ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເຊື່ອມຊຶມມະຕິ ກົມການເມືອງສູນກາງພັກ

27/09/2024 19:42
Email Print 2938
ຂປລ ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດເຜີຍແຜ່ເຊື່ອມຊຶມມະຕິຂອງກົມການ ເມືອງສູນກາງພັກ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ​ໃນວັນທີ 26 ກັນຍາ 2024 ໂດຍການເຜີຍແຜ່ຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງ ການ, 2 ກອງພັນ, ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດເຜີຍແຜ່ເຊື່ອມຊຶມມະຕິຂອງກົມການ ເມືອງສູນກາງພັກ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ​ໃນວັນທີ 26 ກັນຍາ 2024 ໂດຍການເຜີຍແຜ່ຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງ ການ, 2 ກອງພັນ, ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

ສະຫາຍ ພັນເອກ ປອ ສະແຫວງ ແດນນາມົນ ໄດ້ເຜີຍແຜ່ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ເຊິ່ງເນື້ອໃນສຳຄັນມະຕິ ຂອງກອງປະຊຸມດັ່ງກ່າວໄດ້ຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງໃນນີ້, ກໍໄດ້ຍົກໃຫ້ຮູ້ເຖິງ 9 ວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2024; ກ່ຽວກັບການປະຕິຮູບລັດວິສາຫະກິດ ກໍໄດ້ມີການຕີລາຄາຢ່າງກົງໄປກົງມາ ຕໍ່ສະພາບການດຳເນີນທຸລະກິດຂອງລັດວິສາຫະກິດ ໃນໄລຍະຜ່ານມາ ພ້ອມທັງໃຫ້ທັດສະນະຕ້ອງສືບຕໍ່ ຍຶດໝັ້ນແນວທາງການ ສ້າງເສດຖະກິດລັດ ກໍຄື ສ້າງລັດວິສາ ຫະກິດໃຫ້ມີຄວາມເຂັ້ມແຂງ; ເປັນເອກະພາບກຳນົດ 5 ຈຸດສຸມປະຕິຮູບລັດວິສາຫະກິດ ໃຫ້ເຂັ້ມ ແຂງໃນຕໍ່ໜ້າ; ຕີລາຄາກ່ຽວກັບການຍົກສູງຄຸນນະພາບການດຳເນີນຄະດີ ຕາມຂະບວນຍຸຕິທໍາ ຂອງກົມການເມືອງສູນກາງພັກ ເຊິ່ງມະຕິກອງປະຊຸມແມ່ນໄດ້ເປັນເອກະພາບຕີລາຄາສູງ ຕໍ່ບັນດາຜົນສຳເລັດ ທີ່ອົງການຮັບຜິດຊອບດຳເນີນຄະດີ ຕາມຂະບວນຍຸດຕິທໍາທີ່ສ້າງມາໄດ້. ພ້ອມດຽວກັນ, ກໍໃຫ້ທິດຊີ້ນໍາບັນຫາຈໍານວນໜຶ່ງ ກ່ຽວກັບການປັບປຸງຄຸນນະພາບການສຶກສາ ແລະ ແກ້ໄຂບັນຫາການປະລະການຮຽນ, ການຂາດແຄນຄູສອນ ເຊິ່ງມະຕິກອງປະຊຸມໄດ້ເນັ້ນໜັກ ໃຫ້ເອົາໃຈໃສ່ 3 ບັນຫາສໍາຄັນ, ມະຕິກອງປະຊຸມ ໄດ້ລະບຸເຖິງການກະກຽມເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ບັນດາວຽກຈຸດສຸມ ແຕ່ນີ້ຮອດກອງປະຊຸມຄົບຄະນະ ຄັ້ງທີ 9 ໃນທ້າຍປີ 2024. ພ້ອມດຽວກັນນັ້ນ, ສະຫາຍຍັງໄດ້ເຜີຍແຜ່ ດໍາລັດຂອງລັດຖະບານ ວ່າດ້ວຍການຄຸ້ມຄອງ ການຄ້າຂາຍສັດນໍ້າ-ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນອີກດ້ວຍ.

ຈາກນັ້ນ, ຍັງໄດ້ເຜີຍແຜ່ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ທິດທາງລວມ, ເປົ້າໝາຍສູ້ຊົນ, ແຜນນະໂຍບາຍເພື່ອເພີ່ມທະວີການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ, ການບໍລິການ, ລະ ບົບການເງິນ-ເງິນຕາ ແລະ ການຄຸ້ມຄອງບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ; ພ້ອມທັງໄດ້ໃຫ້ຮູ້ເຖິງການຈັດຕັ້ງປະຕິບັດ ທີ່ລະບຸໃນມະຕິດັ່ງກ່າວ. ທັງນີ້, ກໍເພື່ອເຮັດໃຫ້ພະນັກງານຫລັກແຫລ່ງທົ່ວໂຮງຮຽນວັດ ທະນະທຳຊົນເຜົ່າກອງທັບ ມີຄວາມຮັບຮູ້ເຂົ້າໃຈ ແລະ ພ້ອມກັນນຳເອົາເນື້ອໃນມະຕິດັ່ງກ່າວ ໄປຈັດຕັ້ງເຜີຍແຜ່ຢູ່ກົມກອງ ຂອງຕົນໃຫ້ທົ່ວເຖິງ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

ads
ads

Top