ສປຈີນ ຄົ້ນພົບແຫລ່ງແຮ່ທາດໃໝ່ຫລາຍກວ່າ 120 ແຫ່ງ

18/10/2024 12:20
ຂປລ ກະຊວງ ຊັບພະຍາກອນ ທຳມະຊາດຂອງ ສປຈີນ ລະບຸວ່າ: ສປຈີນ ຄົ້ນພົບແຫລ່ງແຮ່ທາດໃໝ່ ລວມ 124 ແຫ່ງ ໃນປີ 2023 ຊຶ່ງໃນຈຳນວນນີ້ ເປັນແຫລ່ງຫີນປູນ ສຳລັບ ກໍ່ສ້າງ 16 ແຫ່ງ ແລະ ແຫລ່ງ ກຣາໄຟ 10 ແຫ່ງ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ກະຊວງ ຊັບພະຍາກອນ ທຳມະຊາດຂອງ ສປຈີນ ລະບຸວ່າ: ສປຈີນ ຄົ້ນພົບແຫລ່ງແຮ່ທາດໃໝ່ ລວມ 124 ແຫ່ງ ໃນປີ 2023 ຊຶ່ງໃນຈຳນວນນີ້ ເປັນແຫລ່ງຫີນປູນ ສຳລັບ ກໍ່ສ້າງ 16 ແຫ່ງ ແລະ ແຫລ່ງ ກຣາໄຟ 10 ແຫ່ງ. ໃນຂະນະທີ່ແຫລ່ງ ແຮ່ທາດລວມ 173 ຊະນິດ , ພ້ອມທັງ ລະບຸຫລາຍຄວາມກ້າວໜ້າໃໝ່ ທັງໝົດ ໃນດ້ານການສຳຫລວດ ແລະ ປະເມີນທາງທໍລະນີ ວິທະຍາ ແລະ ແຮ່ທາດ, ການສຳຫລວດ ແລະ ພັດທະນາ ຊັບພະຍາກອນແຮ່ທາດ , ການຟື້ນຟູ ລະບົບນິເວດ ຂອງບໍ່ແຮ່ ລວມເຖິງດ້ານອື່ນໆ.

ຊຶ່ງການລາຍງານ ຊັບພະຍາກອນແຮ່ທາດ ສປຈີນ ປີ 2024 ໄດ້ຮັບການເຜີຍແພ່ ໃນກອງປະຊຸມ ແລະ ນິເທດສະການບໍ່ແຮ່ ແຫ່ງປະເທດ ສປຈີນ ຄັ້ງທີ 26 ຊຶ່ງຈັດຂຶ້ນໃນເທດສະບານ ນະຄອນທຽນຈິນ ທາງພາກເໜືອຂອງ ສປຈີນ ລະຫວ່າງວັນທີ 15-18 ຕຸລານີ້.
KPL

ຂ່າວອື່ນໆ

ads
ads

Top