ຫ້ອງການ ອຄ ເມືອງແກ່ນທ້າວ ຕິດຕາມ ກວດກາການກໍານົດຄ່າບໍລິການລ້າງລົດ

18/10/2024 12:59
ຂປລ ຂປລ. ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົມານີ້, ຫ້ອງການອຸດສາຫະກໍາ ແລະ ການຄ້າ(ອຄ) ເມືອງແກ່ນທ້າວ ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລະ ອົງການກວດ

      

   ຂປລ. ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົມານີ້, ຫ້ອງການອຸດສາຫະກໍາ ແລະ ການຄ້າ(ອຄ) ເມືອງແກ່ນທ້າວ ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລະ ອົງການກວດ ກາລັດເມືອງ ລົງຕິດຕາມ ແລະ ກວດກາການກໍານົດຄ່າບໍລິການລ້າງລົດ ຢູ່ພາຍໃນເທສະບານເມືອງ ນໍາໂດຍ ທ່ານ ນາງ ເຂັມທອງ ຈິນດາມະນີ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ.       ການລົງຕິດຕາມ ແລະ ກວດກາຄັ້ງນີ້, ກໍເພື່ອຮັບປະກັນລາຄາລ້າງລົດຢູ່ພາຍໃນເມືອງ ໃຫ້ເປັນເອກະພາບກັນ ແລະ ບໍ່ໃຫ້ຂຶ້ນລາຄາເກີນທີ່ກໍານົດໄວ້ ເຊັ່ນ: ລົດກະບະ, ລົດເກັງ 70,000 ກີບ/ຄັນ, ລົດປາໂດ, ລົດແລນກຸຍເຊີ ແລະ ລົດຕູ້ 100,000 ກີບ/ຄັນ. ພ້ອມນີ້, ຍັງເປັນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ອົງຄະ ນະພັກເມືອງ ແກ່ນທ້າວ, ອົງການແນວລາວສ້າງຊາດເມືອງ, ສະຫະພັນນັກຮົບເກົ່າເມືອງ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້.

ຂ່າວ: ແກ່ນທ້າວ

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊ

      10/18/2024 1:56:09 PM

      ຂປລ. ການຊ່ວງເຮືອ​ປະເພນີ​ ປະຈໍາປີ​ 2024​ ທີ່ນະຄອນປາກເຊ​ ແຂວງຈໍາປາສັກ​ ເປີດຂຶ້ນຢ່າງຍິ່ງໃຫຍ່​ ຢູ່ບໍລິເວນແຄມນໍ້າເຊໂດນ ບ້ານທ່າສາລາຄໍາ ໃນວັນທີ 18 ຕຸລາ 2024 ໂດຍການໃຫ້ກຽດເຂົ້າຮ່ວມ​ ທ່ານ ​ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປາສັກ,​ ມີກົງສູນໃຫຍ່ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາ​ພາກໃຕ້ລາວ ທີ່ນະຄອນປາກເຊ,​ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ​ ຣາຊະອານາຈັກກຳປູເຈຍ,​ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ​

    • ສໍາມະນາ ການຄຸ້ມຄອງຖິ່ນກໍາເນີດຜ້າໄໝຫົວພັນວັດທະນະທຳ-ສັງຄົມ

      ສໍາມະນາ ການຄຸ້ມຄອງຖິ່ນກໍາເນີດຜ້າໄໝຫົວພັນ

      10/18/2024 1:13:04 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ວັນທີ 16 ຕຸລາ 2024 ຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າແຂວງຫົວພັນ ຈັດສຳມະນາກ່ຽວກັບການຄຸ້ມຄອງຖິ່ນກຳເນີດ ແບບລວມໝູ່ສຳລັບພາກສ່ວນກ່ຽວຂ້ອງ ຂັ້ນທ້ອງຖິ່ນແຂວງຫົວພັນ

    • ແກ່ນທ້າວ ປຶກສາຫາລື ການເກັບກໍາຂໍ້ມູນ  ຄິດໄລ່ການເຕີບໂຕເສດຖະກິດຂອງເມືອງວັດທະນະທຳ-ສັງຄົມ

      ແກ່ນທ້າວ ປຶກສາຫາລື ການເກັບກໍາຂໍ້ມູນ ຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ

      10/18/2024 1:05:09 PM

      ຂປລ. ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົມານີ້, ເມືອງແກ່ນທ້າວ ຈັດ ກອງປະຊຸມ ປຶກສາຫາລືກ່ຽວກັບການເກັບກໍາຂໍ້ມູນ ເພື່ອຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ ໂດຍມີ ທ່ານ ສີຄານ ແກ່ນມະນີ

    • ບຸນຊ່ວງເຮືອ ປະຈໍາປີ 2024 ຢູ່ ນວ  ຮັກສາໄດ້ມູນເຊື້ອວັດທະນະທໍາອັນດີງາມວັດທະນະທຳ-ສັງຄົມ

      ບຸນຊ່ວງເຮືອ ປະຈໍາປີ 2024 ຢູ່ ນວ ຮັກສາໄດ້ມູນເຊື້ອວັດທະນະທໍາອັນດີງາມ

      10/18/2024 11:36:44 AM

      ຂປລ. ບຸນອອກພັນສາປະວໍລະນາ ກໍຄື ບຸນຊ່ວງເຮືອ ປະຈຳປີ 2024 ຈັດຂຶ້ນຢ່າງຄຶກຄື້ນ ໄປຄຽງຄູ່ກັບການຮັກສາມູນເຊື້ອ ວັດທະນະທຳອັນດີງາມຂອງຊາດ ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ (ນວ) ໃນລະຫວ່າງວັນທີ 15-18 ຕຸລາ 2024 ເຊິ່ງໃນມື້ສຸດທ້າຍ ຂອງງານ ໃນວັນທີ 18 ຕຸລາ ໄດ້ມີການແຂ່ງຂັນຊ່ວງເຮືອປະເພນີ 55 ສີພາຍ ຍິງ-ຊາຍ ໂດຍມີ ການນຳພັກ, ລັດ, ນະຄອນຫລວງ, ເມືອງ ພ້ອມດ້ວຍ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາເບິ່ງ, ມາຊົມ, ມາເຊຍ ການແຂ່ງຂັນ ຢ່າງຄຶກຄື້ນ,

    • ຮອງນາຍົກລັດຖະມົນຕີ ຮ່ວມໃສ່ບາດ ບຸນອອກພັນສາ ທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນຕີ ຮ່ວມໃສ່ບາດ ບຸນອອກພັນສາ ທີ່ນະຄອນປາກເຊ

      10/17/2024 1:47:29 PM

      ຂປລ. ​ຕອນເຊົ້າວັນທີ 17 ຕຸລາ​ 2024,​ ກົງກັບຂຶ້ນ 15 ຄໍ່າ ເດືອນ​ 11​ ລາວ ພສ 2567,​ ເປັນວັນບຸນ ອອກພັນສາປະວໍຣະນາ,​ ທ່ານ​ ກິ​ແກ້ວ​ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມ​ພັນລະຍາ, ທ່ານ​ ບົວລີ​ ເພັດສົງຄາມ ເຈົ້ານະຄອນ​ປາກເຊ​ ພ້ອມພັນລະຍາ​ ໄດ້ເຂົ້າຮ່ວມທຳບຸນໃສ່ບາດ​ ນໍາພໍ່ແມ່ປະຊາຊົນຄົນລາວຊາວພຸດ ຢູ່ວັດຫລວງ​ປາກເຊ

ads
ads

Top