ແອັດສະປາຍ ຕັ້ງເປົ້າໝາຍໃຊ້ພະລັງງານສີຂຽວ 81% ໃນອີກ 6 ປີ

27/09/2024 15:21
ຂປລ ແອັດສະປາຍ ຕັ້ງເປົ້າໝາຍ ໃຫ້ພະລັງງານ ໄຟຟ້າ 81% ຂອງປະ ເທດ ມາຈາກ ແຫລ່ງພະລັງງານ ໝູນວຽນ ພາຍໃນປີ 2030 ເພື່ອບັນລຸ ເປົ້າໝາຍ ດ້ານສະພາບອາກາດ ແລະ ຕັ້ງເປົ້າໝາຍ ຫລຸດການພຶງພາ ພະລັງງານ ຈາກຕ່າງປະເທດ.

ຂປລ.ສຳນັກຂ່າວເອເອຟພີ ລາຍງານ, ​ແອັດສະປາຍ ຕັ້ງເປົ້າໝາຍ ໃຫ້ພະລັງງານ ໄຟຟ້າ 81% ຂອງປະ   ທດ ມາຈາກ ແຫລ່ງພະລັງງານ ໝູນວຽນ ພາຍໃນປີ 2030 ​ເພື່ອບັນລຸ ເປົ້າໝາຍ ດ້ານສະພາບອາກາດແລະ ຕັ້ງເປົ້າໝາຍ ຫລຸດການພຶງພາ ພະລັງງານ ຈາກຕ່າງປະເທດ. ​ແຜນການປ່ຽນຜ່ານ ສູ່ພະລັງງານໝູນວຽນຂອງ ແອັດສະປາຍ ຊຶ່ງຄະນະລັດຖະມົນຕີໄດ້ຮັບຮອງ ແລະ  ສົ່ງຕໍ່ໃຫ້ຄະນະກຳມະທິການເອີຣົບ (ອີຊີ) ຮັບຮູ້ ກຳໜົດເປົ້າໝາຍ ຫລຸດການປ່ອຍແກັສ ເຮືອນແກ້ວລົງ 32%​ ​ເມື່ອທຽບກັບລະດັບປີ 1990 ​ແລະ ​ເພີ່ມ​ຂຶ້ນ ຈາກ​ເປົ້າ​ໝາຍ​ເມື່ອ​ປີ 2021 ໃນລະດັບ23%.

          ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ ລັດຖະບານ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະເລັ່ງອັດຕາ​ສ່ວນ​ການ​ໃຊ້ ພະລັງງານ​ໝູນວຽນ ຈາກ​ແຫ​ລ່ງສີ​ຂຽວ ​ໃຫ້​ໄດ້ 81% ພາຍ​ໃນ​ທົດ​ສະ​ວັດ​ນີ້, ຊຶ່ງ​ເພີ່ມ​ຂຶ້ນ​ຈາກ​ເປົ້າ​ໝາຍ​ປີ 2021 ທີ່ 74%.

KPL

ຂ່າວອື່ນໆ

ads
ads

Top