ການເລືຶອກຕັ້ງໃນຍີ່ປຸ່ນ ມີຜູ້ສະໝັກຍິງຫລາຍເປັນປະຫວັດສາດ

18/10/2024 12:25
ຂປລ ການເລືອກຕັ້ງ ທົ່ວໄປ ໃນຍີ່ປຸ່ນ ຈະຈັດຂຶ້ນ ໃນວັນທີ 27ຕຸລານີ້ ມີຜູ້ສະໝັກ ເປັນເພດຍິງ ເຖິງ 314 ຄົນ ຫລາຍທີ່ສຸດ ເປັນປະຫວັດສາດ ຂອງປະເທດ ຈາກຜູ້ສະໝັກ ທັງໝົດ 1.344ຄົນ

ຂປລ.ຕາມຂ່າວຈາກ ໂຕກຽວ, ການເລືອກຕັ້ງ ທົ່ວໄປ ໃນຍີ່ປຸ່ນ ຈະຈັດຂຶ້ນ ໃນວັນທີ 27ຕຸລານີ້ ມີຜູ້ສະໝັກ ເປັນເພດຍິງ ເຖິງ 314 ຄົນ ຫລາຍທີ່ສຸດ ເປັນປະຫວັດສາດ ຂອງປະເທດ ຈາກຜູ້ສະໝັກ ທັງໝົດ 1.344ຄົນ ເພື່ອຍາດແຍ່ງ 456 ບ່ອນນັ່ງ ສະພາ ຜູ້ແທນ ປະຊາຊົນ ໃນນີ້ ມີຜູ້ຍິງ ລົງສະໝັກ ກວມເອົາ 23,4% ເພີ່ມຂຶ້ນ 5,7% ຈາກການເລືຶກຕັ້ງ ຄັ້ງຫລ້າສຸດ ໃນປີ 2021 ແລະ ລື່ນກາຍ ສະຖິຕິ ການເລືອກຕັ້ງ ໃນປີ2009 ທີ່ມີຜູ້ສະໝັກຍິງ ສູງເຖິງ 229ຄົນ.ຂະນະທີ່ ຍີ່ປຸ່ນ ເປັນປະເທດ ທີ່ມີຊ່ອງຫວ່າງ ລະຫວ່າງ ຍິງ-ຊາຍ ໃນອັນດັບທີ 118 ຈາກທັງໝົດ 146 ປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top