ຄະນະຝຶກອົບຮົມວຽກຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ສຳນັກພິມຈຳໜ່າຍການເມືອງ ແຫ່ງຊາດ ສື້ເຖິດ

27/09/2024 19:37
Email Print 184
ຂປລ ຂປລ. ຄະນະຝຶກອົບຮົມວຽກງານ ຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານ ການພິມຈຳໜ່າຍ ແລະ ການຄຸ້ມຄອງການພິມຈຳໜ່າຍ ປຶ້ມທິດສະດີການເມືອງ ແລະ ປຶ້ມຕ່າງໆ ເພື່ອຊອກຮູ້, ຊອກເຫັນ ແລະ ຄົ້ນຄວ້າກ່ຽວກັບການພິມຈຳໜ່າຍປຶ້ມຕ່າງໆ ຂອງສຳນັກພິມສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ​ໃນ​ວັນ​ທີ 26 ກັນຍາ 2024 ໂດຍການຕ້ອນຮັບຂອງ ທ່ານ ຫວູ ຈ້ອງ ເລິ່ມ ເລຂາຄະນະພັກ, ຫົວໜ້າອຳນວຍການ, ບັນນາ ທິການໃຫຍ່ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສື້ເຖິດ ພ້ອມຄະນະ.



ຂປລ. ຄະນະຝຶກອົບຮົມວຽກງານ ຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານ ການພິມຈຳໜ່າຍ ແລະ ການຄຸ້ມຄອງການພິມຈຳໜ່າຍ ປຶ້ມທິດສະດີການເມືອງ ແລະ ປຶ້ມຕ່າງໆ ເພື່ອຊອກຮູ້
, ຊອກເຫັນ ແລະ ຄົ້ນຄວ້າກ່ຽວກັບການພິມຈຳໜ່າຍປຶ້ມຕ່າງໆ ຂອງສຳນັກພິມສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ​ໃນ​ວັນ​ທີ 26 ກັນຍາ 2024 ໂດຍການຕ້ອນຮັບຂອງ ທ່ານ ຫວູ ຈ້ອງ ເລິ່ມ ເລຂາຄະນະພັກ, ຫົວໜ້າອຳນວຍການ, ບັນນາ ທິການໃຫຍ່ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສື້ເຖິດ ພ້ອມຄະນະ.




ທ່ານ ຫວູ ຈ້ອງ ເລິ່ມ ໄດ້ໃຫ້ຮູ້ວ່າ: ສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ຂຶ້ນກັບສູນກາງພັກ ໂດຍລົງເລິກການຄົ້ນຄວ້າ
, ດັດແກ້, ພິມຈຳໜ່າຍປຶ້ມກ່ຽວກັບການເມືອງ, ແນວຄິດທິດສະດີຂອງລັດທິມາກ-ເລນິນ,​ ກາກມາກ,​ ໂຮ່ຈີ່ມິງ, ກົດໝາຍ​ຂອງ​ພັກ-ລັດ ແລະ ບົດຮຽນທີ່ສຳຄັນຂອງບັນ ດາປະເທດໃນໂລກ ລວມທັງມູນເຊື້ອ ແລະ ຜົນງານການຮ່ວມມືຂອງຫວຽດນາມ-ລາວ ໂດຍສະເພາະ ການເຄື່ອນໄຫວວຽກງານ,​ ແນວທາງນະໂຍບາຍຂອງພັກ ເພື່ອເປັນການໂຄສະນາ ແລະ ຮັບໃຊ້ໜ້າທີ່ການເມືອງ ກໍຄື ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.​

ໃນແຕ່ລະປີສຳນັກພິມ ໄດ້ພິມ ແລະ ຈຳໜ່າຍປຶ້ມຊະນິດຕ່າງໆຫລາຍກວ່າ 1.000 ຫົວ ເປັນຕົ້ນ ປື້ມການເມືອງ, ທິດສະດີລັດທິມາກ-ເລນິນ ແລະ ອຸດົມການ ໂຮ່ຈີ່ມິງ, ໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍ ແລະ ກົດໝາຍຂອງພັກ ແລະ ລັດ ຊຶ່ງໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ໃຫ້ພັກ-ລັດຖະບານ ກໍຄື ກະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນຍຸກປັດຈຸບັນ, ສຳນັກພິມດັ່ງກ່າວ ໄດ້ມີການຫັນປ່ຽນໂດຍນຳໃຊ້ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການພິມຈຳໜ່າຍປຶ້ມຊະນິດຕ່າງໆ ຈາກການພິມປຶ້ມແບບເຈ້ຍ ໄປສູ່ລະບົບດີ​ຈິຕອນ ເປັນປຶ້ມເອເລັກໂຕຣນິກ (e-book) ຊຶ່ງໄດ້ພິມຈຳໜ່າຍແລ້ວຫລາຍກວ່າ 500 ຊະນິດປຶ້ມ ໂດຍເຜີຍແຜ່ທາງສື່ອອນລາຍ ເປັນຕົ້ນ ເວັບໄຊ, ເຟສບຸກ ແລະ ອື່ນໆ.




ທ່ານ ຫວູ ຈ້ອງ ເລິ່ມ ຍັງ​ໃຫ້​ຮູ້​ອີກວ່າ: ໃນໄລຍະຜ່ານມາ
, ສຳນັກ​ພິມ​ຈຳໜ່າຍການເມືອງແຫ່ງຊາດ ສື້ເຖິ້ດ ແຫ່ງ ສສ ຫວຽດນາມ ​ໄດ້ມີການຮ່ວມມືກັບ ສຳນັກ​ພິມ​ຈຳໜ່າຍ​ແຫ່ງ​ຊາດ​ລາວ ໃນ​ການ​ເຄື່ອນ​ໄຫວ​ວຽກງານພິມ​ຈຳໜ່າຍ, ຈຳໜ່າຍ​ປຶ້ມ ​ແລະ ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ກ່ຽວ​ກັບ​ສະພາບ​ການ​ພິມ​ຈຳໜ່າຍ ​ແລະ ປະສົບ​ການ​ໃນ​ຫລາຍ​ຂົງ​ເຂດ​ ຂອງ​ອົງການ​ຈັດ​ຕັ້ງພັກ-ລັດ ເປັນຕົ້ນ ໜັງສື​ໃບ​ລານ, ການ​ຂຸດ​ຄົ້ນ​ລິ​ຂະ​ສິດ, ການຈັດ​ຕັ້ງ​ພິມ​ຈຳໜ່າຍ​ປຶ້ມ ແລະ ອື່ນໆ. ນອກນີ້, ຍັງໄດ້ຮ່ວມມືກັບກົມພິມຈຳໜ່າຍ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ໂຄສະນາອົບຮົມສູນກາງພັກ ຂອງລາວ ຄົ້ນຄວ້າ ກ່ຽວກັບ ທິດສະດີ ແລະ ການເມືອງທີ່ມີຄຸນຄ່າຂອງຫວຽດນາມ ໂດຍສະເພາະ ວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ສັງລວມ ແລະ ປັບປຸງລະບົບກົດໝາຍ, ປະສົບການໃນການພັດທະນາ ເສດຖະກິດ-ສັງຄົມ ໂດຍແປ ແລະ ເຜີຍແຜ່ເປັນພາສາລາວ ໃຫ້ບັນດາການນຳພັກ, ລັດ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການຈັດຕັ້ງທາງດ້ານການເມືອງ-ສັງຄົມຂອງລາວ ແຕ່​ປີ 2018-2023 ໄດ້​ຈັດ​ພິມ​ປຶ້ມ​ 91 ເຫລັ້ມ, ມີ 99.500 ສະບັບ ທີ່ເປັນພາສາລາວ ມອບ​ໃຫ້​ບັນດາ​ການ​ນຳ​ຂອງ​ພັກ, ລັດ, ບັນດາ​ກະຊວງ, ທ້ອງ​ຖິ່ນ, ບັນດາ​ອົງການ​ການ​ເມືອງ ​ແລະ ສັງຄົມ​ຂອງ​ລາວ.  ປັດຈຸ​ບັນ, ສຳນັກ​ພິມ​ຈຳໜ່າຍ​ພວມ​ປະຕິບັດ ​ແຜນການ​ຈັດ​ພິມ​ປຶ້ມ​ທີ່​ແປ​ ໃຫ້​ປະ​ເທດ​ລາວ​ ໃນ​ປີ 2024 ຈຳນວນ 15 ເຫລັ້ມ, ມີ 19.500 ສະບັບ ແລະ ຄາດ​ວ່າ​ຈຳນວນປຶ້ມ​ດັ່ງກ່າວ ຈະ​ຖືກ​ສົ່ງ​ມາລາວ​ໃນ​ເດືອນ​ທັນວາ 2024 ນີ້.

KPL

ຂ່າວອື່ນໆ

ads
ads

Top