ໄທ ຮັບເງິນບໍລິຈາກຟື້ນຟູໄພພິບັດຈາກ ສປຈີນ 100.000 ໂດລາສະຫະລັດ

18/10/2024 12:20
ຂປລ ເຂດບໍລິຫານພິເສດ ໄຕ້ຫວັນ ຂອງ ສປ ຈີນ ສົ່ງມອບເງິນບໍລິຈາກ 100.000 ໂດລາສະຫະລັດ ເພື່ອຊ່ວຍເຫລືອ ປະຊາຊົນໄທ ໃນການຟື້ນຟູໄພພິບັດ ຈາກອິດທິພົນຂອງ ພາຍຸໄຕ້ຝຸ່ນ ຢາກິ ແລະ ເພື່ອສະແດງໃຫ້ເຫັນເຖິງ ຈິດວິນຍານຂອງ ປະຊາຊົນ ເຂດບໍລິຫານພິເສດ ໄຕ້ຫວັນ ຂອງ ສປ ຈີນ ໃນຄວາມຫວ່ງໄຍ ແລະ ຊ່ວຍເຫລືອ ດ້ານມະນຸດສະທຳ.

ຂປລ.ອ້າງຕາມຂ່າວ ເດລິນີວ, ວັນທີ 17 ຕຸລາ, ເຂດບໍລິຫານພິເສດ ໄຕ້ຫວັນ ຂອງ ສປ ຈີນ  ສົ່ງມອບເງິນບໍລິຈາກ 100.000 ໂດລາສະຫະລັດ ເພື່ອຊ່ວຍເຫລືອ ປະຊາຊົນໄທ ໃນການຟື້ນຟູໄພພິບັດ ຈາກອິດທິພົນຂອງ ພາຍຸໄຕ້ຝຸ່ນ ຢາກິ ແລະ ເພື່ອສະແດງໃຫ້ເຫັນເຖິງ ຈິດວິນຍານຂອງ ປະຊາຊົນ ເຂດບໍລິຫານພິເສດ ໄຕ້ຫວັນ  ຂອງ ສປ ຈີນ ໃນຄວາມຫວ່ງໄຍ ແລະ ຊ່ວຍເຫລືອ ດ້ານມະນຸດສະທຳ. ຫລັງຈາກ ທ່ານ ຈາງຈວິ້ນຝູ, ຜູ້ອຳນວຍການໃຫ່ຍ ສຳນັກງານ ເສດຖະກິດ ແລະ ວັດທະນະທຳ ໄທເປ ປະຈຳ ປະເທດໄທ ເປັນຜູ້ຕາງໜ້າໃຫ້ ເຂດໄຕ້ຫວັນ ໃນການບໍລິຈາກ ເງິນດັ່ງກ່າວ ໃຫ້ກັບ ສະພາກາແດງໄທ ທີ່ສຳນັກງານໃຫຍ່ ສະພາກາແດງໄທ, ໂດຍມີ ທ່ານ ປອ ເຕຊ ບຸນນາດ ເລຂາທິການ ສະພາກາແດງໄທ ເປັນຜູ້ຮັບມອບເງິນດັ່ງກ່າວ.

ສະມາຄົມຈົງຫົວ ແຫ່ງປະເທດໄທ, ສະມາຄົມ ເຂດໄຕ້ຫວັນ ແຫ່ງປະເທດໄທ, ສະມາຄົມ ການຄ້າໄທ-ເຂດໄຕ້ຫວັນ,  ສະມາຄົມ ການຊ່ວຍເຫລືອ ສຸກເສີນ ເຂດໄຕ້ຫວັນ ປະຈຳໄທ ໄດ້ສົ່ງຕົວແທນ ເຂົ້າຮ່ວມ ພິທີດັ່ງກ່າວ. ຈາກນັ້ນ ທ່ານ ຈາງຈວິ້ນຝູ ກ່າວວ່າ: ໄທ ເປັນພັນທະມິດ ທີ່ສຳຄັນ ຂອງເຂດໄຕ້ຫວັນ ໃນພາກພື້ນນີ້ ແລະ ປະຊາຊົນ ໄຕ້ຫວັນ ຮູ້ສຶກເຫັນໃຈ ທີ່ເຫັນໄພພິບັດ ເກີດຂຶ້ນໃນປະເທດໄທ ພ້ມທັງ ສະແດງຄວາມ ເສຍໃຈ ແລະ ຫວ່ງໄຍຕໍ່ລັດຖະບານ ແລະ ຊາວໄທ ທີ່ສູນເສຍບຸກຄົນ ອັນເປັນທີ່ຮັກ ໃນພື້ນທີ່ປະສົບໄພ ດັ່ງກ່າວ./.

KPL

ຂ່າວອື່ນໆ

ads
ads

Top