ການລົງທຶນໃນ ເອໄອ ຊ່ວຍຂັບເຄື່ອນການເຕີບໂຕໃນພາກພື້ນ

27/09/2024 15:21
ຂປລ ກາຍນລົງທຶນລະດັບໂລກ ທີ່ເພີ່ມຂຶ້ນ ໃນປັນຍາປະດິດ(ເອໄອ) ແລະ ອັດຕາເງິນເຟີ້ທີ່ຫລຸດລົງ ຊ່ວຍໃຫ້ປະເທດ ທີ່ພວມພັດທະນາ ໃນອາຊີ ມີຮາກຖານ ສຳລັບ ການເຕີບໂຕ ທາງເສດຖະກິດ ທີ່ຍືນຍົງໃນປີ 2024 ແລະ 2025.

ຂປລ.ສຳນັກ​ຂ່າວ ​ເອ​ເອຟພີ ລາຍ​ງານ​ວ່າ, ທະນາຄານ ພັດທະນາ​ອາຊີ (​ເອດີ​ບີ) ລະບຸ​ວ່າ: ກາຍ​ນລົງທຶນ​ລະດັບ​ໂລກ ທີ່​ເພີ່ມ​ຂຶ້ນ ​ໃນ​ປັນຍາ​ປະດິດ(​ເອ​ໄອ) ​ແລະ ອັດຕາ​ເງິນ​ເຟີ້​ທີ່​ຫລຸດ​ລົງ ຊ່ວຍ​ໃຫ້​ປະ​ເທດ ທີ່​ພວມ​ພັດທະນາ ​ໃນ​ອາຊີ ມີ​ຮາກ​ຖານ ​ສຳລັບ ​ການ​ເຕີບ​ໂຕ ​ທາງ​ເສດຖະກິດ ທີ່​ຍືນ​ຍົງ​ໃນ​ປີ 2024 ​ແລະ 2025. ​ເນື່ອງ​ຈາກ​ການ​ສົ່ງ​ອອກ​ສິນຄ້າ ​ເພີ່ມ​ຂຶ້ນ 8% ​ໃນ​ເດືອນ​ກໍລະກົດ ​ທີ່​ຜ່ານ​ມາ , ​ເອດີ​ບີ ຈຶ່ງ​ປັບ​ເພີ່ມ​ ຄາດ​ການ​ເຕີບ​ໂຕ ທາງ​ເສດຖະກິດ​ ຂອງ​ພາກ​ພື້ນ ​ໃນ​ປີ 2024 ​ເປັນ 5% ຈາກ​ທີ່​ຄາດ​ການ​ໄວ້ 4,9% ​ເມື່ອ​ເດືອນ​ເມສາ.

ນອ​ກຈາກ​ນີ້ ​ເອດີ​ບີ ຍັງ​ປັບ​ຫລຸດ​ຄາດ​ການ ອັດຕາ​ເງິນ​ເຟີ້​ຂອງ​ພາກ​ພື້ນ ​ໃນ​ປີ​ນີ້​ເຫລືອ 2,8% ຈາກ 3,2% ​ເມື່ອ​ເດືອນ​ເມສາ ທີ່​ຜ່ານ​ມາ, ​ເນື່ອງ​ຈາກ​ລາຄາ​ອາຫານ​ ໃນ​ສປຈີນ ຫລຸ​ດລົງ ​ເຖິງ​ລະດັບ​ຕໍ່າ​ສຸດ ຊ້າກວ່າ​ທີ່​ຄາດ​ໄວ້. ​ໃນ​ຂະນະ​ທີ່ ອັດຕາ​ເງິນ​ເຟີ້ ທີ່​ຫລຸດ​ລົງ , ຄວາມ​ຕ້ອງການ ອຸປະກອນ ​ເອ​ເລັກ​ໂຕຣນິກ ທົ່ວ​ໂລກ​ທີ່​ເພີ່ມ​ຂຶ້ນ ລວມ​ເຖິງລົດ ​ແລະ ​ເຮືອ ຈາກ​ສປຈີນ ​ແລະ ສ.​ເກົາຫລີ ທີ່​ມີ​ທ່າ​ອຽງ​ເຕີບ​ໂຕ​ ທາງດ້ານ​ເສດຖະກິດ ​ທີ່​ດີຂຶ້ນ ຂອງ​ປະ​ເທດ​ພັດທະນາ​ແລ້ວ ພວມ​ຊ່ວຍ​ສົ່ງ​ເສີມ ທ່າ​ອຽງ​ຂອງ ອາຊີ.

KPL

ຂ່າວອື່ນໆ

ads
ads

Top