ຫົວໜ້າ ຄຕພ ເຄື່ອນໄຫວເຮັດວຽກຢູ່ ກາຊັກສະຖານ

18/10/2024 12:34
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພັກອາມານັດ (AMANAT), ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກ ທີ່ ສາທາລະນະລັດ ກາຊັກສະຖານ ໃນລະຫວ່າງວັນທີ 15-17 ຕຸລາ 2024 ເພື່ອສ້າງຕັ້ງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກອາມານັດ



ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພັກອາມານັດ (AMANAT), ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມມິດຕະພາບ ແລະ ເຮັດວຽກ ທີ່ ສາທາລະນະລັດ ກາຊັກສະຖານ ໃນລະຫວ່າງວັນທີ 15-17 ຕຸລາ 2024 ເພື່ອສ້າງຕັ້ງສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກອາມານັດ ໂດຍໄດ້ມີການລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສອງພັກ ກໍານົດ 5 ປີ ນັບແຕ່ປີ 2024 ເປັນຕົ້ນໄປ.

ການຢ້ຽມຢາມຄັ້ງນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ພົບປະກັບ ສະຫາຍ ກາຣິເບັກ ດາອູເລັດ (Karibek Daulet) ເລຂາທິການຜູ້ປະຈໍາການພັກອາມານັດ ໂດຍມີຜູ້ຕາງໜ້າຈາກ ອົງການຈັດຕັ້ງແມ່ຍິງ ແລະ ຊາວໜຸ່ມຂອງພັກ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເຂົ້າຮ່ວມ. ໃນການພົບປະ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ຄວາມພະຍາຍາມ ໃນການປຶກສາຫາລື ນັບແຕ່ປີ 2018 ເປັນຕົ້ນມາ ຈົນກ້າວມາເຖິງການລົງນາມຮ່ວມກັນໃນ ບົດບັນທຶກດັ່ງກ່າວ ເຊິ່ງຈະເປັນພື້ນຖານໃຫ້ແກ່ ການເຄື່ອນໄຫວຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກກໍາອໍານາດ ກໍຄື ການປະກອບສ່ວນຂອງສອງພັກ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ກາຊັກສະຖານ ໃນຕໍ່ໜ້າ.

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງມູນເຊື້ອ ແຫ່ງສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ກາຊັກສະຖານ ກໍຄື ລະຫວ່າງ ສປປ ລາວ ແລະ ສະຫະພາບໂຊວຽດ ໃນເມື່ອກ່ອນ ໂດຍໄດ້ເນັ້ນຍໍ້າວ່າ ພັກ-ລັດ ແລະ ປະຊາຊົນລາວ ຍາມໃດກໍສະແດງຄວາມຮູ້ບຸນຄຸນຕໍ່ ການຊ່ວຍເຫລືອ ຂອງລັດຖະບານ ແລະ ປະຊາຊົນໂຊວຽດ ໃນນັ້ນກໍມີປະຊາຊົນກາຊັກສະຖານ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການສ້າງ ຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ. ພ້ອມກັນນັ້ນ, ກໍໄດ້ຍົກໃຫ້ເຫັນວ່າ ການພົວພັນຮ່ວມມື ຂອງສອງປະເທດໃນໄລຍະໃໝ່ ພາຍຫລັງການສ້າງຕັ້ງສາຍພົວພັນ ການທູດຂອງສອງປະເທດ ໃນປີ 1997, ການພົວພັນທາງດ້ານການເມືອງ ຍັງສືບຕໍ່ຮັດແໜ້ນ ແລະ ໃຫ້ການສະໜັບ ສະໜູນເຊິ່ງກັນ ແລະ ກັນ ໂດຍສະເພາະໃນເວທີພາກພື້ນ ແລະ ສາກົນ ເຊັ່ນ: ສປຊ ແລະ ອື່ນໆ. ນອກນີ້, ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ແຈ້ງສະພາບໂດຍສັງເຂບກ່ຽວກັບ ສປປ ລາວ ເປັນຕົ້ນ ການສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນທ້າຍສະໄໝ, ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ໄດ້ແຈ້ງໃຫ້ຊາບກ່ຽວກັບ ຜົນສໍາເລັດຂອງການເປັນປະທານອາຊຽນ ຄັ້ງທີ 44 ແລະ 45 ຂອງ ສປປ ລາວ, ການເປີດປີທ່ອງທ່ຽວລາວ ໃນປີ 2024 ແລະ ການກຽມເປັນປະທານ ຂອງກອງປະຊຸມ AIPA. ຄຽງຄູ່ກັນນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງບົດບາດການນໍາພາຂອງ ພັກປະຊາຊົນປະຕິວັດລາວ ກໍຄື ແນວທາງການຕ່າງປະເທດ, ຄວາມສໍາຄັນຂອງວຽກງານການທູດປະຊາຊົນ, ບົດບາດຂອງຊາວໜຸ່ມ ແລະ ແມ່ຍິງລາວ. ມາຮອດປັດຈຸບັນ, ສປປ ລາວ ໄດ້ສ້າງຕັ້ງສາຍ ພົວພັນການທູດກັບ 150 ປະເທດ, ພັກ ປປ ລາວ ໄດ້ສ້າງຕັ້ງສາຍພົວພັນກັບ 143 ພັກການເມືອງໃນໂລກ ເຊິ່ງພັກອາມານັດ ແມ່ນພັກທີ 144 ທີ່ມີການພົວພັນນໍາກັນ. ສປປ ລາວ ຍັງມີ ຄະນະສັນຕິພາບ ແລະ ສາມັກຄີ ຈຳນວນ 1 ຄະນະ, ສະມາຄົມມິດຕະພາບ ລະຫວ່າງ ລາວ ກັບ ຕ່າງປະເທດ ຈໍານວນ 20 ສະມາຄົມ. ໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ສະເໜີໃຫ້ ເພີ່ມທະວີການປຶກສາຫາລື, ການສະໜັບສະໜູນ ແລະ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນຂົງເຂດທີ່ສອງຝ່າຍມີທ່າແຮງ ພ້ອມທັງຖືໂອກາດນີ້ເຊື້ອເຊີນ ພັກອາມານັດ ໄປຢ້ຽມຢາມລາວ.

ສະຫາຍ ກາຣິເບັກ ດາອູເລັດ ເລຂາທິການພັກອາມານັດ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງ ຄະນະຜູ້ແທນ ພັກ ປປ ລາວ ໃນຄັ້ງນີ້, ພ້ອມທັງມີຄວາມປິຕິຍິນດີທີ່ ສອງພັກ ໄດ້ສ້າງຕັ້ງສາຍພົວພັນ ໂດຍການລົງນາມໃນບົດບັນທຶກຄວາມເຂົ້າໃຈ ນໍາກັນ. ຝ່າຍກາຊັກສະຖານ ຍັງໄດ້ຍົກໃຫ້ເຫັນເຖິງ ບົດບາດການນໍາພາຂອງ ພັກອາມານັດ ທີ່ໄດ້ຮັບຄວາມນິຍົມອັນດັບ 1 ຈາກປະຊາຊົນກາຊັກສະຖານ ແລະ ໄດ້ແຈ້ງໃຫ້ຊາບສະພາບ ທາງດ້ານການເມືອງ, ເສດຖະກິດ-ສັງຄົມຂອງປະເທດ ເຊິ່ງພາຍໃຕ້ການນໍາພາຂອງພັກອາມານັດ ໄດ້ມີການປະຕິຮູບ ໃນຫລາຍຂົງເຂດ ວຽກງານ; ພັກອາມານັດ ເຫັນດີຈະສືບຕໍ່ຊຸກຍູ້ການເສີມ ຂະຫຍາຍການຮ່ວມມືດ້ານຕ່າງໆ ລະຫວ່າງ ສ ກາຊັກສະ ຖານ ແລະ ສປປ ລາວ ຕາມການສະເໜີ ແລະ ຍິນດີທີ່ຈະຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ. ນອກນີ້, ຝ່າຍກາຊັກສະຖານ ຍັງໄດ້ຍົກໃຫ້ເຫັນເຖິງບົດບາດ ແລະ ຄວາມສໍາຄັນຂອງ ອົງການຈັດຕັ້ງຊາວໜຸ່ມ ແລະ ແມ່ຍິງ ທີ່ຂຶ້ນກັບພັກອາມານັດ ທີ່ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ປະກອບສ່ວນສ້າງກໍາລັງແຮງໃຫ້ແກ່ພັກ ໃນທຸກຂົງເຂດວຽກງານຂອງພັກ.

ການມາຢ້ຽມຢາມ ສ ກາຊັກສະຖານ ຂອງ ຫົວຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະໃນຄັ້ງນີ້, ເປັນການຢ້ຽມຢາມຄັ້ງທໍາອິດ ແລະ ປະສົບຜົນສໍາເລັດຕາມການຄາດໝາຍ, ຖືເປັນບາດກ້າວໃໝ່ທີ່ສຳຄັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກອາມານັດ ກໍຄື ການຊຸກຍູ້, ເສີມສ້າງສາຍພົວພັນ ລະຫວ່າງ ສປປ ລາວ ແລະ ສ ກາຊັກສະຖານ.

ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

    • ການພົວພັນຮ່ວມມື ສອງອົງການນິຕິບັນຍັດ ລາວ-ຣັດເຊຍ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງການເມືອງ

      ການພົວພັນຮ່ວມມື ສອງອົງການນິຕິບັນຍັດ ລາວ-ຣັດເຊຍ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

      10/18/2024 1:50:02 PM

      ຂປລ. ໃນວັນທີ 18 ຕຸລາ 2024 ນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ, ປະທານຄະນະມິດຕະພາບລັດຖະສະພາລາວ-ລັດເຊຍ ໄດ້ພົບປະສອງຝ່າຍກັບ ທ່ານ ໂຊລບັນ ກາຣາ-ໂອລ ຮອງປະທານສະພາດູມາ ແຫ່ງ ສະຫະພັນ ຣັດເຊຍ ເພື່ອເສີມຂະຫຍາຍ ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອທີ່ດີງາມ ລະຫວ່າງສອງປະເທດ ລາວ-ຣັດເຊຍ

    • ສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ສານສະແດງຄວາມເສົ້າສະຫລົດໃຈ

      10/18/2024 1:43:51 PM

      ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ໄຊສົມພອນ ພົວວິຫານ ກຳມະການກົມການເມືອງສູນກາງພັກ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ສະຫາຍ ຈ້າວ ເລີ້ ຈີ້ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາ ຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຕໍ່ການຈາກໄປ ຂອງອະດີດກຳມະການປະຈຳ ກົມການເມືອງສູນກາງພັກກອມມູນິດຈີນ, ອະດີດປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຊູດທີ X ແລະ XI (ແຕ່ປີ 2003-2013).

    • ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມືການເມືອງ

      ສອງອົງການນິຕິບັນຍັດ ລາວ-ການາດາ ເພີ່ມທະວີການພົວພັນຮ່ວມມື

      10/18/2024 12:29:32 PM

      ຂປລ. ໃນວັນທີ 18 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ລີເບີ ລີບົວປາວ ປະທານກໍາມາທິການ, ການເງິນ ແລະ ການກວດສອບ, ທັງເປັນປະທານຄະນະມິດຕະພາບ ລັດຖະສະພາ ລາວ-ການາດາ ໄດ້ພົບປະກັບທ່ານ Yeua Pua woo ສະມາຊິກວຸດທິສະພາ ລັດຖະສະພາ ການາດາ ພ້ອມຄະນະ ໃນໂອກາດເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ

    • ຍົກສູງຄວາມຮູ້ວຽກບໍລິຫານ ແລະ ພິທີການ ກຽມຮັບໃຊກອງປະຊຸມ ໄອປາການເມືອງ

      ຍົກສູງຄວາມຮູ້ວຽກບໍລິຫານ ແລະ ພິທີການ ກຽມຮັບໃຊກອງປະຊຸມ ໄອປາ

      10/18/2024 12:21:50 PM

      ຂປລ. ເມື່ອບໍ່ດົນມານີ້, ສະພາແຫ່ງຊາດ ຈັດຝຶກອົບຮົມຍົກສູງຄວາມຮູ້ ທາງດ້ານວຽກງານບໍລິຫານ ແລະ ພິທີການ ໃຫ້ແກ່ພະນັກງານ LOs/VOs (ຜູ້ປະສານງານ) ເພື່ອກະກຽມຮັບໃຊ້ກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງ ທ່ານ ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ, ມີບັນດາຄະນະກົມ, ກອງເລຂາຊ່ວຍວຽກ ແລະ ພະນັກງານ LOs/VOs ເຂົ້າຮ່ວມ.

    • ປະທານສະພາແຫ່ງຊາດ ກວດກາ ສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45ການເມືອງ

      ປະທານສະພາແຫ່ງຊາດ ກວດກາ ສະຖານທີ່ຈັດກອງປະຊຸມໄອປາ ຄັ້ງທີ 45

      10/18/2024 12:09:08 PM

      ຂປລ. ຕອນເຊົ້າວັນທີ 17 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ປະທານໄອປາ ພ້ອມດ້ວຍຄະນະ ເຊິ່ງປະກອບມີຮອງປະທານສະພາແຫ່ງຊາດ, ຫົວໜ້າອະນຸກໍາມະການເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ສື່ມວນຊົນ ແລະ ພາກສວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະຖານທີ່ ຢູ່ຫໍປະຊຸມແຫ່ງຊາດ

ads
ads

Top