ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບງາມ

27/09/2024 19:10
Email Print 179
ຂປລ ຂປລ. ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 ປິດລົງດ້ວຍຜົນສຳເລັດອັນຈົບ ງາມ ໃນຕອນບ່າຍຂອງວັນທີ 26 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກປະເທດສະມາຊິກອາຊຽນ ແລະປະເທດ ຕີມໍ​ແລັດສະເຕ, ຮອງເລຂາທິການອາຊຽນ, ກອງເລຂາອາຊຽນ, ສູນພະລັງງານຂອງອາຊຽນເຂົ້າຮ່ວມ.




ຂປລ. ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ
42 ປິດລົງດ້ວຍຜົນສຳເລັດອັນຈົບ ງາມ ໃນຕອນບ່າຍຂອງວັນທີ 26 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນປະທານກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກປະເທດສະມາຊິກອາຊຽນ ແລະປະເທດ ຕີມໍ​ແລັດສະເຕ, ຮອງເລຂາທິການອາຊຽນ, ກອງເລຂາອາຊຽນ, ສູນພະລັງງານຂອງອາຊຽນເຂົ້າຮ່ວມ.




ທ່ານ ໂພໄຊ ໄຊຍະສອນ ໄດ້ສະແດງຄວາມຂອບໃຈຕໍ່ບັນດາ ຄະນະຜູ້ແທນ ທີ່ໄດ້ປະກອບສ່ວນຢ່າງເຕັມເມັດເຕັມໜ່ວຍ ໂດຍສະເພາະ ການໃຫ້ຄຳເຫັນຊີ້ນຳຂອງ ບັນດາທ່ານລັດຖະມົນຕີ ທີ່ເຕັມ ໄປດ້ວຍຄວາມໝາຍຄວາມສໍາຄັນ ໃນການກຳນົດທິດທາງ ແລະ ຍຸດທະສາດດ້ານພະລັງງານ ເພື່ອໃຫ້ສອດຄ່ອງກັບ ວິໄສທັດອາຊຽນ
, ສາມາດສັງລວມປະເດັນສຳຄັນ ໄດ້ຄື: ການຮັບປະກັນການສະໜອງ ພະລັງງານໃຫ້ໝັ້ນຄົງ ທີ່ພວກເຮົາຕ້ອງຮັບຮູ້ເຖິງຄວາມຈໍາເປັນ ໃນການສ້າງຄວາມສົມດຸນ ລະຫວ່າງ ຄວາມໝັ້ນຄົງ ແລະ ການພັດທະນາທີ່ຍືນຍົງ, ການນໍາໃຊ້ຊັບພະຍາກອນ ແລະ ທ່າແຮງພະລັງງານອາຊຽນ ຢ່າງມີປະສິດຕິຜົນໃຫ້ເກີດ ຜົນປະໂຫຍດສູງສຸດ ແກ່ທຸກພາກສ່ວນ; ສ້າງເງື່ອນໄຂສະດວກ ເພື່ອເຊື່ອມໂຍງຕະຫລາດ ພະລັງງານລະຫວ່າງກັນ ເຊັ່ນ: ຊຸກຍູ້ການເຊື່ອມໂຍງຕາຂາຍໄຟຟ້າ (APG) ແລະ ການເຊື່ອມໂຍງທໍ່ສົ່ງອາຍແກັສອາຊຽນ ເຊິ່ງມີຄວາມສຳຄັນຕໍ່ການສ້າງ ຕະຫລາດພະລັງງານທີ່ມີເຂັ້ມແຂງ ແລະ ເຊື່ອມໂຍງກັນຫລາຍຂຶ້ນ ສາມາດຕອບສະໜອງ ຄວາມຕ້ອງການທັງໃນປັດຈຸບັນ ແລະ ອະນາຄົດ; ເສີມຂະຫຍາຍການຮ່ວມມື ກັບບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເພື່ອແບ່ງປັນຂໍ້ມູນ, ສ້າງອົງຄວາມຮູ້ວິຊາການດ້ານພະລັງງານ ລວມທັງການເປີດຮັບນະວັດຕະກໍາ ເຕັກໂນໂລຊີໃໝ່ໆ ເພື່ອໃຊ້ໃນການຜະລິດ ແລະ ຄຸ້ມຄອງພະລັງງານ ເພື່ອເພີ່ມປະສິດຕິພາບ ແລະ ຫລຸດຄ່າໃຊ້ຈ່າຍ.

ກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 42 ໄດ້ສຳເລັດລົງ ແລະ ໄດ້ຮັບໝາກຜົນຕາມຄາດໝາຍ ທີ່ໄດ້ກຳນົດໄວ້, ເຊິ່ງຈະເປັນບ່ອນອີງທີ່ສຳຄັນ ສໍາລັບການສືບຕໍ່ປຶກສາຫາລືເຮັດວຽກຮ່ວມກັນ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນອາຊຽນ ASEAN

      ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນ

      9/26/2024 4:50:29 PM

      ຂປລ. ກອງປະຊຸມ ລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ໃນວັນທີ 26 ກັນຍາ 2024 ນີ້, ໄດ້ປິດລົງດ້ວຍຜົນສຳເລັດ ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ຕົກລົງຮັບຮອງເອົາ ຫລາຍບັນຫາສຳຄັນ ເປັນຕົ້ນຮັບຮອງເອົາຖະແຫລງການ ແລະ ເອກະສານສຳຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024 ພິຈາລະ ນາຮັບຮອງ ຫລື ຮັບຊາບ.

    • ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນອາຊຽນ ASEAN

      ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນ

      9/26/2024 4:10:05 PM

      ຂປລ. ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ

    • ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງອາຊຽນ ASEAN

      ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງ

      9/26/2024 3:58:35 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ-ບວກ (ADSOM-Plus​) ຈັດຂຶ້ນໃນວັນທີ 26 ກັນຍາ 2024 ຢູ່ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸ ໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາ ຊຽນ, ​ຕີ​ມໍ​​ແລັດສະ​ເຕ ​ໃນ​ນາມ​ຜູ້​ສັງ​ເກດ​ການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

    • ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນອາຊຽນ ASEAN

      ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ

      9/26/2024 3:48:56 PM

      ຂປລ. ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມອາຊຽນ ດ້ານທຸລະກິດພະລັງງານ ຄັ້ງທີ 24 (AEBF-24) ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການ​ເປັນ​ປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ, ປະ ເທດ ຕີມໍ​ແລັດສະເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ສູນພະລັງງານອາຊຽນ ແລະ ບັນດາປະເທດ + 8( ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ລັດເຊຍ ແລະ ອາເມລິກາ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ ເປັນເຈົ້າພາບ ກອງປະຊຸມ ລັດຖະມົນຕີສະພາ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32ອາຊຽນ ASEAN

      ລາວ ເປັນເຈົ້າພາບ ກອງປະຊຸມ ລັດຖະມົນຕີສະພາ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32

      9/26/2024 12:19:45 PM

      ຂປລ. ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຢູ່ນະຄອນຫລວງວຽງຈັນ ໃນວັນທີ 26 ກັນຍາ 2024 ເພື່ອປຶກສາຫາລື ແລະ ຕົກລົງ, ຮັບຮອງເອົາຫລາຍບັນຫາສຳຄັນຂອງອາຊຽນ

ads
ads

Top