ທະນາຄານພັດທະນາອາຊີ ຊ່ວຍເຫລືອ ສສ ຫວຽດນາມ 2 ລ້ານໂດລາສະຫະລັດຈາກພາຍຸຢາກິ

27/09/2024 20:49
Email Print 168
ຂປລ ທະນາຄານ ພັດທະນາ ອາຊີ (ADB) ຫາກໍ່ ອະນຸມັດ ຜ່ານບ້ວງເງິນ ຊ່ວຍເຫລືອ ຈຳນວນ 2 ລ້ານໂດລາ ສະຫະລັດ ເພື່ອໜູນຊ່ວຍລັດຖະບານ ຫວຽດນາມ ສະໜອງ ບັນດາການບໍລິການຊ່ວຍ ບັນເທົ່າທຸກ ຢ່າງຮີບດ່ວນ ແລະ ມະນຸດສະທຳ ໃຫ້ແກ່ ປະຊາຊົນ ທີ່ຖືກຜົນສະທ້ອນ ຍ້ອນພາຍຸຢາກິ( Yagi), ທາງພາກເໜືອ ຫວຽດນາມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ວັນທີ27ກັນຍານີ້, ທະນາຄານ ພັດທະນາ ອາຊີ (ADB) ຫາກໍ່ ອະນຸມັດ ຜ່ານບ້ວງເງິນ ຊ່ວຍເຫລືອ ຈຳນວນ 2 ລ້ານໂດລາ ສະຫະລັດ ເພື່ອໜູນຊ່ວຍລັດຖະບານ ຫວຽດນາມ ສະໜອງ ບັນດາການບໍລິການຊ່ວຍ ບັນເທົ່າທຸກ ຢ່າງຮີບດ່ວນ ແລະ ມະນຸດສະທຳ ໃຫ້ແກ່ ປະຊາຊົນ ທີ່ຖືກຜົນສະທ້ອນ ຍ້ອນພາຍຸຢາກິ( Yagi), ທາງພາກເໜືອ ຫວຽດນາມ. ທ່ານ ຊານຕານູ ຊາກຣາບໍຕີ(Shantanu Chakraborty), ຜູ້ອຳນວຍການ ADB ປະຈຳ ສສ ຫວຽດນາມ ໃຫ້ຮູ້ວ່າ: ບ້ວງເງິນ ຊ່ວຍເຫລືອຂອງ ADB ຈະໜູນຊ່ວຍ ບັນດາຄວາມມານະພະຍາຍາມ ເພື່ອຮັບມື ຂອງລັດຖະບານ ຢ່າງກວ້າງຂວາງກວ່າ ແນໃສ່ ສະໜອງການບັນເທົ່າທຸກ ມະນຸດສະທຳ ໃນທັນທີ. ADB ກໍ່ໃຫ້ຄຳໝັ້ນສັນຍາຮ່ວມມືກັບ ລັດຖະບານ ໃນພາລະກິດ ຟື້ນຟູພາຍຫລັງ ໄພພິບັດທຳມະຊາດ ຢູ່ບັນດາແຂວງຖືກຜົນສະທ້ອນ ເພື່ອກໍ່ສ້າງຄືນໃຫ້ເປັນຢ່າງດີກວ່າ ແລະ ປັບປຸງ ຄວາມສາມາດຕ້ານຢັນ, ສິ່ງດັ່ງກ່າວ ມີຄວາມສຳຄັນທີ່ສຸດ ໃນສະພາບ ໄພທຳມະຊາດນັບມື້ ນັບເພີ່ມຂຶ້ນ. ການໜູນຊ່ວຍ ຮີບດ່ວນ ຂອງ ADB ເພື່ອຮັບປະກັນ ໃຫ້ປະຊາຊົນ ທີ່ດຳລົງຊີວິດ ຢູ່ບັນດາເຂດ ຖືກໄພທຳມະຊາດ ສາມາດເຂົ້າເຖິງ ກັບບັນດາການບໍລິການ ສາທາລະນະສຸກ ແລະ ສັງຄົມໂດຍພື້ນຖານ, ກໍຄືບັນດາແຫລ່ງກຳລັງ ເພື່ອສ້າງຊີວິດ ການເປັນຢູ່ ແລະ ການຫາເງິນ ລ້ຽງຊີບຄືນໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top