນະທຳຢູ່ ນະຄອນຫລວງວຽງຈັນ (ນວ) ເຊິ່ງ ນໍາພາໂດຍ ທ່ານ ນາງ ວິພາວັນ ພົມວິ ຫານ ພັນລະຍາທ່ານປະທານສະພາ ກອງປະຊຸມຍ່ອຍ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສດີຈິຕອນ ອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນ ຫລວງ ວຽງຈັນ ໃນລະຫວ່າງ ວັນທີ 21-25ຕຸລາ2024. ໃນນັ້ນສປປລາວ ນຳພາໂດຍ ທ່ານ ທະວີສັກ ມະໂນທັມ s]kprkdlj ;o,v[g'y o lt|a [lt|6 odv'xt-5 , wvxk ລາວ ເພື່ອສະໜັບສະໜູນການຈັດກອງ ປະຊຸມໃຫຍ່ລັດຖະສະພາ ລະຫວ່າງ ຊາດອາຊຽນ ຫລື ໄອປາ(AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ເຊິ່ງຕາງໜ້າມອບໂດຍ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 23/10/2024 xtgmf]k; ສອງອົງການ... ຂປລ. ວັນທີ 19 ຕຸລາ 2024 ຜ່ານ ມາ, ຄະນະຜູ້ແທນສູນກາງແນ ວລາວ ສ້າງຊາດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງ ສູນກາງພັກ, ປະທານສູນກາງແນວ ລາວສ້າງຊາດ ໄດ້ເຂົ້າຢ້ຽມຂ່ຳນັບ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະ ຫາກະສັດ ແຫ່ງຣາຊະອານາຈັກ ກໍາປູເຈຍ ທີ່ ພະລາດຊະວັງ. ພະມະຫາກະສັດ ແຫ່ງຣາຊະອາ ນາຈັກກໍາປູເຈຍ ໄດ້ສະແດງຄວາມ ຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະ ອານາຈັກກຳປູເຈຍ ໃນຄັ້ງນີ້, ພ້ອມ ທັງສະແດງຄວາມປິຕິຊົມເຊີຍຕໍ່ສະພາ ແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ແລະ ສູນ ກາງແນວລາວສ້າງຊາດ ທີ່ໄດ້ຮ່ວມ ກັນລົງນາມໃນບົດບັນທຶກຄວາມເຂົ້າ ໃຈສອງຝ່າຍ ຊຶ່ງເປັນການປະກອບ ສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຣາຊະອາ ນາຈັກກຳປູເຈຍ ແລະ ສປປ ລາວ ກໍຄື ປະຊາຊົນສອງປະເທດ ໃຫ້ມີຄວາມ ແໜ້ນແຟ້ນ ຍິ່ງໆຂຶ້ນ. ໂອກາດດັ່ງກ່າວ, ປະທານສູນກາງ ແນວລາວສ້າງຊາດ ໄດ້ຕາງໜ້າຄະ ນະສະແດງຄວາມຂອບໃຈເປັນຢ່າງ ສູງ ຕໍ່ການຕ້ອນຮັບອັນອົບອຸ່ນທີ່ເຕັມ ໄປດ້ວຍໄມຕີຈິດມິດຕະພາບ ຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ກໍຄື ລັດຖະບານ ແລະ ປະຊາຊົນກໍາປູເຈຍ, ທັງສ່ອງ ແສງເຖິງຄວາມຜູກພັນ, ຮັກແພງ ຂອງພະຣາດສະວົງ ກໍາປູເຈຍ ຕໍ່ ສປປ ລາວ. ພ້ອມນີ້, ທ່ານໄດ້ນໍາເອົາຄວາມ ຢ້ຽມຢາມຖາມຂ່າວ ຂອງທ່ານເລຂາ ທິການໃຫຍ່, ປະທານປະເທດ ສປປ ລາວ ມາຍັງພະບາດສົມເດັດ ພະບໍຣົມ ມະນຽດ ໂນໂຣດົມ ສີຫາໂມນີ. ພ້ອມ ທັງໄດ້ຕີລາຄາສູງຕໍ່ພະບາດສົມເດັດ ໂນໂຣດົມ ສີຫານຸ ພະບິດາຂອງພະອົງ ແລະ ພະບາດສົມເດັດ ພະບໍຣົມມະ ນຽດ ໂນໂຣດົມ ສີຫາໂມນີ ທີ່ໄດ້ປະ ກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການ ເສີມຂະຫຍາຍສາຍພົວພັນສອງຝ່າຍ ກໍາປູເຈຍ-ລາວ, ຍ້ອນຄວາມເອົາໃຈ ໃສ່ຂອງທັງສອງພະອົງ ຈຶ່ງເຮັດໃຫ້ ສອງປະເທດ ມີມິດຕະພາບ ແລະ ການ ພົວພັນທີ່ດູດດື່ມຕະຫລອດມາ, ທັງໄດ້ ເພິ່ງພາອາໄສເຊິ່ງກັນ ແລະ ກັນສະເໝີ ໂຕ ເເລະ ການພັດທະນາແບບຍືນຍົງ ຂອງສອງປະເທດ ລາວ-ໄທ, ໄທ-ລາວ ໂດຍສະເພາະລະຫວ່າງສະພາແຫ່ງ ຊາດລາວ ກັບ ລັດຖະສະພາໄທ ໃຫ້ນັບ ມື້ຈະເລີນງອກງາມຍິ່ງໆຂຶ້ນ. ສອງຝ່າຍໄດ້ແຈ້ງສະພາບການທີ່ ພົ້ນເດັ່ນຂອງປະເທດ ແລະ ການຈັດຕັ້ງ ປະຕິບັດວຽກງານຂອງອົງການນິຕິ ບັນຍັດໃຫ້ກັນ ແລະ ກັນຊາບໂດຍຫຍໍ້ ແລະ ຮ່ວມກັນຕີລາຄາສູງຕໍ່ການພົວ ພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດ ລາວກັບສະພາຜູ້ແທນລາດສະດອນໄທ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການເສີມ ຂະຫຍາຍຢ່າງຕັ້ງໜ້າ, ສະແດງອອກມີ ການແລກປ່ຽນຢ້ຽມຢາມຂອງຄະນະ ຜູ້ແທນລະດັບສູງ, ກຳມາທິການ, ຄະ ນະເລຂາທິການແລະຄະນະມິດຕະພາບ ລັດຖະສະພາ, ແລກປ່ຽນຂໍ້ມູນຂ່າວ ສານກ່ຽວກັບການຈັດຕັ້ງປະຕິບັດພາ ລະບົດບາດນິຕິບັນຍັດ, ຈັດຕັ້ງປະຕິ ບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືທີ່ໄດ້ລົງນາມ ຮ່ວມກັນໃນ ເດືອນທັນວາ 2022 ເຊິ່ງເປັນນິມິດ ໝາຍສໍາຄັນທາງປະຫວັດສາດແຫ່ງ ການພົວພັນຮ່ວມມືລະຫວ່າງສອງອົງ ການນິຕິບັນຍັດ, ທັງເປັນການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງ ປະຕິບັດແຜນປະຕິບັດງານການເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບຍືນ ຍົງຂອງສອງປະເທດ ໃຫ້ມີປະສິດທິ ພາບສູງຂຶ້ນ. ພ້ອມນີ້, ສອງອົງການນິຕິ ບັນຍັດ ຍັງໄດ້ມີການພົວພັນຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາ ກົນ ຕື່ມອີກ. ສຳລັບທິດທາງການພົວພັນຮ່ວມມື ໃນຕໍ່ໜ້າ, ສອງຝ່າຍຈະສືບຕໍ່ຈັດຕັ້ງ ປະຕິບັດເນື້ອໃນຈິດໃຈຂອງບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືລະ ຫວ່າງສະພາແຫ່ງຊາດລາວ ແລະ ລັດ ຖະສະພາໄທ ໃຫ້ເປັນຮູບປະທໍາ ໂດຍ ສະເພາະສືບຕໍ່ແລກປ່ຽນຄະນະຜູ້ແທນ ຂັ້ນສູງ, ກຳມາທິການ, ຄະນະເລຂາທິ ການ ແລະ ຄະນະມິດຕະພາບລັດຖະສະ ພາ; ແລກປ່ຽນຂໍ້ມູນຂ່າວສານໃນການ ປະຕິບັດພາລະບົດບາດຂອງອົງການ ນິຕິບັນຍັດ; ຕິດຕາມກວດກາການຈັດ ຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະຂໍ້ຕົກລົງຕ່າງໆທີ່ສອງລັດຖະບານ ຂອງສອງປະເທດ ລົງນາມຮ່ວມກັນ ໃນດ້ານເສດຖະກິດ, ການຄ້າ-ການລົງ ທຶນ, ດ້ານພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ ກໍຄື ການຈັດຕັ້ງປະຕິບັດ ແຜນປະຕິບັດງານວ່າດ້ວຍການເປັນ ຄູ່ຮ່ວມຍຸດທະສາດເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບຍືນ ຍົງ ໄລຍະ 5 ປີ (2022-2026); ສະ ໜັບສະໜູນເຊິ່ງກັນ ແລະ ກັນໃນເວທີ ລັດຖະສະພາພາກພື້ນ ແລະ ສາກົນ ແນ ໃສ່ປົກປັກຮັກສາສັນຕິພາບ, ສະຖຽນ ລະພາບ ແລະ ການຮ່ວມມືເພື່ອການ ພັດທະນາໃນພາກພື້ນ ແລະ ໃນໂລກ. ໂອກາດດຽວກັນ, ປະທານສະພາຜູ້ ແທນລາດສະດອນໄທ ພ້ອມດ້ວຍຄະ ນະຍັງໄດ້ຢ້ຽມຊົມ ຫ້ອງມູນເຊື້ອ ແລະ ຫ້ອງປະຊຸມສະພາແຫ່ງຊາດ ຕື່ມອີກ. ຂ່າວ: ໄຊໂສພາພອນ ມິ່ງມຸງຄຸນ ນາຍົກ... ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົົມ ເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ອູ ມິນ ນອງ ທີ່ໄດ້ນຳພາຄະນະເດີນທາງມາ ຢ້ຽມຢາມແລະ ເຮັດວຽກຢູ່ສປປລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນ ສໍາຄັນໃນການຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນ ຄຽງທີ່ດີລະຫວ່າງສອງປະເທດລາວມຽນມາ ແລະ ມຽນມາ-ລາວ ໃຫ້ນັບ ມື້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ແມ່ນການພົວພັນຮ່ວມມືຂອງສອງກະ ຊວງແຮງງານ ແລະ ສະຫວັດດີການ ສັງຄົມ ແຫ່ງ ສປປ ລາວ ແລະ ກະຊວງ ແຮງງານ ແຫ່ງ ສ ມຽນມາ ໃຫ້ສືບຕໍ່ ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນ ຂຶ້ນໄປເລື້ອຍໆ ເຊິ່ງໄລຍະຜ່ານມາເຫັນ ວ່າການນໍາຂອງສອງປະເທດ ກໍໄດ້ມີ ການພົວພັນແລກປ່ຽນເຊິ່ງກັນແລະກັນ, ຍົກສູງການພົວພັນຮ່ວມມື ໃນຫລາຍ ຂົງເຂດເຊັ່ນ: ການຮ່ວມມືດ້ານແຮງ ງານ, ວຽກງານປ້ອງກັນຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນ, ການຄ້າ, ການລົງທຶນ ແລະ ອື່ນໆ. ໃນໂອກາດດຽວກັນນີ້, ທ່ານ ອູ ມິນ ນອງ ພ້ອມດ້ວຍຄະນະ ກໍໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈມາຍັງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ, ຖືໂອກາດນີ້ແຈ້ງຈຸດປະສົງ ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮັບຊາບຕື່ມອີກ. ຂ່າວ: ກິດຕາ; ພາບ: ເກດສະໜາ ປະທານສູນກາງແນວ... ມາ. ພ້ອມນີ້, ກໍໄດ້ລາຍງານໃຫ້ຊາບ ຫຍໍ້ກ່ຽວກັບຈຸດປະສົງຂອງການມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອາ ນາຈັກກຳປູເຈຍ ຄັ້ງນີ້ ຊຶ່ງເປັນການ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາ ແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດ ທະສາດຮອບດ້ານ ແລະ ໝັ້ນຄົງຍາວ ນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ຈະ ເລີນງອກງາມ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ. ຂ່າວ-ພາບ: ຈິດຕະພົງ ພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່ ໃນໂອກາດທີ່ຖືກແຕ່ງ ຕັ້ງໃຫ້ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ປ່ຽນແທນທ່ານນາງໂຊໂນມິທະນະກະ ທີ່ໄດ້ຈົບວາລະການປະຕິບັດໜ້າທີ່ ໃນ ວັນທີ18ຕຸລາ2024ທີ່ຜ່ານມາ.ທັງນີ້, ກໍເພື່ອແນະນຳຕົວ ແລະ ຍື່ນສານແຕ່ງ ຕັ້ງໃຫ້ທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ເພື່ອດຳ ລົງຕໍາແໜ່ງເປັນຜູ້ອຳນວຍການ ຫ້ອງ ການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ຢ່າງເປັນທາງການ. ໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງ ຄວາມຍິນດີຕ້ອນຮັບແລະຊົມເຊີຍທ່ານ ນາງ ແຊນນີ ແຄມເບວ ທີ່ໄດ້ຖືກແຕ່ງ ຕັ້ງໃຫ້ມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຂອບໃຈ ມາຍັງທະນາຄານພັດທະນາອາຊີ ທີ່ໄດ້ ປະກອບສ່ວນສຳຄັນ ເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດໄລຍະຜ່ານມາ. ຫວັງ ຢ່າງຍິ່ງວ່າພາຍໃຕ້ການນຳພາຂອງ ທ່ານ ນາງ ແຊນນີ ແຄມເບວ ທະນາ ຄານພັດທະນາອາຊີ ຈະສືບຕໍ່ໃຫ້ການ ສະໜັບສະໜູນສປປລາວກໍຄືການຈັດ ຕັ້ງປະຕິບັດບັນດາໂຄງການຕ່າງໆ ຢູ່ ສປປລາວໃນອະນາຄົດ,ພ້ອມທັງອວຍ ພອນໃຫ້ ທ່ານ ນາງ ແຊນນີ ແຄມເບວ ຈົ່ງປະສົບຜົນສຳເລັດ ໃນໜ້າທີ່ວຽກ ງານຕະຫລອດໄລຍະການປະຕິບັດ ໜ້າທີ່ ຢູ່ ສປປ ລາວ. ທ່ານ ແຊນນີ ແຄມເບວ ເຄີຍດຳ ລົງຕໍາແໜ່ງເປັນຜູ້ອຳນວຍການ ຫ້ອງ ການທະນາຄານພັດທະນາອາຊີ ປະຈຳ ຕັດຈິກກິດສະຖານ ກ່ອນຖືກແຕ່ງຕັ້ງ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແລະ ມີໄລຍະການປະຕິບັດໜ້າທີຢູ່ ສປປ ລາວ ເປັນເວລາ 3 ປີ ນັບແຕ່ເດືອນຕຸລາ 2024 ຈົນເຖິງ 2027. ຂ່າວ-ພາບ: ກຕທ ຜູ້ອຳນວຍການ... ແຫ່ງຊາດລາວ, ປະທານໄອປາ 45. ພາຍຫລັງເຂົ້າຮ່ວມພິທີເປີດ ກອງ ປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 45 ຢ່າງ ເປັນທາງການ, ບັນດາພັນລະຍາຫົວ ໜ້າຄະນະຜູ້ແທນໄອປາ ໄດ້ໄປຢ້ຽມຊົມ ຫ້ອງມູນເຊື້ອ ແລະ ຫ້ອງປະຊຸມສະພາ ແຫ່ງຊາດ, ສະຖາປັດຕະຍະກຳ ເກົ່າແກ່ ພະທາດຫລວງວຽງຈັນ, ສູນວາງສະ ແດງຫັດຖະກຳສິນຄ້າໂອດັອບ ຈໍາປາ ລ້ານຊ້າງ, ສູນວາງສະແດງແຜ່ນແພ ພື້ນເມືອງລາວ(ເຮືອນຂາວຂ້າງຫໍຄໍາ). ຈາກນັ້ນ, ໄປຢ້ຽມຊົມຫໍວາງສະແດງ ສິນສາຍໄໝ ຢູ່ບ້ານຊຽງຍືນ ເມືອງຈັນ ທະບູລີ ເຊິ່ງເປັນອີກສະຖານທີ່ໜຶ່ງທີ່ ສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງ ຕັ້ງຂຶ້ນເພື່ອສົ່ງເສີມ ແລະ ປົກປັກຮັກສາ ມູນເຊື້ອດ້ານຫັດຖະກຳຕ່ຳຫູກ-ທໍໄໝ ຂອງແມ່ຍິງລາວ ທີ່ຮູ້ປູກມອນ, ລ້ຽງ ມ້ອນຜະລິດເສັ້ນໄໝຍ້ອມສີທຳມະຊາດ ແລະ ຕໍ່າເປັນລວດລາຍຫລາກຫລາຍ ມາເປັນເວລາຢ່າງໜ້ອຍ 5 ພັນປີ. ດັ່ງ ນັ້ນ, ໃນປີ 1992 ສູນກາງສະຫະພັນ ແມ່ຍິງລາວ ຈຶ່ງໄດ້ດຳເນີນໂຄງການ ອະນຸລັກ ແລະ ສົ່ງເສີມສິນສາຍໄໝ ເພື່ອສົ່ງເສີມ ແລະ ພື້ນຟູການລ້ຽງມ້ອນ ສາວໄໝ, ອາຊີບເຮັດຫູກທໍໄໝ ແລະ ຫັດຖະກຳອື່ນໆຂອງແມ່ຍິງລາວ, ທັງ ເປັນບ່ອນສະສົມຜ້າອາພອນທີ່ມີດອກ ດວງລວດລາຍອັນປານີດ ທີ່ໄດ້ມາ ຈາກສີໄມ້ລາຍມືອັນເປັນເອກະລັກ ຂອງແມ່ຍິງລາວບັນ ດາເຜົ່າ. ໃນໂອກາດນີ້, ທ່ານ ນາງ ວິພາວັນ ພົມວິຫານ ພ້ອມດ້ວຍຄະນະພັນລະ ຍາການນຳສະພາແຫ່ງຊາດ ແຫ່ງ ສປປ ລາວ ຍັງໄດ້ຈັດພິທີບາສີສູ່ຂວັນ ຕາມຮີດຄອງປະເພນີລາວ ແລະ ງານ ລ້ຽງອາຫານທ່ຽງ ຢູ່ໂຮງແຮມ ດັບ ເບິນທຣີ ບາຍ ຮິວຕັນ ເພື່ອເປັນສິລິມຸງ ຄຸນແກ່ຄະນະພັນລະຍາຜູ້ແທນຕ່າງປະ ເທດນໍາອີກ. ຂ່າວ: ໄຊໂສພາພອນ ມິ່ງມຸງຄຸນ ພັນລະຍາ... ຄະນະສະມາຊິກ ລັດຖະສະພາໜຸ່ມ ໄອ ປາ ໃນການຈັດຕັ້ງປະຕິບັດຖະແຫລງ ການກອງປະຊຸມສະມາຊິກ ລັດຖະສະ ພາໜຸ່ມສາກົນ ຄັ້ງທີ 9 ກ່ຽວກັບບົດ ບາດຂອງຊາວໜຸ່ມ ໃນການເລັ່ງລັດ ການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ໂດຍຜ່ານການຫັນເປັນ ດິຈິຕອນ ແລະ ນະວັດຕະກໍາ. ສ່ວນກອງປະຊຸມກໍາມາທິການສັງ ຄົມ ຈັດຂຶ້ນພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນຕາ ເທບພະວົງ ປະທານ ກອງປະຊຸມກຳມາທິການວຽກງານ ສັງຄົມ, ບັນດາຄະນະຜູ້ແທນສະມາຊິກ ລັດຖະສະພາອາຊຽນ ໄດ້ພິຈາລະນາ ແລະ ຮັບຮອງເອົາ 5 ຮ່າງມະຕິຄື: ຮ່າງມະຕິວ່າດ້ວຍການເພີ່ມທະວີບົດ ບາດ ຂອງລັດຖະສະພາ ໃນການຮ່ວມ ມື ເພື່ອການແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ອາຊຽນປອດຢາເສບຕິດ ຢ່າງ ເປັນຮູບປະທໍາ; ຮ່າງມະຕິວ່າດ້ວຍການ ດຳເນີນການຮ່ວມກັນ ຜ່ານຂໍ້ລິເລີ່ມສົນ ທິສັນຍາໂລກວ່າດ້ວຍພລາສຕິກໃນອາ ຊຽນ; ຮ່າງມະຕິວ່າດ້ວຍການສົ່ງເສີມ ບົດບາດ ຂອງລັດຖະສະພາດ້ານນະວັດ ຕະກຳການຮັກສາສຸຂະພາບແບບອັດ ສະລິຍະ; ຮ່າງມະຕິວ່າດ້ວຍການສົ່ງ ເສີມສິດ, ສະຫວັດດີການສັງຄົມ ແລະ ໂອກາດໃນການຈ້າງງານ ສຳລັບຜູ້ອາ ຍຸສູງໃນອາຊຽນ; ຮ່າງມະຕິວ່າດ້ວຍ ການເພີ່ມທະວີການຮ່ວມມື ໃນການ ເພີ່ມການຄວບຄຸມຢາສູບ ແລະ ສານນີ ໂຄຕິນ ໃນອາຊຽນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ສະມາຊິກ... ອາຊຽນ... ຫົວໜ້າສູນບໍລິຫານລັດດີຈິຕອນ ໂດຍຜູ້ ເຂົ້າຮ່ວມໄດ້ສຸມໃສ່ປຶກສາຫາລືກ່ຽວ ກັບການປະຕິບັດຫລັກການປົກຂໍ້ມູນ ແລະ ເພື່ອອຳນວຍຄວາມສະດວກໃຫ້ ແກ່ການແລກປ່ຽນຄວາມຮູ້ ແລະ ການ ປະຕິບັດທີ່ດີທີ່ສຸດສຳລັບວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ ມູນສ່ວນບຸກຄົນ ລະຫວ່າງ ບັນດາປະ ເທດສະມາຊິກອາຊຽນ. ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື ແລະ ລາຍງານຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດວຽກງານປົກ ປ້ອງຂໍ້ມູນຂອງແຕ່ລະປະເທດສະມາ ຊິກອາຊຽນ ທັງດ້ານນິຕິກຳ, ເຫດການ ຕ່າງໆ ແລະ ການແກ້ໄຂສິ່ງທ້າທາຍໃນ ວຽກງານປົກປ້ອງຂໍ້ມູນ. ໃນນີ້, ທ່ານ ສຸເນດໂຕ ຊາພັກດີ, ຮອງຫົວໜ້າກົມ ຄວາມປອດໄພໄຊເບີ, ກະຊວງເຕັກໂນ ໂລຊີ ແລະ ການສື່ສານ ລາຍງານວຽກ ງານປົກປ້ອງຂໍ້ມູນ ຂອງ ສປປ ລາວ, ຈາກນັ້ນ ປະເທດສິງປະໂປ ໄດ້ລາຍ ງານເພີ່ມຕື່ມກ່ຽວກັບແຜນຈັດຕັ້ງປະ ຕິບັດ ຂອບການຮ່ວມມືອາຊຽນທາງ ດ້ານຂໍ້ມູນລັດຖະບານ, ຂອບຮ່ວມມືສໍາ ລັບການໂອນຍ້າຍຂໍ້ມູນສ່ວນບຸກຄົນ ຂ້າມແດນ. ນອກຈາກນັ້ນ, ຜູ້ແທນຈາກ ປະເທດກໍາປູເຈຍ ໃນນາມປະທານ ຂອງກອງປະຊຸມໄດ້ລາຍງານບັນດາ ຂໍ້ລິເລີ່ມ ພາຍໃຕ້ແຜນງານທີ່ຈະຕ້ອງ ໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນຕອນບ່າຍວັນດຽວກັນ ກໍໄດ້ມີ ການຈັດສຳມະນາພາຍໃນຫົວຂໍ້ “ເຕັກ ໂນໂລຊີໃໝ່ ໃນການປົກປ້ອງຂໍ້ມູນເອ ເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ” ໂດຍມີການນໍາສະເໜີຈາກອົງການປົກ ປ້ອງຂໍ້ມູນເອເລັກໂຕຣນິກ ຂອງປະເທດ ຍີ່ປຸ່ນ, ພາກສ່ວນທຸລະກິດຈາກບັນດາ ປະເທດອາຊຽນ. ນອກຈາກນັ້ນ, ກໍມີ ການແລກປ່ຽນຄຳເຫັນກ່ຽວກັບຄວາມ ກັງວົນຕໍ່ກັບມາດຕະຖານປົກປ້ອງຂໍ້ ມູນສ່ວນບຸກຄົນຂອງພາກທຸລະກິດ, ການແບ່ງປັນຂໍ້ມູນຂອງພາກລັດ ໃນ ແບບຂໍ້ມູນເປີດ, ລວມທັງການນຳໃຊ້ຂໍ້ ມູນເພື່ອຕໍ່ຍອດໃຫ້ແກ່ເຕັກໂນໂລຊີໃໝ່. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ ສະແດງຄວາມຫວັງໃນອະນາຄົດຂອງ ການປົກປ້ອງຂໍ້ມູນ ໃນພາກພື້ນອາ ຊຽນ ຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມມຸ້ງ ໝັ້ນ ລວມຂອງບັນດາປະເທດສະມາ ຊິກ ເພື່ອເສີມສ້າງກົນໄກການປົກປ້ອງ ຂໍ້ມູນສ່ວນບຸກຄົນ ແລະ ສົ່ງເສີມວັດ ທະນະທໍາຄວາມເປັນສ່ວນຕົວ ທີ່ສອດ ຄ່ອງກັບຄວາມຕ້ອງການຂອງພົນລະ ເມືອງ ແລະ ທຸລະກິດ. ຂໍ້ມູນ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ ຝຶກອົບຮົມ... ດຶງຂໍ້ມູນຕ່າງໆ ອອກມານໍາໃຊ້ ຊຶ່ງໄລ ຍະຜ່ານມາ ໄດ້ມີຖານກັ່ນຕອງຄວາມ ບົກຜ່ອງໜ້າທີ່ການຂອງເດັກອາຍຸ 3-5 ປີໃນເບື້ອງຕົ້ນແລ້ວ ແລະ ກິດຈະ ກໍາຂອງພວກເຮົາກໍຍັງມີການກັ່ນຕອງ ທາງດ້ານການແພດ ໂດຍມີບ້ານເປົ້າ ໝາຍທັງໝົດ ໃນ 9 ແຂວງ 9 ເມືອງ 250 ບ້ານ ເພື່ອຮັບປະກັນໃຫ້ຂໍ້ມູນເປັນ ລະບົບ, ແມ່ນຍຳແລະມີຄວາມສະດວກ ສະບາຍໃນການນຳໃຊ້ຕໍ່ໜ້າ. ສະນັ້ນ, ເພື່ອໃຫ້ຂໍ້ມູນດັ່ງກ່າວໄດ້ ຖືກນຳໃຊ້ເຂົ້າໃນການປະຕິບັດວຽກ ງານແລະມີຄວາມໜ້າເຊື່ອຖື, ສາມາດ ວິເຄາະໃຫ້ເຫັນໄດ້ວ່າ ໃນຈຳນວນເດັກ ທີ່ສົງໄສວ່າມີຄວາມບົກຜ່ອງໜ້າທີ່ ການ ຈະໄດ້ຖືກນຳສົ່ງຫາແພດໝໍເພື່ອ ຊ່ວຍເຫລືອແກ້ໄຂແຕ່ເບື້ອງຕົ້ນ ແລະ ສາມາດເປັນຂໍ້ມູນໃນການເຜີຍແຜ່ຜົນ ການຈັດຕັ້ງປະຕິບັດວຽກງານກວດ ກາຄວາມບົກຜ່ອງໜ້າທີ່ການໃຫ້ພາກ ສ່ວນທີ່ກ່ຽວຂ້ອງຮັບຊາບ ແລະ ຫາ ທາງຊ່ວຍເຫລືອເດັກໃນຂະບວນການ ຕໍ່ໄປ. ດ້ວຍເຫດນັ້ນ, ໜ່ວຍປະຕິບັດງານ ກວດກາຄວາມບົກຜ່ອງໜ້າທີ່ການ ຂອງເດັກ ຈຶ່ງມີຈຸດປະສົງ ເພື່ອຈັດຝຶກ ອົບຮົມການນຳໃຊ້ຖານຂໍ້ມູນການກວດ ກາຄວາມບົກຜ່ອງໜ້າທີ່ການຂອງ ເດັກ ອາຍຸ 3-5 ປີ ແນໃສ່ເຮັດໃຫ້ຄະນະ ຮັບ ຜິດຊອບຂັ້ນສູນກາງ, ຂັ້ນແຂວງ ສາມາດປ້ອນຂໍ້ມູນເຂົ້າຖານຂໍ້ມູນ ແລະ ສາມາດວິເຄາະຂໍ້ມູນທີ່ເປັນເອກະພາບ ກັນ; ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດວິ ເຄາະຂໍ້ມູນເດັກອາຍຸ3-5ປີທີ່ມີຄວາມ ບົກຜ່ອງດ້ານໜ້າທີ່ການດ້ານການ ເບິ່ງເຫັນ, ການໄດ້ຍິນ, ການເຄື່ອນ ໄຫວ, ສະຕິປັນຍາ ແລະ ເຫັນໄດ້ລະດັບ ຄວາມຫຍຸ້ງຍາກຂອງແຕ່ລະປະເພດ ຂອງຄວາມບົກຜ່ອງໜ້າທີ່ການ ແລະ ທັງເປັນຂໍ້ມູນໃຫ້ທີມແພດສະເພາະ ດ້ານໃນການຕິດຕາມ, ຊຸກຍູ້ໃນການ ຊ່ວຍເຫລືອ ການປີ່ນປົວແກ່ເດັກທີ່ມີ ຄວາມບົກຜ່ອງໜ້າທີ່ການ. ຂໍ້ມູນ-ພາບ: ໜັງສືພິມສຶກສາທິການ ແລະ ກິລາ

xtgmf]k; 4 3]d c]t gsfdko 23/10/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp z6h cmo]k; g0Q kIj ;,dv'xt-5 , z6h oelt,k7q ,,y f8trk[ 9u o{vk-Po ທ່ານ ແອນເຕິນ ໂຕໂດໂຣ ສະມາຊິກ ສະພາບໍລິຫານ ບໍລິສັດ ITFI Global Co, ທ່ານ ເຫີຣົງ ( HE Rong) ປະທານບໍລິສັດ ວັນນິດາ ສຳຫລວດ- ແຮ່ທາດ ແລະ ການລົງທຶນ ຈຳກັດຜູ້ ດຽວ ແລະ ກ່າວຮັບໂດຍ ທ່ານ ໄຊສົມ ພອນ ພົມວິຫານ ປະທານສະພາ ແຫ່ງ ຊາດລາວ ປະທານໄອປາ ຄັ້ງທີ 45. ໂອກາດນີ້, ທ່ານປະທານສະພາ ແຫ່ງຊາດ ກໍໄດ້ສະແດງຄວາມຂອບ ໃຈຕໍ່ກອງທຶນ FG Foundation donates ແລະ ບໍລິສັດ ວັນນີດາ ສໍາ ຫລວດ-ແຮ່ທາດ ແລະ ການລົງທຶນ ຈຳກັດ ຜູ້ດຽວ ທີ່ໄດ້ໃຫ້ຄວາມສຳຄັນ, ສະໜັບສະໜູນ ແລະ ໃຫ້ກຳລັງໃຈແກ່ *** ຕໍ່ຈາກໜ້າ 1 *** ຫລາຍພາກສ່ວນ... ສະພາແຫ່ງຊາດລາວ ໃນການເປັນປະ ທານໄອປາ ໃນປີ 2024 ກໍຄື ເປັນເຈົ້າ ພາບກອງປະຊຸມໃຫຍ່ລັດຖະສະພາລະ ຫວ່າງຊາດ ອາຊຽນ AIPA ຄັ້ງທີ 45 ໃຫ້ສຳເລັດຜົນຢ່າງຈົບງາມ. ຂ່າວ: ກິດຕາ; ພາບ: ຂັນໄຊ ຂປລ. ໂດຍຕອບສະໜອງຕາມ ການເຊີນ ຂອງສະມາຄົມມິດຕະພາບ ປະຊາຊົນຈີນ ກັບຕ່າງປະເທດ, ຄະນະ ຜູ້ແທນສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ນຳໂດຍ ສະຫາຍ ສີນາວາ ສຸພານຸວົງ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ, ຮອງປະທານ ສະມາຄົມມິດຕະພາບລາວ-ຈີນຂັ້ນສູນ ກາງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມຜູ້ນຳສະມາຄົມມິດຕະພາບ ຈີນ-ອາຊຽນ ຄັ້ງທີ 4 ແລະ ງານສະ ເຫລີມສະຫລອງວັນສ້າງຕັ້ງສະມາຄົມ ມິດຕະພາບປະຊາຊົນຈີນ ກັບຕ່າງປະ ເທດ ຄົບຮອບ 70 ປີ ທີ່ຈັດຂຶ້ນໃນວັນທີ 10 ຕຸລາ 2024 ຜ່ານມາ ຢູ່ນະຄອນ ຫລວງປັກກິ່ງ, ສປ ຈີນ. ໂອກາດດັ່ງກ່າວ, ສະຫາຍຮອງ ປະທານສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ໄດ້ຍົກໃຫ້ເຫັນຄຳຂວັນ “ຍັງເປັນຄວາມປາຖະໜາຕົ້ນສະບັບ ທີ່ຖືກຕ້ອງ ແລະ ການເລີ່ມຕົ້ນການເດີນ ທາງໃໝ່, ຮັດແໜ້ນມິດຕະພາບ ແລະ ການສ້າງອານາຄົດຮ່ວມກັນ” ເຊິ່ງ ຄຳຂວັນດັ່ງກ່າວ, ແມ່ນເປົ້າໝາຍອັນ ແທ້ຈິງ ຂອງວິໄສທັດທາງການທູດປະ ຊາຊົນ ທີ່ ສະຫາຍ ສີ ຈິ້ນຜິງ ໄດ້ວາງ ອອກໃນໄລຍະໃໝ່ ເພື່ອຕອບສະໜອງ ຜົນປະໂຫຍດອັນຍາວນານຂອງບັນ ດາປະຊາຊາດ. ກອງປະຊຸມໃນຄັ້ງນີ້, ໄດ້ເປັນໂອກາດອັນດີ ໃຫ້ແກ່ຄະນະຜູ້ ແທນຈາກບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ທີ່ຮັກຫອມມິດຕະພາບ ແລະ ການສ້າງອະນາຄົດຮ່ວມກັນ ໄດ້ ແລກປ່ຽນຄວາມຄິດເຫັນ ແລະ ແບ່ງ ປັນບົດຮຽນການເຄື່ອນໄຫວວຽກງານ ມິດຕະພາບ ທາງດ້ານການທູດ ປະຊາ ຊົນ ປະກອບສ່ວນເຂົ້າໃນການເສີມສ້າງ ມິດຕະພາບ ແລະ ການສ້າງອະນາຄົດ ຮ່ວມກັນ ຖືເປັນກົນໄກແຫ່ງການຮ່ວມ ມືມິດຕະພາບ ທີ່ທຸກຝ່າຍໄດ້ຮັບຜົນປະ ໂຫຍດຢ່າງແທ້ຈິງ, ທັງເປີດກວ້າງພັດ ທະນາເສດຖະກິດ ອາຊຽນ-ຈີນ ໃນທຸກ ດ້ານໂດຍຍຶດຖືເອົາມິດຕະພາບ ຂອງ ປະຊາຊົນໃນທົ່ວ ອາຊຽນ-ຈີນ ເປັນບຸລິ ມະສິດອັນດັບໜຶ່ງ. ນອກຈາກເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນລາວຍັງໄດ້ເຂົ້າຮ່ວມງານ ສະເຫລີມສະຫລອງການສ້າງຕັ້ງສະ ມາຄົມມິດຕະພາບປະຊາຊົນຈີນ ກັບ ຕ່າງປະເທດ ຄົບຮອບ 70 ປີ ຕື່ມອີກ ເຊິ່ງເປັນການປະກອບສ່ວນເສີມຂະ ຫຍາຍການພົວພັນຮ່ວມມືອາຊຽນ-ຈີນ, ທັງເປັນການປະກອບຮັດແໜ້ນສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະ ສາດຮອບດ້ານ, ໝັ້ນຄົງຍາວນານຕາມ ທິດ 4 ດີ ແລະ ຄູ່ຮ່ວມຊາຕາກຳ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຈີນ ທີ່ນັບມື້ໄດ້ ຮັບການເສີມຂະຫຍາຍ ແລະ ເພີ່ມພູນ ຄູນສ້າງນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ. ຂ່າວ-ພາບ: ຄຕພ ຂປລ. ໃນວັນທີ 19 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ຮາຄອບ ອາຊາກຢານ ຮອງປະທານ ສະພາແຫ່ງຊາດ ແຫ່ງ ສາທາລະນະ ລັດອາເມນີ ໃນໂອກາດເດີນທາງມາ ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 45 (AIPA-45) ທີ່ ສປປ ລາວ ເປັນເຈົ້າພາບ. ໃນໂອກາດນີ້, ທ່ານ ຄໍາໃບ ດໍາລັດ ໄດ້ຕີລາຄາສູງຕໍ່ການພົບປະກັບ ທ່ານ ຮາຄອບ ອາຊາກຢານ ໃນໂອກາດ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ AIPA-45 ຄັ້ງນີ້, ເປັນການໃຫ້ກໍາລັງ ໃຈແລະສະໜັບສະໜູນການປະຕິບັດພັນ ທະສາກົນຂອງ ສະພາແຫ່ງຊາດລາວ ໃນການເປັນປະທານ ໄອປາ ກໍຄື ເປັນ ເຈົ້າພາບກອງປະຊຸມໄອປາ ໃຫ້ສໍາເລັດ ຜົນຢ່າງຈົບງາມ ແລະ ທັງເປັນການປະ ກອບສ່ວນເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະ ຫວ່າງ ສອງປະເທດ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດໃຫ້ນັບມື້ນັບ ຂປລ. ວັນທີ 19 ຕຸລາ 2024 ນີ້, ທ່ານ ສັນຍາ ປຣະເສີດ ປະທານກຳມາ ທິການການຕ່າງປະເທດ ຂອງສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ທ່ານ ອາສະລາກ ເຊັມ ຈາຄັອບ ເຊັນ ສະມາຊິກລັດຖະສະພາແຫ່ງ ຣາ ຊະອານາຈັກນອກແວ ໃນໂອກາດເຂົ້າ ຮ່ວມກອງປະຊຸມສະມັດຊາໃຫຍ່ ລັດ ຖະສະພາລະຫວ່າງຊາດ ອາຊຽນ ຫລື ໄອປາ 45 ທີ່ ສປປ ລາວ ເປັນເຈົ້າພາບ. ໂອກາດນີ້, ທ່ານ ສັນຍາ ປຣະເສີດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ພົບປະເຮັດວຽກກັບ ທ່ານ ອາສະລາກ ເຊັມ ຈາຄັອບເຊັນ ພ້ອມດ້ວຍຄະນະເຊິ່ງ ເປັນການປະກອບສ່ວນສຳຄັນເຂົ້າໃນ ເສີມຂະຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປລາວ ແລະ ຣາຊະອານາຈັກນອກແວ ໃຫ້ ໄດ້ຮັບການພັດທະນາ ແລະ ເສີມຂະ ຫຍາຍຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ລະ ຫວ່າງ ສອງອົງການນິຕິບັນຍັດ ຂອງ 2 ປະເທດ; ຕີລາຄາສູງຕໍ່ການພົວພັນ ຮ່ວມມື ລະຫວ່າງ ສອງປະເທດ ນັບແຕ່ ສອງຝ່າຍສ້າງສາຍພົວພັນການທູດ ນຳກັນ ໃນວັນທີ 12 ພະຈິກ 1991 ເຖິງປັດຈຸບັນຄົບຮອບ 33 ປີ, ການພົວ ພັນຮ່ວມມືລະຫວ່າ ງສອງປະເທດ ໄດ້ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການພົວພັນດ້ານການຄ້າ-ການລົງທຶນ ໃນຂະແໜງອຸດສາຫະກຳ ແລະ ຫັດຖະ ກຳ, ຂະແໜງໄຟຟ້ານ້ຳຕົກ; ສ່ວນດ້ານ ການຄ້າ ລະຫວ່າງ ສປປ ລາວ ແລະ ຂປລ. ໃນວັນທີ18 ຕຸລາ 2024ນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະ ທານສະພາແຫ່ງຊາດລາວ, ປະທານ ຄະນະມິດຕະພາບລັດຖະສະພາລາວລັດເຊຍ ໄດ້ພົບປະສອງຝ່າຍກັບ ທ່ານ ໂຊລບັນ ກາຣາ-ໂອລ ຮອງປະທານ ສະພາດູມາແຫ່ງສະຫະພັນຣັດເຊຍ ເພື່ອ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ ລະຫວ່າງສອງ ປະເທດລາວ-ຣັດເຊຍກໍຄືສອງອົງການ ນິຕິບັດຍັດ ໃຫ້ນັບມືນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ ຂຶ້ນເລື້ອຍໆ ໂດຍ ສະເພາະແມ່ນການຮ່ວມມື ແລະ ການ ສະໜັບສະໜູນ ເຊິ່ງກັນ ແລະກັນ ໃນເວ ທີລັດຖະສະພາພາກພື້ນ ແລະ ສາກົນ. ໂອກາດນີ້, ທ່ານ ພົທ ສຸວອນ ເລືອງ ບຸນມີ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນເປັນມູນ ເຊື້ອທີ່ດີງາມ ແລະ ການເປັນຄູ່ຮ່ວມຍຸດ ທະສາດ ລະຫວ່າງສອງປະເທດ ລາວ- ຣັດເຊຍ ໄດ້ສືບຕໍ່ມີບາດ ກ້າວຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ນັບມື້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຫລາຍຂຶ້ນ. ສະ ແດງອອກມີການແລກປ່ຽນຄະນະຜູ້ ແທນຂັ້ນສູງ ແລະ ຂັ້ນຕ່າງໆນໍາກັນ, ການຮ່ວມມືໃນດ້ານເສດຖະກິດ-ການ ຄ້າ,ຝ່າຍລັດຖະບານກໍໄດ້ມີສັນຍາຮ່ວມ ມືກັນແຕ່ເຫັນວ່າຍັງບໍ່ໄດ້ຮັບການຂະ ຫຍາຍຕົວເທົ່າທີ່ຄວນ, ມູນຄ່າການສົ່ງ ອອກສິນຄ້າຈາກ ລາວ ໄປຍັງຣັດເຊຍ ແມ່ນຫລຸດລົງຍ້ອນຫລາຍປັດໄຈ, ການ ລົງທຶນ ຂອງຣັດເຊຍ ແມ່ນຈັດຢູ່ໃນ ອັນດັບທີ 22 ຂອງການລົງທຶນຕ່າງປະ ເທດຢູ່ ສປປ ລາວ (ມີ 53 ປະເທດ), ມີ 24 ໂຄງການ ແລະ ມີມູນຄ່າການ ລົງທຶນທັງໝົດ 52 ລ້ານໂດລາສະຫະ ລັດ ກວມເອົາຂົງເຂດພະລັງງານບໍ່ແຮ່ ເປັນຕົ້ນຕໍ, ສອງລັດຖະບານລາວ-ຣັດ ເຊຍກໍໄດ້ປຶກສາຫາລືຄວາມເປັນໄປໄດ້ ໃນການຊື້ຂາຍນໍ້າມັນເຊື້ອໄຟ ຮ່ວມກັນ ແລະ ຊຸກຍູ້ ແລະ ສົ່ງເສີມໃນການຄ້າ ຂາຍສິນຄ້າ ທີ່ສອງປະເທດມີທ່າແຮງ ນໍາກັນ ເຊິ່ງຣັດເຊຍຍັງຢືນຢັນສືບຕໍ່. ສຳລັບການພົວພັນຮ່ວມມື ລະ ຫວ່າງສະພາແຫ່ງຊາດລາວ ແລະ ສະ ພາດູມາຣັດເຊຍ ໄດ້ຮັບການເສີມຂະ ຫຍາຍຂຶ້ນເປັນກ້າວໆ ພາຍຫລັງສອງ ປະທານສະພາສອງ ປະເທດ ໄດ້ພົບປະ ແບບທາງໄກ. ຈາກນັ້ນ, ກໍມີການແລກ ປ່ຽນຢ້ຽມຢາມລະຫວ່າງຄະນະມິດຕະ ພາບລັດຖະສະພາລາວ-ຣັດເຊຍ-ລາວ, ພົບປະທາງໄກລະຫວ່າງຄະນະສະມາ ຊິກລັດຖະສະພາໜຸ່ມນຳກັນ, ແລກ ປ່ຽນຂໍ້ມູນຂ່າວສານ, ສົ່ງສານຊົມເຊີຍ, ສານອວຍພອນ ເຊິ່ງກັນ ແລະ ກັນ ໃນ ໂອກາດວັນສຳຄັນຕ່າງໆ ຂອງຊາດ, ສະແດງທັດສະນະຕໍ່ບັນຫາຕ່າງໆຮ່ວມ ກັນ, ສະໜັບສະໜູນແລະຮ່ວມມືກັນໃນ ເວທີລັດຖະສະພາພາກພື້ນ ແລະ ສາກົນ. ພ້ອມນີ້, ທ່ານ ພົທ ສຸວອນ ເລືອງ ບຸນມີ ສະເໜີໃຫ້ສືບຕໍ່ແລກປ່ຽນການ ຢ້ຽມຢາມ ລະຫວ່າງຄະນະຜູ້ແທນຂັ້ນ ສູງ, ຂັ້ນກໍາມາທິການ ແລະ ຄະນະມິດ ຕະພາບລັດຖະສະພາ ຢ່າງເປັນປົກກະ ຕິ ທີ່ຕິດພັນກັບການແລກປ່ຽນບົດຮຽນ ກ່ຽວກັບການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ; ສະເໜີໃຫ້ ສອງລັດຖະບານສືບຕໍ່ຈັດຕັ້ງປະຕິ ບັດ ບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກ ລົງ ທີ່ລັດຖະບານ ຂອງສອງປະເທດ ໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະ ທຳຂຶ້ນກວ່າເກົ່າ ແລະ ສືບຕໍ່ຊຸກຍູ້ການ ຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຂອງຣັດເຊຍ ທີ່ມາລົງທຶນຢູ່ ສປປ ລາວ ໃຫ້ສໍາເລັດຕາມແຜນການ ແລະ ນໍາ ເອົາຜົນປະໂຫຍດມາສູ່ ປະຊາຊົນສອງ ຊາດພວກເຮົາຢ່າງແທ້ຈິງ; ສືບຕໍ່ຮ່ວມ ມືແລະສະໜັບສະໜູນເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ຂ່າວ: ກິດຕາ lv'vq 'dkooy 8y [a opa f ]k;{vkg,ou gruj ,mt;u dkoIj ;,,n ຂະຫຍາຍຕົວ ແລະ ເປັນຮູບປະທໍາຍິ່ງໆ ຂຶ້ນ.ການພົວພັນຮ່ວມມືລະຫວ່າງສປປ ລາວ ແລະ ອາເມນີ ນັບແຕ່ໄດ້ສ້າງຕັ້ງ ສາຍພົວພັນການທູດ ນໍາກັນໃນວັນທີ 21 ເມສາ 1998 ເປັນຕົ້ນມາ ໄດ້ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ພັດທະນາດີຂຶ້ນ, ເຖິງວ່າການແລກປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ຍັງບໍ່ທັນຫລາຍ, ແຕ່ກໍຍັງພົບພໍ້ກັນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດ ຖະສະພາພາກພື້ນ ແລະ ສາກົນ; ການ ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ 2 ປະເທດ ກໍຍັງ ບໍ່ທັນໄດ້ມີຫຍັງເທື່ອ ແລະ ຫວັງວ່າໃນ ອະນາຄົດ ຈະມີການພົວພັນຮ່ວມມືນໍາ ກັນຫລາຍຂຶ້ນ. ນອກຈາກນີ້, ທ່ານ ຄຳໃບ ດຳລັດ ຍັງໄດ້ສະເໜີສອງສະພາ ແຫ່ງຊາດ ຊຸກຍູ້ໃຫ້ມີການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນ ສູງ, ຂັ້ນກຳມາທິການ ແລະ ຄະນະມິດ ຕະພາບລັດຖະສະພາຂອງສອງປະເທດ ໃຫ້ເປັນປົກກະຕິນໍາກັນ, ສະເໜີ ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງ ປະເທດ ເອົາໃຈໃສ່ໃນການຈັດຕັ້ງປະຕິ ບັດ ການຕົກລົງເຫັນດີນໍາກັນໃຫ້ມີປະ ສິດທິຜົນດີຂຶ້ນກວ່າເກົ່າ, ສືບຕໍ່ຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນ ເຊິ່ງ ກັນແລະກັນໃນເວທີລັດຖະສະພາພາກ ພື້ນ ແລະ ສາກົນ. ໃນຕອນທ້າຍ ທ່ານ ຄຳໃບ ດຳລັດ ໄດ້ອວຍພອນໄຊອັນປະເສີດມາຍັງ ທ່ານ ຮາຄອບ ອາຊາກຢານ ຮອງປະ ທານສະພາແຫ່ງຊາດ ແຫ່ງ ສາທາ ລະນະລັດ ອາເມນີ ພ້ອມຄະນະຈົ່ງມີ ພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກ ງານ ອັນມີກຽດສະຫງ່າ ຂອງຕົນ ແລະ ປະສົບຜົນສຳເລັດໃນການເຂົ້າຮ່ວມ ກອງປະຊຸມໃຫຍ່ສະມັດຊາລັດຖະສະ ພາລະຫວ່າງຊາດ ອາຊຽນ ຄັ້ງທີ 45 ຢູ່ ສປປ ລາວ ໃນຄັ້ງນີ້, ອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມລະຫວ່າງສປປລາວ ແລະ ອາເມນີ ໂດຍສະເພາະ ລະຫວ່າງ 2 ອົງການນິຕິບັນຍັດ ພວກເຮົາ ຈົ່ງໄດ້ ຮັບການພັດທະນາຍິ່ງໆຂຶ້ນ. ຂ່າວ: ກິດຕາ; ພາບ: ສຸກສະຫວັນ lxx ]k; c]t ik-tvkok9a dovdc; glu ,0tspkpdkorq ;ra oIj ;,,n ຣາຊະອານາຈັກນອກແວ ແມ່ນຍັງ ໜ້ອຍຖ້າທຽບໃສ່ປະເທດອື່ນໆ. ສິນຄ້າ ຫລັກໃນການສົ່ງອອກໄປປະເທດນອກ ແວ ແມ່ນປະເພດເຄື່ອງນຸ່ງຫົ່ມ ແລະ ເກີບໜັງ. ສ່ວນສິນຄ້ານໍາເຂົ້າຫລັກປະ ກອບມີປະເພດເຄື່ອງກົນຈັກ, ເຄື່ອງ ຕາຊັງ, ຜະລິດຕະພັນ-ອຸປະກອນເຄື່ອງ ໄຟຟ້າ ແລະ ອື່ນໆ. ນອກຈາກນີ້, ນອກ ແວ ຍັງໄດ້ໃຫ້ການຊ່ວຍເຫລືອຫລາຍ ຂະແໜງການ ເປັນຕົ້ນ ການຊ່ວຍເຫລືອ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກທີ່ຕົກ ຄ້າງ ຢູ່ ສປປ ລາວ, ການພັດທະນາພະ ລັງງານໄຟຟ້າ, ການຄຸ້ມຄອງຊັບພະ ຍາກອນທຳມະຊາດ ແລະ ສົ່ງເສີມຂະ ແໜງເອກະຊົນຂອງລາວ ໃນໄລຍະ ເສດຖະກິດຂ້າມຜ່ານ, ການພັດທະນາ ຂະແໜງການສັງຄົມ, ການສຶກສາຂັ້ນ ພື້ນຖານ ແລະ ສາທາລະນະສຸກຂັ້ນພື້ນ ຖານອື່ນໆ. ໃນນັ້ນ, ຍັງໃຫ້ການຊ່ວຍ ເຫລືອໃນຂົງເຂດ ເປັນແຜນງານບຸລິ ມະສິດຂອງລັດຖະບານສະໜັບສະໜູນ ສປປ ລາວ ໃຫ້ບັນລຸເປົ້າໝາຍ ສະຫັດ ສະວັດ ແລະ ຫລຸດພົ້ນອອກຈາກ ການ ເປັນປະເທດດ້ອຍພັດທະນາໃນປີ 2026. ພ້ອມນີ້, ທ່ານ ສັນຍາ ປຣະເສີດ ຍັງແຈ້ງໃຫ້ຮູ້ວ່າ: ປັດຈຸບັນ, ສປປ ລາວ ພວມດຳເນີນການປັບປຸງລັດຖະທຳ ມະໜູນ ສະບັບປີ 2015 ຄາດວ່າຈະໄດ້ ການພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນ ຕົ້ນ ປີ 2025 ທີ່ ຈະມາເຖິງນີ້ ແລະ ສະພາ ແຫ່ງຊາດລາວ ຊຸດທີ IX ກໍຫ້າງຫາ ກະກຽມໃຫ້ແກ່ ກອງປະຊຸມສະໄໝສາ ມັນ ເທື່ອທີ 8 ຂອງຕົນ. ສຳລັບທິດທາງຮ່ວມມືໃນຕໍ່ໜ້າ, ສະເໜີໃຫ້ຊຸກຍູ້ສອງອົງການນີຕິບັນ ຍັດລາວ-ນອກແວ ມີການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນ ສູງ, ກຳມາທິການ, ຄະນະເລຂາທິການ ແລະ ຄະນະມິດຕະພາບລັດຖະສະພາ ຂອງສອງປະເທດ ຢ່າງເປັນປົກກະຕິ ນໍາກັນ; ສະເໜີໃຫ້ຊຸກຍູ້ ແລະ ສົ່ງເສີມ ໃຫ້ລັດຖະບານຂອງສອງປະເທດ ຈົ່ງ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການ ຕົກລົງເຫັນດີນໍາກັນໃຫ້ມີປະສິດທິຜົນ ດີ; ສືບຕໍ່ຮ່ວມມື, ຊ່ວຍເຫລືອ ແລະ ສະ ໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີ ລັດຖະສະພາພາກພື້ນ ແລະ ສາກົນ. ທ່ານ ສັນຍາ ປຣະເສີດ ໄດ້ສະແດງ ຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງ ລັດຖະບານ ແລະ ປະຊາຊົນນອກແວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອດ້ານຕ່າງໆ ໃຫ້ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍ ຜ່ານອົງການ NORAD, ອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP), ອົງການຈັດຕັ້ງທີ່ບໍ່ສັງກັດ ລັດຖະບານ (NGOs) ແລະ ອື່ນໆ. ຂ່າວ: ກິດຕາ; ພາບ: ຕຸໄລເພັດ dkorq ;ra oIj ;,,n lv'vq 'dkooy 8y [a opa f ]k;{ia fg-p ln [8+ 0tspkp8q ;1j k'8+ gonj v'

RkJQdWJsaXNoZXIy MTc3MTYxMQ==