ຄະນະກໍມະການລະດັບຊາດ ຄົ້ນຄວ້າ-ວິໄຈ ເລືອກເຟັ້ນ ຄໍາສະເໜີ ປັບປຸງລັດຖະທໍາມະນູນ

27/09/2024 19:49
Email Print 1257
ຂປລ ຂປລ. ກອງປະຊຸມຄົ້ນຄວ້າ, ວິໄຈ ແລະ ປັບປຸງເນື້ອໃນລັດຖະທໍາມະນູນ ສະບັບປີ 2015 ຈັດ​ຂຶ້ນ​ໃນວັນທີ 25-26 ກັນຍາ 2024 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການຄະນະກໍາມະການ ລະດັບຊາດປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 (ຄລຊ), ມີຄະນະກຳມະການ, ກອງເລຂາ, ອະນຸກຳມະການຕ່າງໆ ຂອງ ຄລຊ ແລະ ພາກສ່ວນກ່ຽວຂ້ອງ ​ເຂົ້າ​ຮ່ວມ.



ຂປລ. ກອງປະຊຸມຄົ້ນຄວ້າ
, ວິໄຈ ແລະ ປັບປຸງເນື້ອໃນລັດຖະທໍາມະນູນ ສະບັບປີ 2015 ຈັດ​ຂຶ້ນ​ໃນວັນທີ 25-26 ກັນຍາ 2024 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການຄະນະກໍາມະການ ລະດັບຊາດປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 (ຄລຊ), ມີຄະນະກຳມະການ, ກອງເລຂາ, ອະນຸກຳມະການຕ່າງໆ ຂອງ ຄລຊ ແລະ ພາກສ່ວນກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ທັງນີ້, ກໍເພື່ອຄົ້ນຄວ້າ, ວິໄຈ ແລະ ເລືອກເຟັ້ນ ຄຳສະເໜີ ຂອງການຈັດຕັ້ງ ແລະ ບຸກຄົນ ຈາກຜົນການປະເມີນ ການປະຕິບັດລັດຖະທຳມະນູນ ສະບັບປີ 2015 ປັບປຸງເຂົ້າເນື້ອໃນໝວດ ແລະ ມາດຕາ ຂອງລັດຖະທຳມະນູນສະບັບປັບປຸງໃໝ່ ໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ ວ່າດ້ວຍການສ້າງນິຕິກຳ ແລະ ສາມາດນໍາໄປສູ່ ການພິຈາລະນາຮັບຮອງ, ທັງເປັນການຄົ້ນຄວ້າ, ວິໄຈເນື້ອໃນ ແລະ ສະເໜີເພີ່ມເນື້ອໃນທີ່ສັງລວມ ໄດ້ຈາກການປະເມີນ ເຂົ້າໃສ່ມາດຕາ ຫລື ວັກໃດໜຶ່ງຂອງມາດຕາ ທີ່ເຫັນວ່າມີຄວາມຈຳເປັນຕ້ອງປັບປຸງ ເພື່ອໃຫ້ສອດຄ່ອງ ແລະ ຕອບສະໜອງກັບສະພາບ ການພັດທະນາໃນໄລຍະ ໃໝ່ ໃຫ້ເປັນຮ່າງສະບັບປັບປຸງເບື້ອງຕົ້ນ, ແລ້ວສະຫລຸບສັງຮວມຜົນ ຂອງການຄົ້ນຄວ້າເນື້ອໃນ ຂອງແຕ່ລະໝວດ ແລະ ມາດຕາ ຢ່າງລະອຽດ ເພື່ອລາຍງານຂໍທິດຊີ້ນໍາ.




ໃນກອງປະຊຸມ, ຜູ້​ເຂົ້າ​ຮ່ວ​ມໄດ້ສຸມໃສ່ຄົ້ນຄວ້າ
, ອະທິບາຍ, ປະກອບຄວາມເຫັນຢ່າງກົງໄປກົງມາ, ມີເນື້ອໃນເລິກເຊິ່ງ ແລະ ຫລາຍເທື່ອຄົນ ລ້ວນແຕ່ເປັນບັນຫາທີ່ມີຄວາມສໍາຄັນ ແລະ ເປັນບ່ອນອີງໃຫ້ແກ່ການ ປັບປຸງເນື້ອໃນລັດຖະທໍາມະນູນ ໃຫ້ແທດເໝາະກັບ ສະພາບຄວາມເປັນຈິງ ໃນປັດຈຸບັນ ແລະ ສາມາດນໍາໄປຈັດຕັ້ງ ປະຕິບັດໃຫ້ມີຄວາມເຂັ້ມງວດ, ສັກສິດ ແນໃສ່ປົກປ້ອງສິດ ແລະ ຜົນປະ ໂຫຍດຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ.

ທ່ານ ຈະເລີນ ເຍຍປາວເຮີ ​ໄດ້​ມີຄໍາ​ເຫັນ​ວ່າ: ຜ່ານການຄົ້ນຄວ້າ, ປະກອບຄວາມເຫັນຢ່າງລະອຽດ, ຖີ່ຖ້ວນ, ຖົກຖຽງກັນຢ່າງມີເຫດມີຜົນ ຈຶ່ງເຮັດໃຫ້ກອງປະຊຸມປະສົບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ ໂດຍພື້ນຖານ, ກອງປະຊຸມເຫັນດີເປັນເອກະພາບ ຕໍ່ບັນດາເນື້ອໃນທີ່ໄດ້ປັບປຸງຄັ້ງນີ້, ແຕ່ເຫັນວ່າຍັງມີບາງມາດຕາ, ບາງເນື້ອໃນ ແລະ ບາງຄໍາສັບ ທີ່ຈະຕ້ອງໄດ້ສືບຕໍ່ນໍາໄປຄົ້ນຄວ້າ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງ ເພື່ອສືບຕໍ່ຄົ້ນຄວ້າ, ປັບປຸງໃຫ້ສ່ອດຄ່ອງ, ຮັດກຸມ, ພ້ອມທັງຮ່າງລາຍງານຜົນການຄົ້ນຄວ້າ, ປັບປຸງ (ຮ່າງລັດຖະທໍາມູນ) ຄັ້ງນີ້ ຕໍ່ຄະນະປະຈໍາການ ຄະນະກຳມະການລະດັບຊາດ ປັບປຸງລັດຖະທໍາມະນູນ ເພື່ອພິຈາລະນາ ກ່ອນຈະລາຍງານ ຕໍ່ກອງປະຊຸມ ກົມການເມືອງຮ່ວມກັບຄະນະເລຂາ ທິການສູນກາງພັກ, ແລ້ວຈຶ່ງປັບປຸງ ເພື່ອຂໍການປະກອບຄວາມເຫັນ ຕໍ່ກອງປະຊຸມຄົບຄະນະຂອງຄະນະ ບໍລິຫານງານສູນກາງພັກ ເທື່ອທີ 9 ສະໄໝທີ XI ໃນທ້າຍເດືອນຕຸລານີ້.

ຂ່າວ: ອາລິນ ສຸພິມມະປະດິດ ສພຊ

KPL

ຂ່າວອື່ນໆ

    • ປາຖະກະຖາວັນເກີດ ປະທານ ກິມ ເຈິງ ອິນ ຄົບຮອບ 83 ປີການເມືອງ

      ປາຖະກະຖາວັນເກີດ ປະທານ ກິມ ເຈິງ ອິນ ຄົບຮອບ 83 ປີ

      2/10/2025 4:14:34 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ແລະ ກອງພົນທີ 1 ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ຈັດປາຖະກະຖາວັນ ວັນເກີດ ຂອງປະທານ ກິມ ເຈິງ ອິນ ຄົບຮອບ 83 ປີ (16 ກຸມພາ 1942-16 ກຸມພາ 2025) ຢູ່ສະໂມສອນກອງພົນທີ 1 ໂດຍມີ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ

    • ທຫລ ແລະ ກະຊວງການເງິນ ຫາລືແກ້ໄຂບັນຫາດ້ານການເງິນການເມືອງ

      ທຫລ ແລະ ກະຊວງການເງິນ ຫາລືແກ້ໄຂບັນຫາດ້ານການເງິນ

      2/10/2025 3:50:33 PM

      ຂປລ. ເມື່ອບໍ່ດົນມານີ້, ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມພົບປະສອງຝ່າຍລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ

    • 70 ປີ ພັກ ປປ ລາວ ນໍາພາ ປວງຊົນລາວ ສໍາເລັດພາລະກິດປະຕິວັດການເມືອງ

      70 ປີ ພັກ ປປ ລາວ ນໍາພາ ປວງຊົນລາວ ສໍາເລັດພາລະກິດປະຕິວັດ

      2/7/2025 8:02:55 PM

      ຂປລ. ຕະຫລອດໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວບັນ ດາເຜົ່າ ດໍາເນີນການປະຕິວັດຊາດ ປະຊາທິປະໄຕ ໃນເມື່ອກ່ອນເຮັດສໍາເລັດພາລະກິດປະຕິວັດ, ລົບລ້າງລະບອບລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ນໍາພາປະເທດຊາດ ຍາດໄດ້ໄຊຊະນະເປັນກ້າວໆ ແລະ ສະ ຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

    • ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນການເມືອງ

      ເຈົ້າແຂວງຈຳປາສັກ ຕ້ອນຮັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

      2/7/2025 7:59:26 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ຕ້ອນຮັບ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໃນວັນທີ 6 ກຸມພາ 2025 ທີ່ຫ້ອງວ່າການແຂວງ ຈຳປາສັກ ໃນໂອກາດມາເຄື່ອນໄຫວຊຸກຍູ້ວຽກງານ ທີ່ແຂວງຈຳປາສັກ.

    • ປີ 2024 ວຽກພັດທະນາການທ່ອງທ່ຽວ  ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານການເມືອງ

      ປີ 2024 ວຽກພັດທະນາການທ່ອງທ່ຽວ ທົ່ວປະເທດ ມີຜົນສຳເລັດ ຫລາຍດ້ານ

      2/7/2025 7:45:55 PM

      ຂປລ. ໃນປີ 2024 ຜ່ານມາ, ຄະນະພັກ-ຄະນະນໍາກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ຽວທ່ຽວ (ຖວທ) ໄດ້ເອົາໃຈໃສ ນຳພາ-ຊີ້ນຳ ວຽກງານດ້ານຕ່າງໆ ຢ່າງມີຜົນສຳເລັດ ເຮັດໃຫ້ພະນັກງານ-ລັດຖະກອນ ໃນຂະແໜງ ຖວທ ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງຕໍ່ໜ້າທີ່, ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສຳເລັດຢ່າງເປັນຮູບປະທຳ ເຮັດໃຫ້ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ມີຜົນສຳເລັດ ໃນຫລາຍດ້ານ ໂດຍສະເພາະ ວຽກງານພັດທະນາການທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

ads
ads

Top