ໂລກ ພວມກ້າວເຂົ້າສູ່ຍຸກແຫ່ງໄຟຟ້າ

18/10/2024 12:25
ຂປລ ອົງການ ພະລັງງານ ສາກົນ(IEA) ເປີດເຜີຍວ່າ: ໄຟຟ້າ ຫລາຍກວ່າ ເຄິ່ງໜຶ່ງ ຂອງໂລກ ຈະມາຈາກ ແຫລ່ງຜະລິດ ທີ່ປ່ອຍ ອາຍພິດຕໍ່າ ກ່ອນປີ 2030

ຂປລ.ສຳນັກຂ່າວ ເອເອຟພີ, ເມື່ອບໍ່ດົນມານີ້, ອົງການ ພະລັງງານ ສາກົນ(IEA) ເປີດເຜີຍວ່າ: ໄຟຟ້າ ຫລາຍກວ່າ ເຄິ່ງໜຶ່ງ ຂອງໂລກ ຈະມາຈາກ ແຫລ່ງຜະລິດ ທີ່ປ່ອຍ ອາຍພິດຕໍ່າ ກ່ອນປີ 2030. ເຖິງແມ່ນວ່າ ການເຂົ້າເຖິງ ພະລັງງານ ສະອາດ ຈະຍັງບໍ່ ເທົ່າທຽມກັນ ໃນຫລາຍປະເທດ.ທ່ານ ຟາຕີ ບີໂຣ,ຜູ້ອຳນວຍການ ອົງການ ພະລັງງານ ສາກົນ ກ່າວເນັ້ນວ່າ: ປັດຈຸບັນ ພວມກ້າວເຂົ້າສູ່ ຍຸກແຫ່ງໄຟຟ້າ ຢ່າງວອງໄວ ຊຶ່ງຈະກຳນົດ ລະບົບ ພະລັງງານໂລກ ໃນອະນາຄົດ. ຂະນະທີ່ ກຳລັງ ການຜະລິດ ພະລັງງານ ສະອາດ ທົ່ວໂລກ ເພີ່ມຂຶ້ນເຖິງ 560 ກິກະວັດ ໃນປີ2023 ດ້ານການລົງທຶນ ສູງເກືອບ 2 ພັນຕື້ ໂດລາສະຫະລັດ ໃນແຕ່ລະປີ ຊຶ່ງສູງກວ່າ ຈຳນວນເງິນ ໃນການຈັດຫາ ເຊື້ອເພີງ ຟໍສຊີລ ເຖິງ 2ເທົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top