ສານສະແດງຄວາມເສົ້າສະຫລົດໃຈ

18/10/2024 13:43
ຂປລ ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ໄຊສົມພອນ ພົວວິຫານ ກຳມະການກົມການເມືອງສູນກາງພັກ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ສະຫາຍ ຈ້າວ ເລີ້ ຈີ້ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາ ຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຕໍ່ການຈາກໄປ ຂອງອະດີດກຳມະການປະຈຳ ກົມການເມືອງສູນກາງພັກກອມມູນິດຈີນ, ອະດີດປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຊູດທີ X ແລະ XI (ແຕ່ປີ 2003-2013).

ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ໄຊສົມພອນ ພົວວິຫານ ກຳມະການກົມການເມືອງສູນກາງພັກ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ສະຫາຍ ຈ້າວ ເລີ້ ຈີ້ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາ ຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຕໍ່ການຈາກໄປ ຂອງອະດີດກຳມະການປະຈຳ ກົມການເມືອງສູນກາງພັກກອມມູນິດຈີນ, ອະດີດປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຊູດທີ X ແລະ XI (ແຕ່ປີ 2003-2013).

ເນື້ອໃນສານລະບຸໄວ້ວ່າ: ໃນນາມສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ສະຫາຍ ອູ ປາງ ກົວ (wu bang guo) ອະດີດກຳມະການປະຈຳກົມ ການເມືອງສູນກາງ ພັກກອມມູນິດຈີນ, ອະດີດປະທານສະພາຜູ້ແທນ ປະຊາຊົນທົ່ວປະເທດຈີນ ຊູດທີ X ແລະ XI (ແຕ່ປີ 2003-2013) ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ຕຸລາ 2024 ຜ່ານມາ.

ການຈາກໄປ ຂອງ ສະຫາຍ ອູ ປາງ ກົວ ເປັນການສູນເສຍອັນໃຫຍ່ຫລວງ ຂອງພັກ, ລັດຖະບານ, ສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ປະຊາຊົນຈີນ ຕະຫລອດຮອດຄອບຄົວ ແລະ ເພື່ອນມິດສະຫາຍທຸກທົ່ວໜ້າ. ການຈາກໄປຂອງ ສະຫາຍ ອູ ປາງ ກົວ ຍັງເປັນການສູນເສຍ ເພື່ອນຜູ້ສະໜິດ ສະໜົມຂອງພັກ, ລັດ ແລະ ປະຊາຊົນລາວ.

ສະຫາຍ ອູ ປາງ ກົວ ແມ່ນການນໍາທີ່ມີຄວາມສາມາດ ໃນການນໍາພາ-ຊີ້ນຳ ແລະ ມີຜົນງານອັນໃຫຍ່ຫລວງໃນການນໍາພາ-ຊີ້ນຳ ອົງການນິຕິບັນຍັດ ເປັນຕົ້ນ ວຽກງານສ້າງ ແລະ ປັບປຸງກົດໝາຍ, ປັບປຸງລັດຖະທຳມະນູນ ທີ່​ມີ​ສີສັນ ຂອງ​ ສປ ຈີນ ປະກອບ​ສ່ວນອັນສຳຄັນຍິ່ງ ເຂົ້າ​ໃນ​ການ​ສ້າງສັງຄົມນິຍົມ ທີ່ມີສີສັນພິເສດ ຂອງ ສປ ຈີນ.

ໃນນາມຕາງໜ້າໃຫ້ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຈາກ​ໃຈ​ຈິງ ແລະ ຂໍແບ່ງເບົາຄວາມໂສກເສົ້າເສຍໃຈ, ຄວາມອາໄລອາວອນມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ພັກ, ລັດຖະບານ, ສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ປະຊາຊົນຈີນ ຕະຫລອດຮອດຄອບຄົວ ແລະ ຍາດມິດສະຫາຍ ຂອງສະຫາຍ ອູ ປາງ ກົວ ມານະໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານ ຂອງ ສະຫາຍ ອູ ປາງ ກົວ ອະດີດກຳມະການປະຈຳ ກົມການເມືອງສູນກາງພັກກອມມູນິດຈີນ, ອະດີດປະທານສະພາຜູ້ແທນ ປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ຈົ່ງໄປສູ່ສຸຂະຕິເທີນ.

KPL

ຂ່າວອື່ນໆ

    • ການພົວພັນຮ່ວມມື ສອງອົງການນິຕິບັນຍັດ ລາວ-ຣັດເຊຍ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງການເມືອງ

      ການພົວພັນຮ່ວມມື ສອງອົງການນິຕິບັນຍັດ ລາວ-ຣັດເຊຍ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

      10/18/2024 1:50:02 PM

      ຂປລ. ໃນວັນທີ 18 ຕຸລາ 2024 ນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ, ປະທານຄະນະມິດຕະພາບລັດຖະສະພາລາວ-ລັດເຊຍ ໄດ້ພົບປະສອງຝ່າຍກັບ ທ່ານ ໂຊລບັນ ກາຣາ-ໂອລ ຮອງປະທານສະພາດູມາ ແຫ່ງ ສະຫະພັນ ຣັດເຊຍ ເພື່ອເສີມຂະຫຍາຍ ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອທີ່ດີງາມ ລະຫວ່າງສອງປະເທດ ລາວ-ຣັດເຊຍ

    • ຫົວໜ້າ ຄຕພ ເຄື່ອນໄຫວເຮັດວຽກຢູ່ ກາຊັກສະຖານການເມືອງ

      ຫົວໜ້າ ຄຕພ ເຄື່ອນໄຫວເຮັດວຽກຢູ່ ກາຊັກສະຖານ

      10/18/2024 12:34:58 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພັກອາມານັດ (AMANAT), ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກ ທີ່ ສາທາລະນະລັດ ກາຊັກສະຖານ ໃນລະຫວ່າງວັນທີ 15-17 ຕຸລາ 2024 ເພື່ອສ້າງຕັ້ງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກອາມານັດ

    • ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມືການເມືອງ

      ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມື

      10/18/2024 12:29:32 PM

      ຂປລ. ໃນວັນທີ 18 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ລີເບີ ລີບົວປາວ ປະທານກໍາມາທິການ, ການເງິນ ແລະ ການກວດສອບ, ທັງເປັນປະທານຄະນະມິດຕະພາບ ລັດຖະສະພາ ລາວ-ການາດາ ໄດ້ພົບປະກັບທ່ານ Yeua Pua woo ສະມາຊິກວຸດທິສະພາ ລັດຖະສະພາ ການາດາ ພ້ອມຄະນະ ໃນໂອກາດເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ

    • ຍົກສູງຄວາມຮູ້ວຽກບໍລິຫານ ແລະ ພິທີການ ກຽມຮັບໃຊກອງປະຊຸມ ໄອປາການເມືອງ

      ຍົກສູງຄວາມຮູ້ວຽກບໍລິຫານ ແລະ ພິທີການ ກຽມຮັບໃຊກອງປະຊຸມ ໄອປາ

      10/18/2024 12:21:50 PM

      ຂປລ. ເມື່ອບໍ່ດົນມານີ້, ສະພາແຫ່ງຊາດ ຈັດຝຶກອົບຮົມຍົກສູງຄວາມຮູ້ ທາງດ້ານວຽກງານບໍລິຫານ ແລະ ພິທີການ ໃຫ້ແກ່ພະນັກງານ LOs/VOs (ຜູ້ປະສານງານ) ເພື່ອກະກຽມຮັບໃຊ້ກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງ ທ່ານ ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ, ມີບັນດາຄະນະກົມ, ກອງເລຂາຊ່ວຍວຽກ ແລະ ພະນັກງານ LOs/VOs ເຂົ້າຮ່ວມ.

    • ປະທານສະພາແຫ່ງຊາດ ກວດກາ ສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45ການເມືອງ

      ປະທານສະພາແຫ່ງຊາດ ກວດກາ ສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45

      10/18/2024 12:09:08 PM

      ຂປລ. ຕອນເຊົ້າວັນທີ 17 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານໄອປາ ພ້ອມດ້ວຍຄະນະ ເຊິ່ງປະກອບມີຮອງປະທານສະພາແຫ່ງຊາດ, ຫົວໜ້າອະນຸກໍາມະການເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ສື່ມວນຊົນ ແລະ ພາກສວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ ຢູ່ຫໍປະຊຸມແຫ່ງຊາດ

ads
ads

Top