ປະລິມານການຂົນສົ່ງນັກທ່ອງທ່ຽວສາກົນຜ່ານລົດໄຟຈີນ-ລາວ ບັນລຸ 1.273 ຄົນຕໍ່ວັນ

23/10/2024 16:01
ຂປລ ກຸ່ມບໍລິສັດ ລົດໄຟ ລາວ-ຈີນ ຈຳກັດ ແຈ້ງຂ່າວ ໃຫ້ຮູ້ວ່າ: ເນື່ອງໃນງານ ບຸນອອກພັນສາ ແລະ ກະແສນິຍົມ ການທ່ອງທ່ຽວສາກົນ “ກາຍເປັນສອງ ກະແສສູງ” ໃນໄລຍະດຽວກັນ, ເຮັດໃຫ້ລົດໄຟຈີນ-ລາວ ໄດ້ຮັບຄວາມນິຍົມ ຫລາຍທີ່ສຸດ ຈາກນັກທ່ອງທ່ຽວ ໄດ້ຂົນສົ່ງ ຜູ້ໂດຍສານ ສາກົນ 1.273 ຄົນຕໍ່ວັນ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ກຸ່ມບໍລິສັດ ລົດໄຟ ລາວ-ຈີນ ຈຳກັດ ແຈ້ງຂ່າວ ໃຫ້ຮູ້ວ່າ: ເນື່ອງໃນງານ ບຸນອອກພັນສາ ແລະ ກະແສນິຍົມ ການທ່ອງທ່ຽວສາກົນ “ກາຍເປັນສອງ ກະແສສູງ” ໃນໄລຍະດຽວກັນ, ເຮັດໃຫ້ລົດໄຟຈີນ-ລາວ ໄດ້ຮັບຄວາມນິຍົມ ຫລາຍທີ່ສຸດ ຈາກນັກທ່ອງທ່ຽວ ໄດ້ຂົນສົ່ງ ຜູ້ໂດຍສານ ສາກົນ 1.273 ຄົນຕໍ່ວັນ ຊຶ່ງສ້າງສະຖິຕິ ສູງສຸດ ອີກເທື່ອໃໝ່ ນັບແຕ່ ໄດ້ເປີດລົດໄຟ ຂະບວນຂົນສົ່ງ ຜູ້ໂດຍສານ ສາກົນຈີນ-ລາວ ເປັນຕົ້ນມາ. ຂະນະທີ່ ສປປ ລາວ ໄດ້ຕ້ອນຮັບ ບຸນອອກພັນສາ ທີ່ຈັດຂຶ້ນແຕ່ລະປີ  ຊຶ່ງເປັນວັນບຸນ ທີ່ສຳຄັນ ຂອງ ສປປ ລາວ. ໃນໄລຍະ ບຸນອອກພັນສາ, ຢູ່ແຫ່ງຕ່າງໆ ຂອງ ສປປ ລາວ ໄດ້ຈັດການແຂ່ງຂັນ ຊ່ວງເຮືອ, ງານຕະຫລາດນັດ, ການສະແດງ ສີລະປະ ວັນນະຄະດີ ແລະ ກິດຈະກຳຕ່າງໆ ຢ່າງຟົດຟື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top