ກອງພັນໃຫຍ່ 11 ປະສານສົມທົບກັບ ເຫລົ່າຮົບອື່ນໃນການຊ້ອມຮົບຮ່ວມລາວ-ຣັດເຊຍ

23/09/2024 17:31
Email Print 480
ຂປລ ຂປລ. ​ໃນການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ LAROS-2024’’ ກອງພັນໃຫຍ່ 11 ແມ່ນກົມກອງໜຶ່ງ ທີ່ໄດ້ເຂົ້າຮ່ວມ ແລະ ເປັນກໍາລັງຕົ້ນຕໍ ໃນການປະສານສົມທົບກັບ ບັນດາເຫລົ່າຮົບອື່ນ ຂອງກອງທັບສະຫະພັນຣັດເຊຍ ເຊິ່ງທັງສອງກອງທັບ ໄດ້ຮ່ວມກັນຝຶກແອບ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນທາງ ດ້ານສິລະປະຍຸດ, ຍຸດທະວິທີ ການນໍາໃຊ້ອາວຸດ-ຍຸດໂທອຸປະກອນ ຂອງທະຫານຮາບ ໃຫ້ມີຄວາມຊໍານິຊໍານານ ຄ່ອງແຄ້ວ ເພື່ອຈັດຕັ້ງປະຕິບັດໃນສະເພາະໜ້າ ແລະ ຍາວນານ.




ຂປລ. ​ໃນການຊ້ອມຮົບຮ່ວມ ລາວ-ຣັດເຊຍ
“ LAROS-2024’’ ກອງພັນໃຫຍ່ 11 ແມ່ນກົມກອງໜຶ່ງ ທີ່ໄດ້ເຂົ້າຮ່ວມ ແລະ ເປັນກໍາລັງຕົ້ນຕໍ ໃນການປະສານສົມທົບກັບ ບັນດາເຫລົ່າຮົບອື່ນ ຂອງກອງທັບສະຫະພັນຣັດເຊຍ ເຊິ່ງທັງສອງກອງທັບ ໄດ້ຮ່ວມກັນຝຶກແອບ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນທາງ ດ້ານສິລະປະຍຸດ, ຍຸດທະວິທີ ການນໍາໃຊ້ອາວຸດ-ຍຸດໂທອຸປະກອນ ຂອງທະຫານຮາບ ໃຫ້ມີຄວາມຊໍານິຊໍານານ ຄ່ອງແຄ້ວ ເພື່ອຈັດຕັ້ງປະຕິບັດໃນສະເພາະໜ້າ ແລະ ຍາວນານ. 




ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11  ໄດ້ໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ກໍຄື ກະຊວງປ້ອງກັນປະເທດ ກອງພັນໃຫຍ່ 11 ກໍໄດ້ຈັດຕັ້ງກຳລັງພົນເພື່ອກຽມພ້ອມເຂົ້າຮ່ວມ ຊ້ອມຮົບຮ່ວມລາວ-ຣັດເຊຍ, ການຫັດແອບແມ່ນໄດ້ເປີດການຊ້ອມຮົບ ຮ່ວມຢ່າງເປັນ ທາງການ ມາແຕ່ວັນທີ 18 ກັນຍາ 2024 ຜ່ານມາ ເຊິ່ງທັງສອງຝ່າຍໄດ້ຈັດຕັ້ງປຶກສາຫາລື
, ຄົ້ນຄວ້າ ແລະ ແລກປ່ຽນເພື່ອກໍານົດເນື້ອໃນ ຫັດແອບຊ້ອມຮົບຮ່ວມກັນ ແລະ ມາເຖິງປັດຈຸບັນ, ແຕ່ລະພາກສ່ວນກໍໄດ້ ເລີ່ມຫັດແອບເນື້ອໃນທີໜຶ່ງ ຈົນຮອດເນື້ອໃນສຸດທ້າຍທີ່ພວກເຮົາໄດ້ກໍານົດໄວ້. ຜ່ານການຈັດຕັ້ງ ຫັດແອບຊ້ອມຮົບ  ເຫັນວ່າ ທັງສອງຝ່າຍມີຄວາມຫຍຸ້ງຍາກທາງດ້ານການສື່ສານ, ທາງດ້ານພາສາ, ແຕ່ຜ່ານການເຮັດວຽກປະຕິບັດຕົວຈິງ ພວກເຮົາກໍສາມາດເຂົ້າໃຈກັນໄດ້ ເພາະພວກເຮົາຕ່າງຝ່າຍຕ່າງມີພື້ນຖານໃນການຮັບຮູ້ ແລະ ມີປະສົບການທາງດ້ານສິລະປະຍຸດ-ຍຸດທະ ວິທີທີ່ດີ ເຮັດໃຫ້ການປະສານງານ, ການຫັດແອບ ໃນແຕ່ລະວັນ ມີຄວາມຄ່ອງແຄ້ວນັບມື້ດີຍິ່ງໆຂື້ນ.




ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຍັງໃຫ້ຮູ້ອີກວ່າ: ການຊ້ອມຮົບຮ່ວມກັນໃນຄັ້ງນີ້, ແມ່ນການຜູກແໜ້ນຄວາມສາມັກຄີຂອງສອງກອງທັບ ແລະ ເປັນການຍົກລະດັບຄວາມພ້ອມ ເພື່ອແກ້ໄຂສະພາບການຕ່າງໆ ທີ່ຈະເກີດຂຶ້ນໃນສະເພາະໜ້າ
, ພາຍຫລັງສິ້ນສຸດການຊ້ອມຮົບໃນຄັ້ງນີ້, ເຊື່ອໝັ້ນວ່າຈະເປັນອີກ ປະສົບການໜຶ່ງ ຢູ່ໃນຂີດມາດຕະຖານທີ່ແນ່ນອນ ເຮັດໃຫ້ພະນັກງານ-ນັກຮົບທັງໝົດ ທີ່ເຂົ້າຮ່ວມໃນການຊ້ອມຮົບຮ່ວມໃນຄັ້ງນີ້ ຈະນໍາເອົາບົດຮຽນ ແລະ ປະສົບການ ໂດຍສະເພາະແມ່ນ ການຊ້ອມຮົບຮ່ວມກັບກອງທັບ ສະຫະພັນຣັດເຊຍ ທີ່ມີອຸປະກອນ, ພາຫະນະ-ອາວຸດ, ເຄື່ອງມື ແລະ ແບບແຜນທີ່ທັນສະໄໝ, ພວກເຮົາກໍຈະໄດ້ ຖອດຖອນ ເອົາບົດຮຽນໄປໝູນໃຊ້-ນໍາໃຊ້ ແລະ ສືບຕໍ່ຫັດແອບໃຫ້ກົມກອງຂອງພວກເຮົາ ໃຫ້ນັບມື້ເຂັ້ມແຂງ, ທັນສະໄໝ ແລະ ຮັບປະກັນວຽກງານ ກຽມພ້ອມສູ້ຮົບໃຫ້ໄດ້ດີທີ່ສຸດ.



ຂ່າວ: ຈິດ ເພັດພູທອງ

KPL

ຂ່າວອື່ນໆ

ads
ads

Top