ອີຢູ ເລື່ອນການບັງຄັບໃຊ້ກົດໝາຍຕັດໄມ້ທຳລາຍປ່າ ຮອດທ້າຍປີໜ້າ

18/10/2024 12:59
ຂປລ ປະເທດ ສະມາຊິກ ສະຫະພາບ ເອີຣົບ (ອີຢູ) ສະໜັບ ສະໜູນ ການເລື່ອນບັງຄັບ ໃຊ້ກົດໝາຍ ຕັດໄມ້ທຳລາຍປ່າ ຮອດທ້າຍປີໜ້າ ຫລັງຈາກ ປະ ເທດ ຄູ່ຄ້າ ຂອງອີຢູ ຕັ້ງແຕ່ ບຣາຊິນ ໄປຈົນເຖິງ ສ.ອາເມລິກາ ຈົນໄປຮອດ ປະເທດ ເຢຍລະມັນ ສົ່ງຜົນໃຫ້ ຄະນະ ກຳມະການ ເອີີຣົບ ຕັດສິນໃຈ ສະເໜີ ໃຫ້ເລື່ອນ ການນຳໃຊ້ ກົດໝາຍດັ່ງກ່າວ ໃນປີທ້າຍໜ້າ ຈາກທີ່ກຳນົດໄວ້ ແມ່ນທ້າຍປີນີ້.

ຂປລ.ສຳນັກຂ່າວ ເອເອຟພີ,ເມື່ອບໍ່ດົນມານີ້, ປະເທດ ສະມາຊິກ ສະຫະພາບ ເອີຣົບ (ອີຢູ) ສະໜັບ ສະໜູນ ການເລື່ອນ ບັງຄັບ ໃຊ້ກົດໝາຍ ຕັດໄມ້ ທຳລາຍປ່າ ຮອດທ້າຍປີໜ້າ ຫລັງຈາກ ປະເທດ ຄູ່ຄ້າ ຂອງອີຢູ ຕັ້ງແຕ່ ບຣາຊິນ ໄປຈົນເຖິງ ສ.ອາເມລິກາ ຈົນໄປຮອດ ປະເທດ ເຢຍລະມັນ ສົ່ງຜົນໃຫ້ ຄະນະ ກຳມະການ ເອີີຣົບ ຕັດສິນໃຈ ສະເໜີ ໃຫ້ເລື່ອນ ການນຳໃຊ້ ກົດ  ໝາຍດັ່ງກ່າວ ໃນປີທ້າຍໜ້າ ຈາກທີ່ກຳນົດໄວ້ ແມ່ນທ້າຍປີນີ້.ກົດໝາຍ ດັ່ງກ່າວ ລະບຸເຖິງ ການຫ້າມ ສິນຄ້າຕ່າງໆ ບໍ່ວ່າ ຈະເປັນ ກາເຟ, ໂກໂກ້, ຖົ່ວເຫລືອງ, ໄມ້ທ່ອນ, ນ້ຳມັນປາມ, ການລ້ຽງ ສັດ, ເຈ້ຍພິມ ແລະ ຢາງພາລາ ຖ້າຫາກສິ່ງເຫລົ່ານີ້ ຖືກຜະລິດ ໂດຍໃຊ້ທີ່ດິນ ຊຶ່ງມີການຕັດໄມ້ ທຳລາຍປ່າ ຫລັງຈາກ ເດືອນທັນວາ 2020.ເຖິງວ່າ ປະເທດ ສະມາຊິກ ອີຢູ ລວມທັງໝົດ 27 ປະເທດ ຈະຊ່ວຍໃຫ້ ປະເທດ ທີສາມ ປະເທດ ສະມາຊິກ ອີຢູ, ຜູ້ປະກອບການ ແລະ ຜູ້ຄ້າ ສາມາດ ກຽມຄວາມພ້ອມ ໄດ້ຢ່າງເຕັມທີ່./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top