ການພົວພັນຮ່ວມມື ສອງອົງການນິຕິບັນຍັດ ລາວ-ຣັດເຊຍ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

18/10/2024 13:50
ຂປລ ຂປລ. ໃນວັນທີ 18 ຕຸລາ 2024 ນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ, ປະທານຄະນະມິດຕະພາບລັດຖະສະພາລາວ-ລັດເຊຍ ໄດ້ພົບປະສອງຝ່າຍກັບ ທ່ານ ໂຊລບັນ ກາຣາ-ໂອລ ຮອງປະທານສະພາດູມາ ແຫ່ງ ສະຫະພັນ ຣັດເຊຍ ເພື່ອເສີມຂະຫຍາຍ ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອທີ່ດີງາມ ລະຫວ່າງສອງປະເທດ ລາວ-ຣັດເຊຍ



ຂປລ. ໃນວັນທີ 18 ຕຸລາ 2024 ນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ
, ປະທານຄະນະມິດຕະພາບລັດຖະສະພາລາວ-ລັດເຊຍ ໄດ້ພົບປະສອງຝ່າຍກັບ ທ່ານ ໂຊລບັນ ກາຣາ-ໂອລ ຮອງປະທານສະພາດູມາ ແຫ່ງ ສະຫະພັນ ຣັດເຊຍ ເພື່ອເສີມຂະຫຍາຍ ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອທີ່ດີງາມ ລະຫວ່າງສອງປະເທດ ລາວ-ຣັດເຊຍ ກໍຄື ສອງອົງການນິຕິບັດຍັດ ໃຫ້ນັບມືນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຂຶ້ນເລື້ອຍໆ ໂດຍສະເພາະແມ່ນ ການຮ່ວມມື ແລະ ການສະໜັບສະໜູນ ເຊິ່ງກັນ ແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.



ໂອກາດນີ້
, ທ່ານ ພົທ ສຸວອນ ເລືອງບຸນມີ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ລາວ-ຣັດເຊຍ ໄດ້ສືບຕໍ່ມີບາດ ກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ນັບມື້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຫລາຍຂຶ້ນ. ສະແດງອອກມີການແລກ ປ່ຽນຄະນະຜູ້ແທນ ຂັ້ນສູງ ແລະ ຂັ້ນຕ່າງໆນໍາກັນ, ການຮ່ວມມືໃນດ້ານ ເສດຖະກິດ-ການຄ້າ, ຝ່າຍລັດຖະບານ ກໍໄດ້ມີສັນຍາຮ່ວມມືກັນແຕ່ ເຫັນວ່າຍັງບໍ່ໄດ້ຮັບ ການຂະຫຍາຍຕົວເທົ່າທີ່ຄວນ, ມູນຄ່າການສົ່ງອອກສິນຄ້າຈາກ ລາວ ໄປຍັງ ຣັດເຊຍ ແມ່ນຫລຸດລົງ ຍ້ອນຫລາຍປັດໄຈ,  ການລົງທຶນ ຂອງຣັດເຊຍ ແມ່ນຈັດຢູ່ໃນອັນດັບທີ 22 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ (ມີ 53 ປະເທດ), ມີ 24 ໂຄງການ ແລະ ມີມູນຄ່າການລົງທຶນທັງໝົດ 52 ລ້ານໂດລາສະຫະລັດ ກວມເອົາຂົງເຂດພະລັງງານ ບໍ່ແຮ່ເປັນຕົ້ນຕໍ, ສອງລັດຖະບານລາວ-ລັດເຊຍ ກໍໄດ້ປຶກສາຫາລື ຄວາມເປັນໄປໄດ້ ໃນການຊື້ຂາຍນໍ້າມັນເຊື້ອໄຟ ຮ່ວມກັນ ແລະ ຊຸກຍູ້ ແລະ ສົ່ງເສີມໃນການຄ້າຂາຍສິນຄ້າ ທີ່ສອງປະເທດມີທ່າແຮງນໍາກັນ ເຊິ່ງຣັດເຊຍຍັງຢືນຢັນສືບຕໍ່.



ສຳລັບການພົວພັນຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາດູມາຣັດເຊຍ ໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆ
  ພາຍຫລັງສອງປະທານສະພາສອງປະເທດ ໄດ້ພົບປະແບບທາງໄກ. ຈາກນັ້ນ
, ກໍມີການແລກປ່ຽນຢ້ຽມຢາມ ລະຫວ່າງຄະນະມິດຕະພາບ ລັດຖະສະພາ ລາວ-ຣັດເຊຍ-ລາວ, ພົບປະທາງໄກລະຫວ່າງ ຄະນະສະມາຊິກລັດຖະສະພາໜຸ່ມນຳກັນ, ແລກປ່ຽນຂໍ້ມູນຂ່າວສານ, ສົ່ງສານຊົມເຊີຍ, ສານອວຍພອນ ເຊິ່ງກັນ ແລະ ກັນ ໃນໂອກາດວັນສຳຄັນຕ່າງໆ ຂອງຊາດ, ສະແດງທັດສະນະຕໍ່ບັນຫາຕ່າງໆຮ່ວມກັນ, ສະໜັບສະໜູນ ແລະ ຮ່ວມມືກັນໃນເວທີລັດ ຖະສະພາພາກພື້ນ ແລະ ສາກົນ.



ພ້ອມນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ສະເໜີໃຫ້ສືບຕໍ່ແລກປ່ຽນການຢ້ຽມຢາມ ລະຫວ່າງຄະນະຜູ້ແທນຂັ້ນສູງ
, ຂັ້ນກໍາມາທິການ ແລະ ຄະນະມິດຕະພາບລັດຖະສະພາ ຢ່າງເປັນປົກກະຕິ ທີ່ຕິດພັນກັບການແລກປ່ຽນບົດ ຮຽນກ່ຽວກັບການປະຕິບັດ ພາລະບົດບາດ ຂອງອົງການ ນິຕິບັນຍັດ; ສະເໜີໃຫ້ສອງລັດຖະບານສືບຕໍ່ຈັດຕັ້ງປະຕິ ບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງ ທີ່ລັດຖະບານ ຂອງສອງປະເທດ ໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳຂຶ້ນກວ່າເກົ່າ ແລະ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຕ່າງໆ ຂອງຣັດເຊຍ ທີ່ມາລົງທຶນຢູ່ ສປປ ລາວ ໃຫ້ສໍາເລັດຕາມແຜນການ ແລະ ນໍາເອົາຜົນປະໂຫຍດມາສູ່ ປະຊາຊົນສອງຊາດພວກເຮົາຢ່າງແທ້ຈິງ; ສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ຂ່າວ: ກິດຕາ
KPL

ຂ່າວອື່ນໆ

    • ສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ສານສະແດງຄວາມເສົ້າສະຫລົດໃຈ

      10/18/2024 1:43:51 PM

      ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ໄຊສົມພອນ ພົວວິຫານ ກຳມະການກົມການເມືອງສູນກາງພັກ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ສະຫາຍ ຈ້າວ ເລີ້ ຈີ້ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາ ຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຕໍ່ການຈາກໄປ ຂອງອະດີດກຳມະການປະຈຳ ກົມການເມືອງສູນກາງພັກກອມມູນິດຈີນ, ອະດີດປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຊູດທີ X ແລະ XI (ແຕ່ປີ 2003-2013).

    • ຫົວໜ້າ ຄຕພ ເຄື່ອນໄຫວເຮັດວຽກຢູ່ ກາຊັກສະຖານການເມືອງ

      ຫົວໜ້າ ຄຕພ ເຄື່ອນໄຫວເຮັດວຽກຢູ່ ກາຊັກສະຖານ

      10/18/2024 12:34:58 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພັກອາມານັດ (AMANAT), ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກ ທີ່ ສາທາລະນະລັດ ກາຊັກສະຖານ ໃນລະຫວ່າງວັນທີ 15-17 ຕຸລາ 2024 ເພື່ອສ້າງຕັ້ງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກອາມານັດ

    • ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມືການເມືອງ

      ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມື

      10/18/2024 12:29:32 PM

      ຂປລ. ໃນວັນທີ 18 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ລີເບີ ລີບົວປາວ ປະທານກໍາມາທິການ, ການເງິນ ແລະ ການກວດສອບ, ທັງເປັນປະທານຄະນະມິດຕະພາບ ລັດຖະສະພາ ລາວ-ການາດາ ໄດ້ພົບປະກັບທ່ານ Yeua Pua woo ສະມາຊິກວຸດທິສະພາ ລັດຖະສະພາ ການາດາ ພ້ອມຄະນະ ໃນໂອກາດເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ

    • ຍົກສູງຄວາມຮູ້ວຽກບໍລິຫານ ແລະ ພິທີການ ກຽມຮັບໃຊກອງປະຊຸມ ໄອປາການເມືອງ

      ຍົກສູງຄວາມຮູ້ວຽກບໍລິຫານ ແລະ ພິທີການ ກຽມຮັບໃຊກອງປະຊຸມ ໄອປາ

      10/18/2024 12:21:50 PM

      ຂປລ. ເມື່ອບໍ່ດົນມານີ້, ສະພາແຫ່ງຊາດ ຈັດຝຶກອົບຮົມຍົກສູງຄວາມຮູ້ ທາງດ້ານວຽກງານບໍລິຫານ ແລະ ພິທີການ ໃຫ້ແກ່ພະນັກງານ LOs/VOs (ຜູ້ປະສານງານ) ເພື່ອກະກຽມຮັບໃຊ້ກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງ ທ່ານ ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ, ມີບັນດາຄະນະກົມ, ກອງເລຂາຊ່ວຍວຽກ ແລະ ພະນັກງານ LOs/VOs ເຂົ້າຮ່ວມ.

    • ປະທານສະພາແຫ່ງຊາດ ກວດກາ ສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45ການເມືອງ

      ປະທານສະພາແຫ່ງຊາດ ກວດກາ ສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45

      10/18/2024 12:09:08 PM

      ຂປລ. ຕອນເຊົ້າວັນທີ 17 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານໄອປາ ພ້ອມດ້ວຍຄະນະ ເຊິ່ງປະກອບມີຮອງປະທານສະພາແຫ່ງຊາດ, ຫົວໜ້າອະນຸກໍາມະການເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ສື່ມວນຊົນ ແລະ ພາກສວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ ຢູ່ຫໍປະຊຸມແຫ່ງຊາດ

ads
ads

Top