ອິນໂດເນເຊຍ ດຶງດູດເງິນລົງທຶນຈາກຕ່າງປະເທດ 165 ລ້ານໂດລາສະຫະລັດ

27/09/2024 15:21
ຂປລ ກະຊວງການລົງທຶນຂອງ ອິນໂດເນເຊຍ ປະກາດວ່າ: ປະເທດນີ້ ດຶງດູດເງິນລົງທຶນ ຈາກຜູ້ລົງທຶນຕ່າງປະເທດ 5 ແຫ່ງສຳລັບ ນູຊັນຕາຣາ ນະຄອນຫລວງ ແຫ່ງໃໝ່ ທີ່ຕັ້ງຢູ່ເທິງເກາະ ກາລີມັນຕັນ ມູນຄ່າລວມ 165 ລ້ານໂດລາ ສະຫະລັດ.

ຂປລ.ສຳນັກ​ຂ່າວ ຊິນ​ຮວາ​ຂອງ ສປຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງ​ການ​ລົງທຶນ​ຂອງ ອິນ​ໂດ​ເນ​ເຊຍ ປະກາດ​ວ່າ: ປະ​ເທດ​ນີ້ ດຶງ​ດູດ​ເງິນ​ລົງທຶນ​ ຈາກ​ຜູ້​ລົງທຶນຕ່າງປະ​ເທດ 5 ​ແຫ່ງ​ສຳລັບ ນູຊັນ​ຕາຣາ ​ນະຄອນຫລວງ ​ແຫ່ງ​ໃໝ່ ທີ່​ຕັ້ງ​ຢູ່​ເທິງ​ເກາະ ກາລີ​ມັນ​ຕັນ ມູນ​ຄ່າ​ລວມ 165 ລ້ານ​ໂດ​ລາ​ ສະຫະລັດ.

          ທ່ານ ​ໂຣຊານ ​ເປີຣກາຊາ ​ໂຣສລາ​ນີ ລັດຖະມົນຕີ ກະຊວງ ລະບຸ​ວ່າ: ໜຶ່ງ​ໃນ​ຜູ້​ລົງທຶນ​ຄື ​ເຊມຄອບຣ(Sembcorp) ບໍລິສັດ ພະລັງງານ ທີ່​ມີ​ຖານ​ຢູ່​ໃນ ສິງກະ​ໂປ , ຊຶ່ງ​ລົງທຶນ​ລວມ 65 ລ້ານ​ໂດ​ລາ​ສະຫະລັດ, ​ເພື່ອສ້າງ​ໂຮງ​ໄຟຟ້າ ພະລັງງານ​ແສງຕາ​ເວັນ​ ຂະໜາດ 50 ​ເມ​ກາ​ວັດ, ຊຶ່ງ​ບໍລິສັດ ​ໄດ້​ເລີ່​ມດຳ​ເນີນ​ງານ​ກໍ່ສ້າງ ​ເມື່ອ​ເດືອນ ສິງຫາ​ຜ່ານ​ມາ.

          ໂຄງການ ​ນູຊັນ​ຕະຣາ ຊຶ່ງ​ຄວບ​ຄຸມ​ພື້ນ​ທີ່ 256.142 ​ເຮັກຕາ, ​ໃນ​ເກາະ ກາ​ລີ​ມັນ​ຕັນ ຕາ​ເວັນ​ອອກ ​ເລີ່​ມກໍ່ສ້າງ​ເມື່ອ​ປີ 2022 , ຂະນະ​ນີ້ ອິນ​ໂດ​ເນ​ເຊຍ ພວມ​ສຳ​ຫລວດ ​ແຫ​ລ່ງການ​ເງິນ ທີ່​ຫລາກ​ຫລາຍ ​ເພື່ອ​ລະດົມ​ທຶນ​ສຳລັບ ການ​ພັດທະນາ​ຄັ້ງ​ໃຫຍ່ ທີ່​ລວມ​ເຖິງ ການ​ລະດົມ​ທຶນ ​ຂອງ​ພາກ​ລັດ, ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແລະ ການ​ລະດົມ​ທຶນ ຈາກ​ປະຊາຊົນ. ​ໃນ​ຂະນະ​ທີ່ ທາງ​ການ​ໄດ້​ອອກ​ສາລະພັດ ນະ​ໂຍບາຍ​ດຶງ​ດູດ​ນັກລົງທຶນ ຈາກ​ຕ່າງປະ​ເທດ ​ເຊັ່ນ: ສິດທິ​ອະນຸຍາດ ການ​ໃຊ້​ທີ່​ດິນ ​ເປັນ​ໄລຍະ​ເວລາ 80 ປີ ​ແລະ ການ​ຍົກ​ເວັ້ນ ພາສີ​ນໍາ​ເຂົ້າ.
KPL

ຂ່າວອື່ນໆ

ads
ads

Top