ສປ ຈີນ ຈັດກອງປະຊຸມເມືອງແຫ່ງການອອກແບບໂລກ 2024

27/09/2024 20:58
Email Print 182
ຂປລ ກອງປະຊຸມ ເມືອງແຫ່ງ ການອອກແບບໂລກ 2024 ໄດ້ໄຂຂຶ້ນຢູ່ ນະຄອນຊຽງໄຮ້ ຂອງ ສປ ຈີນ. ໂດຍມີ ທ່ານ ເຊີ້ນໄຫສົງ ຮອງຫົວໜ້າ ຄະນະໂຄສະນາ ອົບຮົມສູນກາງພັກ ກອມມູນິດຈີນ, ຜູ້ອຳນວຍການໃຫຍ່ ວິທະຍຸ ໂທລະພາບ ສູນກາງຈີນ(CMG), ທ່ານກົ່ງເຈິ້ງ ຮອງເລຂາພັກນະຄອນ, ເຈົ້າຄອງນະຄອນຊຽງໄຮ້ ໄດ້ເຂົ້າຮ່ວມ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 27-30 ກັນຍານີ້, ກອງປະຊຸມ ເມືອງແຫ່ງ ການອອກແບບໂລກ 2024 ໄດ້ໄຂຂຶ້ນຢູ່ ນະຄອນຊຽງໄຮ້ ຂອງ ສປ ຈີນ. ໂດຍມີ ທ່ານ ເຊີ້ນໄຫສົງ ຮອງຫົວໜ້າ ຄະນະໂຄສະນາ ອົບຮົມສູນກາງພັກ ກອມມູນິດຈີນ, ຜູ້ອຳນວຍການໃຫຍ່ ວິທະຍຸ ໂທລະພາບ ສູນກາງຈີນ(CMG), ທ່ານກົ່ງເຈິ້ງ ຮອງເລຂາພັກນະຄອນ, ເຈົ້າຄອງນະຄອນຊຽງໄຮ້ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສວ່າ: ນະຄອນຊຽງໄຮ້ ໄດ້ຈັດກອງປະຊຸມ ເມືອງແຫ່ງການອອກແບບໂລກ 3 ປີລຽນຕິດແລ້ວ. ກອງປະຊຸມເທື່ອນີ້ ໄດ້ເນັ້ນໃສ່ຫົວຂໍ້ “ການອອກແບບ ທີ່ບໍ່ພົມແດນ, ການເຕີບໂຕ ໃນຄຸນນະພາບໃໝ່”, ເພື່ອສ້າງເວທີແລກປ່ຽນ ແລະ ຮ່ວມມືໂລກ ດ້ານການອອກແບບ, ຊອກຫາເສັ້ນທາງ ພັດທະນາ ໃນຄຸນະພາບໃໝ່ ທີ່ຂັບເຄື່ອນ ດ້ວຍການອອກແບບ, ເຮັດໃຫ້ຕົວເມືອງ ແລະ ຊີວິດຢູ່ທຸກແຫ່ງຫົນ ລ້ວນແຕ່ມີການອອກແບບ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top