ຖ້ຳນາງແອນຍັງຄົງຢູ່ຄູ່ກັບຄວາມງາມແບບທຳມະຊາດ

11/10/2024 05:15
Email Print 372
ຂປລ ແຂວງຄຳມ່ວນ ເປັນອີກແຂວງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວທໍາມະຊາດຫລາຍແຫ່ງ, ເປັນເອກະລັກ, ມີຄວາມສວຍ ງາມໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

    *ແຂວງຄຳມ່ວນ ເປັນອີກແຂວງໜຶ່ງ ທີ່ມີສະຖານທີ່ທ່ອງທ່ຽວທໍາມະຊາດຫລາຍແຫ່ງ, ເປັນເອກະລັກ, ມີຄວາມສວຍງາມໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.​  “ຖໍ້ານາງແອ່ນ” ໂດຍທຳມະຊາດເນລະມິດຂຶ້ນມາທີ່ມີຄວາມສວຍງາມກັບສາຍພູຫີນປູນ, ປ່າໄມ້, ຫ້ວຍນໍ້າ ແລະ ຊີວະນາໆພັນອຸດົມສົມບູນຫລາຍທີ່ສຸດ“, ຖ້ຳດັ່ງກ່າວແມ່ນຕັ້ງຢູ່ເຂດບ້ານພິນ, ເມືອງທ່າແຂກ, ແຂວງຄໍາມ່ວນ ໄປຕາມເສັ້ນທາງເລກທີ12 ປະມານ 19 ກິໂລແມັດ.

    ຕາມການເລົ່າຂານກັນມາວ່າ: ພາຍໃນຖ້ຳແຫ່ງນີ້ ມີຫີນທີ່ມີຮູບຮ່າງຄ້າຍຄືພະລືສີ, ຫີນພະຊີວະຂອງທ້າວຊຽງ, ຫີນພະໂຍນີ ແລະ ຮອຍຕີນຂອງນາງ ສຸທາວະດີ...ຊຶ່ງທັງໝົດເຫລົ່ານີ້ ລ້ວນແຕ່ເປັນສິ່ງທີ່ສາມາດສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ໄດ້ພົບເຫັນຫຼາຍສົມຄວນບໍ່ ວ່າຈະເປັນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມາທ່ອງທ່ຽວຖໍ້າແຫ່ງນີ້້.

    ຖໍ້າແຫ່ງນີ້ ຍັງຮັກສາຄວາມເປັນທໍາມະຊາດໄວ້ໄດ້ຢ່າງສົມບູນ ເພາະຍັງບໍ່ມີການດັດແປງ ຫລື ພັດທະນາພໍປານໃດ, ສ່ວນເສັ້ນທາງທີ່ເຂົ້າໄປຫາຖໍ້ານັ້ນ ແມ່ນໄດ້ຮັບປັບປຸງໃຫ້ສະດວກສະບາຍຫລາຍ, ນອກຈາກນັ້ນ ຍັງມີບໍລິການຂີ່ເຮືອລອດຖໍ້າ ເພື່ອສໍາພັດກັບບັນຍາກາດຄວາມງົດງາມ, ຄວາມເຢັນທີ່ມີຄວາມຄ້າຍຄືກັບຖໍ້າກອງລໍນາຕານ.

     ສໍາລັບຖໍ້ານາງແອ່ນມີຄວາມຍາວເຖິງ 1,5 ກິໂລແມັດ ແລະ ຄວາມສູງຈາກອຸບມົງຫາພື້ນຖໍ້າແມ່ນມີຂະຫນາດບໍ່ສະເໝີກັນ ໂດຍສະເລ່ຍລວງສູງຈະຢູ່ລະຫວ່າງປະມານ 30 ແມັດ.  

KPL

ຂ່າວອື່ນໆ

ads
ads

Top