ບຸນຊ່ວງເຮືອ ປະຈໍາປີ 2024 ຢູ່ ນວ ຮັກສາໄດ້ມູນເຊື້ອວັດທະນະທໍາອັນດີງາມ

18/10/2024 11:36
ຂປລ ຂປລ. ບຸນອອກພັນສາປະວໍລະນາ ກໍຄື ບຸນຊ່ວງເຮືອ ປະຈຳປີ 2024 ຈັດຂຶ້ນຢ່າງຄຶກຄື້ນ ໄປຄຽງຄູ່ກັບການຮັກສາມູນເຊື້ອ ວັດທະນະທຳອັນດີງາມຂອງຊາດ ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ (ນວ) ໃນລະຫວ່າງວັນທີ 15-18 ຕຸລາ 2024 ເຊິ່ງໃນມື້ສຸດທ້າຍ ຂອງງານ ໃນວັນທີ 18 ຕຸລາ ໄດ້ມີການແຂ່ງຂັນຊ່ວງເຮືອປະເພນີ 55 ສີພາຍ ຍິງ-ຊາຍ ໂດຍມີ ການນຳພັກ, ລັດ, ນະຄອນຫລວງ, ເມືອງ ພ້ອມດ້ວຍ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາເບິ່ງ, ມາຊົມ, ມາເຊຍ ການແຂ່ງຂັນ ຢ່າງຄຶກຄື້ນ,



ຂປລ. ບຸນອອກພັນສາປະວໍລະນາ ກໍຄື ບຸນຊ່ວງເຮືອ ປະຈຳປີ 2024 ຈັດຂຶ້ນຢ່າງຄຶກຄື້ນ ໄປຄຽງຄູ່ກັບການຮັກສາມູນເຊື້ອ ວັດທະນະທຳອັນດີງາມຂອງຊາດ ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ (ນວ) ໃນລະຫວ່າງວັນທີ 15-18 ຕຸລາ 2024 ເຊິ່ງໃນມື້ສຸດທ້າຍ ຂອງງານ ໃນວັນທີ 18 ຕຸລາ ໄດ້ມີການແຂ່ງຂັນຊ່ວງເຮືອປະເພນີ 55 ສີພາຍ ຍິງ-ຊາຍ ໂດຍມີ ການນຳພັກ, ລັດ, ນະຄອນຫລວງ, ເມືອງ ພ້ອມດ້ວຍ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາເບິ່ງ, ມາຊົມ, ມາເຊຍ ການແຂ່ງຂັນ ຢ່າງຄຶກຄື້ນ, ພ້ອມທັງ ເລາະຊົມ, ຊື້-ຂາຍ ສິນຄ້າ ປະເພດຕ່າງໆ ຢູ່ພາຍໃນງານ ຢ່າງຄຶກຄື້ນ, ຮັກສາໄດ້ຮີດຄອງປະເພນີ ອັນດີງາມ ແລະ ຮັກສາໄດ້ຄວາມສະຫງົບ, ປອດໄພ.




ການແຂ່ງຂັນຊ່ວງເຮືອ ໃນປີນີ້
, ຄະນະກຳມະການຈັດງານບຸນ ໄດ້ຈັດສັນພື້ນທີ່ຈັດງານ ຢ່າງເປັນລະບຽບຮຽບຮ້ອຍ ໂດຍໄດ້ກໍານົດເອົາຈຸດປ່ອຍເຮືອ ຢູ່ເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊ ໜ້າວັດຈັນ, ມີເຮືອເຂົ້າຮ່ວມແຂ່ງຂັນ ທັງໝົດ 9 ລຳ. ໃນນັ້ນ, ເຮືອຊ່ວງປະເພນີຊາຍ 55 ສີພາຍ ມີ 6 ລຳ ແລະ ເຮືອປະເພນີຍິງ 55 ສີພາຍ 3 ລຳ.

         



ສຳລັບ ສະຖານທີ່ວາງສະແດງ-ຂາຍສິນຄ້າ ຄະນະກຳມະການຈັດງານ ໄດ້ກຳນົດເອົາເຂດສວນເຈົ້າອານຸວົງ ແລະ ເສັ້ນທາງເຈົ້າຟ້າງຸ່ມ ທັງ 2 ຟາກ ນັບແຕ່ຫລັງຫໍຄຳ  ຂຶ້ນມາຫາສາມແຍກປາກປາສັກ ແລະ ເສັ້ນທາງດ້ານໜ້າ-ດ້ານຫລັງ ໂຮງຮຽນປາກປ່າສັກ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top