ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ອ່ານສານ ໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ

12/10/2024 17:52
Email Print 502
ຂປລ ຂປລ. ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 23 ປີ(ວັນທີ 12 ຕຸລາ 2001-12 ຕຸລາ 2024) ເນື້ອໃນສານໄດ້ລະບຸວ່າ:



ຂປລ. ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ກົມການເມືອງສູນກາງພັກ
, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 23 ປີ(ວັນທີ 12 ຕຸລາ 2001-12 ຕຸລາ 2024) ເນື້ອໃນສານໄດ້ລະບຸວ່າ:

ປະຊາຊົນລາວບັນດາເຜົ່າ; ບັນດາສະຫາຍ ໃນອົງການຈັດຕັ້ງພັກ, ລັດຖະບານ; ບັນດາທ່ານ ໃນອົງການຈັດຕັ້ງເອກະຊົນ, ອົງການຈັດຕັ້ງສາກົນ, ຊາວຕ່າງດ້າວ ທີ່ເຂົ້າມາດຳເນີນທຸລະກິດ, ດຳລົງຊີວິດ ຢູ່ ສປປ ລາວ ທີ່ນັບຖື ແລະ ຮັກແພງ !.

ຂ້າພະເຈົ້າ, ຕາງໜ້າໃຫ້ລັດຖະບານ ກໍຄື ຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ແຕ່ນີ້ຮອດປີ 2025 ແລະ ໃນນາມສ່ວນ ຕົວ, ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາ ຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ແລະ ພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ; ເນື່ອງໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 23 ປີ (12 ຕຸລາ 2001-12 ຕຸລາ 2024) ທີ່ໄດ້ໝູນວຽນມາບັນຈົບ ຄົບຮອບອີກວາລະໜຶ່ງ ໃນມື້ນີ້, ເຊິ່ງຈະເປັນໂອກາດທີ່ດີ ໃຫ້ພວກເຮົາ ໄດ້ສະ ຫລຸບຜົນງານ, ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ ໜຶ່ງປີ ທີ່ຜ່ານມາ.

ເປັນທີ່ຊາບກັນແລ້ວວ່າ ສະພາບບັນຫາຢາເສບຕິດ ໄດ້ຂະຫຍາຍເປັນວົງກວ້າງໄປທົ່ວໂລກ, ມັນໄດ້ເພີ່ມ ຄວາມເປັນໄພອັນຕະລາຍ ເຊິ່ງຕິດພັນ, ເຊື່ອມໂຍງກັບການກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ, ການຟອກເງິນ ແລະ ອາຊະຍາກໍາທີ່ໃຊ້ຄວາມຮຸນແຮງຕ່າງໆ ທີ່ມີທ່າອ່ຽງເພີ່ມຂຶ້ນ, ກາຍເປັນໄພຂົ່ມຂູ່ ຕໍ່ສະພາບການພັດທະນາເສດຖະ ກິດ, ວັດທະນະທຳ-ສັງຄົມ ກໍຄື ສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ໃນພາກພື້ນ ກໍຄື ບັນດາປະຊາຊາດໃນທົ່ວໂລກ.

ສປປ ລາວ ມີທີ່ຕັ້ງພູມສາດ ໃນອານຸພາກພື້ນລຸ່ມແມ່ນໍ້າຂອງ, ມີຊາຍແດນຕິດຈອດກັບຫລາຍປະເທດ; ສປປ ລາວ ໄດ້ເປີດກວ້າງ ການພົວພັນຮ່ວມມື ກັບພາກພື້ນ ແລະ ສາກົນ ຕາມທິດເຊື່ອມໂຍງ, ເຊື່ອມຈອດ ກັບບັນ ດາປະເທດ ເຊິ່ງເປັນເງື່ອນໄຂໃຫ້ລາວ ກາຍເປັນທາງຜ່ານ ໃນການລັກລອບ, ຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານ ເຄມີຕົ້ນ ທີ່ເປັນສ່ວນປະສົມ ໃນການຜະລິດຢາເສບຕິດ.

ສະພາບບັນຫາຢາເສບຕິດ ຢູ່ ສປປ ລາວ ໄດ້ແຜ່ລະບາດເປັນວົງກວ້າງ, ແຕ່ຕົວເມືອງໄປສູ່ຊົນນະບົດ ໃນຫລາຍລະດັບທີ່ແຕກຕ່າງກັນ; ໄດ້ກາຍເປັນສາເຫດພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະ ເພດຕ່າງໆ; ຈໍານວນຄະດີຢາເສບຕິດ, ຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະ ຈໍານວນຢາເສບຕິດ ແຕ່ລະປະເພດ ທີ່ຢຶດ ແລະ ຈັບໄດ້ ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ, ເລ້ລ່ຽມການເຄື່ອນໄຫວລັກລອບ, ຂົນສົ່ງ, ຄ້າຂາຍ, ຈໍາໜ່າຍຢາເສບຕິດ ມີລັກສະນະເລິກແລບແນບນຽນ, ດ້ວຍຫລາຍວິທີການ, ມີຮູບການທີ່ສະລັບສັບຊ້ອນ; ມີການ ສວຍໃຊ້ຜະລິດຕະພັນຍີ່ຫໍ້ ທີ່ສັງຄົມບໍລິໂພກປະຈໍາວັນ, ເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາ, ເຊື່ອມໂຍງທັງພາຍ ໃນ ແລະ ຕ່າງປະເທດ; ນໍາໃຊ້ພາຫະນະ ແລະ ອຸປະກອນທີ່ທັນສະໄໝ, ມີອາວຸດ ກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ ຂອງພວກເຮົາ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງ ໃນການແກ້ໄຂບັນຫາດັ່ງກ່າວໃຫ້ເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ໃນປີຜ່ານມາ ກະຊວງປ້ອງກັນຄວາມສະຫງົບ ໃນນາມເປັນ ເສນາທິການໃຫ້ສູນກາງພັກ, ລັດຖະບານ ກໍຄື ການນຳພາ, ຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແຕ່ 2021-2023 ເປັນຕົ້ນມາ. ມາຮອດນະເວລານີ້ ແມ່ນເປັນໄລຍະສືບຕໍ່ ຂອງການຈັດຕັ້ງປະຕິບັດວາລະດັ່ງກ່າວ ຮອດປີ 2025 ເຊິ່ງໄດ້ສຸມໃສ່ 6 ວຽກຈຸດສຸມ, ທຸກຂະແໜງການທີ່ກ່ຽວຂ້ອງ ແມ່ນໄດ້ຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ ແລະ ເຂົ້າສູ່ວຽກງານຕົວຈິງ ໂດຍສະເພາະວຽກງານ ສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການສ້າງຈິດສຳນຶກ, ສຶກສາອົບ ຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດ, ບັນດາກິດຈະກຳປິ່ນອ້ອມ ທີ່ສະແດງເຖິງໄພອັນ ຕະລາຍຂອງຢາເສບຕິດ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ພິເສດ ແມ່ນໃນກຸ່ມນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ, ຈຶ່ງເຫັນໄດ້ວ່າ ພົນລະເມືອງລາວ ສ່ວນຫລາຍ ແມ່ນມີຄວາມຮັບຮູ້ເຂົ້າ ໃຈຢ່າງຖືກຕ້ອງ ຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ. ພ້ອມນີ້, ກໍ່ໄດ້ສ້າງຄວາມເຂັ້ມແຂງໃຫ້ທົ່ວສັງຄົມ ໂດຍການເຮັດໃຫ້ທົ່ວສັງຄົມ ຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ແລະ ທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ໃກ້ຊິດ, ແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງ ດ້ວຍຫລາຍວິທີ ທີ່ເປັນລະບົບຕໍ່ເນື່ອງ. ນອກນັ້ນ, ພວກເຮົາຍັງໄດ້ເອົາໃຈໃສ່ສ້າງເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ບັນດາຄອບຄົວ ຂອງປະຊາຊົນບັນດາເຜົ່າ ຢູ່ເຂດພູດອຍ, ຫ່າງໄກສອກຫລີກ, ຫັນໄປປະກອບອາຊີບທີ່ໝັ້ນຄົງ, ຖືກກົດໝາຍ ດ້ວຍການປູກພືດທົດແທນພືດທີ່ມີສານ ເສບຕິດ; ສົ່ງເສີມການລ້ຽງສັດ, ປູກພືດຜັກເປັນສິນຄ້າ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ; ສໍາລັບຜູ້ຖືກເຄາະຮ້າຍ ຈາກຢາເສບຕິດ ແມ່ນໄດ້ຮັບການບຳບັດປິ່ນປົວ, ຟື້ນຟູຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ໄດ້ຢ່າງມີປະສິດທິພາບພໍສົມຄວນ ແລະ ປັດຈຸບັນ ລັດຖະບານ ກໍໄດ້ມີແຜນການສ້າງສູນບຳບັດປິ່ນປົວ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຂຶ້ນເປັນສູນຕົວແບບ ແລະ ແລກປ່ຽນຂໍ້ມູນ ຂ່າວສານ ເພື່ອເຮັດໃຫ້ບັນດາສູນ ທີ່ຂຶ້ນກັບລັດໃນທົ່ວປະເທດ ມີຄວາມເຂັ້ມແຂງໃນການປິ່ນປົວຜູ້ຖືກເຄາະຮ້າຍເຫລົ່ານັ້ນ ແລະ ເຮັດໃຫ້ເຂົາເຈົ້າໄດ້ ກັບຄືນເປັນຄົນທີ່ມີຄຸນຄ່າໃນສັງຄົມ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ສຸມໃສ່ໃຫ້ທຸກພາກສ່ວນຮ່ວມກັນ ປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມກອງ, ຫົວໜ່ວຍການຜະລິດ, ບໍລິການທັງພາກລັດ ແລະ ເອກະຊົນ ຢູ່ທ້ອງຖິ່ນຕ່າງໆ ໃຫ້ປອດຢາເສບຕິດ; ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ ຕໍ່ການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທຳຜິດ. ສະເພາະໃນປີນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຫລາຍກໍລະນີ; ໄດ້ເພີ່ມທະວີຄວາມ ເປັນເຈົ້າການ, ໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງຕັ້ງໜ້າ ໂດຍສະເພາະ ໄດ້ມ້າງຄະດີ, ຍຶດຢາເສບຕິດ, ຍຶດອາວຸດເສິກ, ຍຶດຊັບສິນ, ວັດຖຸຂອງກາງ, ສານເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີ ນໍາມາຜະລິດເປັນ ຢາເສບຕິດ ແລະ ທີ່ສຳຄັນ ແມ່ນສາມາດຈັບກຸມຜູ້ກະທໍາຜິດ ມາດຳເນີນຄະດີຕາມລະບຽບກົດໝາຍ.

ພັກ, ລັດຖະບານ ຍັງໄດ້ເອົາໃຈໃສ່ ເພີ່ມທະວີການຮ່ວມມືກັບພາກພື້ນ ແລະ ສາກົນ ໃນສາມໄຕມາດ ປີ 2024 ທີ່ຜ່ານມາ ລາວໄດ້ຮັບກຽດ ເປັນເຈົ້້າພາບກອງປະຊຸມ ໃນລະດັບຕ່າງໆ ທີ່ກ່ຽວພັນເຖິງການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ກໍຄື ສປປ ລາວ ໄດ້ເຊັນສົນທິສານຍາ ສອງຝ່າຍ, ສາມຝ່າຍ ແລະ ຫລາຍຝ່າຍ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເຊິ່ງສະແດງໃຫ້ເຫັນວ່າ ບັນດາປະເທດໃນພາກພື້ນ ກໍຄື ໃນທົ່ວໂລກ ໄດ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນວຽກງານໜຶ່ງທີ່ສໍາຄັນ ທີ່ຈະ ພ້ອມກັນແກ້ໄຂໃຫ້ມີຜົນສໍາເລັດເປັນຮູບປະທຳ.

- ປະຊາຊົນລາວບັນດາເຜົ່າ ທີ່ຮັກແພງ !.

ປັດຈຸບັນ, ການຄ້າຂາຍ, ຂົນສົ່ງ, ມີຢາເສບຕິດໄວ້ໃນຄອບຄອງ ໄດ້ກາຍເປັນຂະບວນການຂ້າມຊາດ; ເຖິງວ່າຫລາຍປະເທດ ໄດ້ເພີ່ມທະວີມາດຕະການທາງກົດໝາຍ ທີ່ເດັດຂາດ, ໂປ່ງໃສ, ເປັນມືອາຊີບ, ມີຄວາມພະຍາຍາມ ໃນການສະກັດກັ້ນ ແລະ ແກ້ໄຂບັນຫານີ້ ຢ່າງຕໍ່ເນື່ອງປານໃດກໍຕາມ, ແຕ່ບັນຫາດັ່ງກ່າວ ຢູ່ພາກພື້ນ ກໍຄື ຢູ່ໃນໂລກ ຍັງມີທ່າອ່ຽງ ແລະ ຄວາມຮຸນແຮງຂຶ້ນຢ່າງໜ້າເປັນຫ່ວງ. ສໍາລັບຢູ່ ສປປ ລາວ, ການເສບ, ການຄ້າ ຂາຍ, ຂົນສົ່ງຢາເສບຕິດໄດ້ລະບາດ, ແຜ່ລາມຈາກຕົວເມືອງໄປສູ່ເຂດຊົນນະບົດ, ຈາກທົ່ງພຽງຂຶ້ນສູ່ພູດອຍຫ່າງໄກ ສອກຫລີກ; ປັດຈຸບັນ, ຢູ່ຫລາຍທ້ອງຖິ່ນ ໄດ້ມີຊາວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ, ກຳມະກອນ ຢູ່ຕາມ ໂຮງຈັກໂຮງງານຈຳນວນບໍ່ໜ້ອຍ ໄດ້ຕົກເປັນທາດຂອງຢາເສບຕິດ; ຈໍານວນຜູ້ໄດ້ຮັບເຄາະຮ້າຍສ່ວນໜຶ່ງ ໄດ້ພາກັນ ສ້າງຄວາມສັບສົນ-ວຸ້ນວາຍ, ກໍໃຫ້ເກີດມີສິ່ງຫຍໍ້ທໍ້ຕ່າງໆ ພາຍໃນຄອບຄົວ ກໍຄື ຢູ່ຊຸມຊົນໃນສັງຄົມ; ເກີດມີການຂີ້ ລັກງັດແງະ, ປຸ້ນຈີ່, ຊີງຊັບ, ຄາດຕະກຳ, ລັກພາຕົວ, ຄ້າມະນຸດ, ລະເມີດກົດຈາລະຈອນ ພາໃຫ້ເກີດອຸບັດເຫດຕາມ ທ້ອງຖະໜົນຫລວງ, ກໍ່ອາລະວາດຜິດຖຽງ-ຕີກັນ ແລະ ອື່ນໆ.

ດັ່ງນັ້ນ, ເພື່ອສະກັດກັ້ນ ບໍ່ໃຫ້ບັນຫາຢາເສບຕິດ ທີ່ເປັນຕົ້ນເຫດ ກໍໃຫ້ເກີດປະກົດການຫຍໍ້ທໍ້ ໃນສັງຄົມ ແລະ ເພີ່ມຄວາມຮຸນແຮງຂຶ້ນນັ້ນ; ໃນຕໍ່ໜ້າ, ຂ້າພະເຈົ້າ ຂໍສະເໜີມາຍັງກະຊວງ, ອົງການ ແລະ ທ້ອງຖິ່ນທຸກໆ ຂັ້ນໃນທົ່ວປະເທດ ຈົ່ງໄດ້ໃຫ້ຄວາມຮ່ວມມື ແລະ ເອົາໃຈໃສ່ ບາງບັນຫາດັ່ງນີ້:

ໜຶ່ງ: ໃຫ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ ຂອງທຸກ ພາກສ່ວນ, ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ; ພ້ອມທັງກໍານົດເອົາວຽກງານດັ່ງກ່າວ ເຂົ້າເປັນວຽກຈຸດສຸມໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ດ້ວຍການສືບຕໍ່ເອົາ ໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະສືບຕໍ່ ຮອດ ປີ 2025 ທັງຈັດຕັ້ງສະຫລຸບ, ຕີລາຄາປະເມີນຜົນ ຂອງການຈັດຕັ້ງປະຕິບັດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ສອງ: ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມ ໃຫ້ກວ້າງຂວາງ ດ້ວຍຫລາຍຮູບການ ເພື່ອສ້າງຈິດສຳນຶກ ໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ໄວໜຸ່ມ-ຊາວ ໜຸ່ມ, ເຍົາວະຊົນ ເຫັນໄດ້ເຖິງພິດໄພ, ຜົນຮ້າຍຂອງຢາເສບຕິດ; ຮັບຮູ້, ເຂົ້າໃຈລະບຽບກົດໝາຍ ກ່ຽວກັບຢາເສບ ຕິດ; ປຸກລະດົມຂົນຂວາຍ ໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ, ມີສ່ວນຮ່ວມໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຫລາຍຂຶ້ນ.

ສາມ: ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູ ຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນປົວ, ຟື້ນຟູສຸຂະ ພາບ ແລະ ຝຶກວິຊາຊີບ ເພື່ອໃຫ້ຜູ້ທີ່ໄດ້ຮັບການປິ່ນປົວ ມີສຸຂະພາບແຂງແຮງດີຂຶ້ນເປັນປົກກະຕິ, ກັບຄືນສູ່ຄອບ ຄົວ ແລະ ສັງຄົມ ຢ່າງມີຄຸນນະພາບ.

ສີ່: ສຸມໃສ່ການປະຕິບັດມາດຕາການ ທາງກົດໝາຍ ທີ່ມີຄວາມເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ສືບຕໍ່ ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ລວມທັງການສ້າງຄວາມເຂັ້ມແຂງໃນວຽກງານຄວບຄຸມ, ສະກັດ ກັ້ນ ແລະ ຕ້ານຢາເສບຕິດ ໃຫ້ບຸກຄະລາກອນ, ຂະແໜງການທີ່ກ່ຽວ ຂ້ອງ, ກົງຈັກຂັ້ນສູນກາງ ແລະ ທ້ອງຖິ່ນ, ຮັບປະກັນໃຫ້ການແກ້ໄຂ ບັນຫາຢາເສບຕິດ ໄດ້ຮັບການຈັດຕັ້ງປະຕິບັດ, ມີປະສິດທິພາບ ແລະ ບັນລຸຄາດໝາຍທີ່ ວາງໄວ້.

ຫ້າ: ສຸມໃສ່ປັບປຸງກົງຈັກກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນທົ່ວປະ ເທດໃຫ້ເປັນ ລະບົບ, ມີຄວາມເປັນເອກະພາບ, ສາມາດສະໜອງງົບປະມານຮັບໃຊ້ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາ ເສບຕິດ ໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ.

ຫົກ: ເອົາໃຈໃສ່ ຕິດຕາມກວດກາ ແລະ ສຶກສາອົບຮົມປະຊາຊົນ ບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ; ຊຸກຍູ້ສົ່ງເສີມ, ຊ່ວຍເຫລືອໃຫ້ເຂົາເຈົ້າໄດ້ມີເງື່ອນໄຂ ຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ແທນການປູກພືດທີ່ມີສານ ເສບຕິດ, ພ້ອມທັງໃຫ້ດຳເນີນມາດຕະການ ດ້ານກົດໝາຍ ຢ່າງເດັດຂາດ, ໂປ່ງໃສ, ເປັນມືອາຊີບ ຕໍ່ຜູ້ກະທຳຜິດ.

ເຈັດ: ເພີ່ມທະວີການພົວພັນ ຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາ ການສະໜັບສະໜູນ, ການແບ່ງປັນ, ການປະກອບສ່ວນເຂົ້າໃນ ການປູກພືດທົດແທນ ແລະ ການສະໜອງຂໍ້ມູນທີ່ຈໍາເປັນ ລວມທັງປະສານງານ ໃນການຕ້ານການລັກລອບຄ້າຂາຍ, ລຳລຽງຂົນສົ່ງເຂົ້າ-ອອກ ຢາເສບຕິດ ແລະ ສານເຄມີຕົ້ນ ຕາມບໍລິເວນ ຊາຍແດນ.

ນະໂອກາດ ວັນແຫ່ງຊາດຕ້ານຢາເສບຕິດປີນີ້, ຕາງໜ້າໃຫ້ສູນກາງພັກ, ລັດຖະບານ ກໍຄື ຄະນະກໍາມະການແກ້ໄຂ ບັນຫາຢາເສບຕິດລະດັບຊາດ, ຂ້າພະເຈົ້າ, ຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍປະຊາ ຊົນບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢ່າງຂຸ້ນຂ້ຽວ ແລະ ຕັ້ງໜ້າ. ພ້ອມກັນນີ້, ກໍຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ, ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ, ອູ້ມຊູຊ່ວຍເຫລືອ ທາງດ້ານທຶນຮອນ, ວັດຖຸອຸປະກອນ ຮັບໃຊ້ໃຫ້ແກ່ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຢູ່ ສປປ ລາວ ດ້ວຍດີຕະຫລອດມາ ແລະ ຫວັງວ່າ ສປປ ລາວ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫລືອດັ່ງກ່າວ ໃນຕໍ່ໜ້າ.

KPL

ຂ່າວອື່ນໆ

    • ອະນຸກຳມະການສຸຂະພາບ ຕິດຕາມກວດກາ ຄວາມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມ ໄອປາການເມືອງ

      ອະນຸກຳມະການສຸຂະພາບ ຕິດຕາມກວດກາ ຄວາມພ້ອມຮອບດ້ານ ຮັບໃຊ້ກອງປະຊຸມ ໄອປາ

      10/17/2024 2:22:29 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ຫົວໜ້າອະນຸກຳມະການສຸຂະພາບ ແລະ ທ່ານ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການ ວັດທະນະທໍາ-ສັງຄົມ, ຮອງຄະນະຊີ້ນຳລວມ ອະນຸກຳມະການສຸຂະພາບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມກວດກາ ຄວາມພ້ອມດ້ານສະຖານທີ່, ຢາ, ອຸປະກອນການແພດ, ພາຫະນະນຳສົ່ງ (ລົດ Ambulant) ແລະ ໜ່ວຍງານແພດ ຕາມວິຊາສະເພາະທີ່ກ່ຽວຂ້ອງ ຮັບໃຊ້ ແລະ ປະຈຳການໃຫ້ບໍລິການປິ່ນປົວສຸຂະພາບ ຢູ່ 3 ໂຮງໝໍສູນກາງ

    • ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອຳນວຍການ ເອດີບີ ປະຈຳລາວ ອຳລາການເມືອງ

      ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອຳນວຍການ ເອດີບີ ປະຈຳລາວ ອຳລາ

      10/17/2024 2:13:13 PM

      ຂປລ. ໃນວັນທີ 17 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ໂຊໂນມິ ທະນະກະ ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີດ​ບີ ປະຈຳ ສປປ ລາວ ໃນໂອກາດສໍາ​ເລັດວາລະການປະຕິບັດໜ້າທີ່ຢູ່ ສປປ ລາວ.

    • ຮວຜທ ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ Iການເມືອງ

      ຮວຜທ ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ I

      10/17/2024 2:08:35 PM

      ຂປລ. ອົງຄະນະພັກໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ I ໃນວັນທີ 17 ຕຸລາ 2024 ໂດຍມີ ສະຫາຍ ພົທ ທອງລອຍ ສິລິວົງ ກຳ ມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ພ້ອມດ້ວຍບັນດາສະຫາຍ ຄະນະພັກ, ຄະນະນຳໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ສຳເລັດການເປັນ ເຈົ້າພາບ 2 ກອງປະຊຸມ ສໍາຄັນຂອງອາຊຽນການເມືອງ

      ກົມສ່ວຍສາອາກອນ ສຳເລັດການເປັນ ເຈົ້າພາບ 2 ກອງປະຊຸມ ສໍາຄັນຂອງອາຊຽນ

      10/17/2024 2:00:26 PM

      ຂປລ. ກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ສໍາເລັດການເປັນເຈົ້າພາບ ຈັດກອງປະຊຸມວຽກງານສ່ວຍສາອາກອນອາຊຽນ (WG-AFT)ຄັ້ງທີ 19 ແລະ ກອງປະຊຸມວຽກງານ ອາກອນຊົມໃຊ້ອາຊຽນ (SF-ET) ຄັ້ງທີ 16 ລະຫວ່າງວັນທີ 14-16 ຕຸລາ 2024 ຢູ່ແຂວງຫລວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະຜູ້ແທນບັນດາປະເທດ ສະມາຊິກອາຊຽນ; ກອງເລຂາອາຊຽນ; ອົງການ OECD, ADB, WHO ເຂົ້າຮ່ວມ.

    • ລົງນາມບົດບັນທຶກ ການດຳເນີນຄະດີຕາມຂະບວນຍຸຕິທຳການເມືອງ

      ລົງນາມບົດບັນທຶກ ການດຳເນີນຄະດີຕາມຂະບວນຍຸຕິທຳ

      10/17/2024 1:52:22 PM

      ຂປລ. ພິທີລົງນາມບົດບັນທຶກຮ່ວມ 5 ພາກສ່ວນ ລະຫວ່າງ ອົງການໄອຍະການປະຊາຊົນ ເຂດ II ນະຄອນຫລວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບ, ສານປະຊາຊົນເຂດ II, ຫ້ອງການຍຸຕິທໍາ ແລະ ຫ້ອງປະຕິບັດຄໍາຕັດສີນຂອງສານ ປະຈຳເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໄຊທານີ ນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top