ສປຈີນ ປັບຫລຸດດອກເບ້ຍນະໂຍບາຍໄລຍະສັ້ນເຫລືອ 1,5%

27/09/2024 15:21
ຂປລ ທ່ານ ພານກົງເຊິງ ຜູ້ວ່າການທະນາຄານປະຊາ ຊົນ ສປຈີນ (PBOC) ຫລື ທະນາຄານກາງ ສປຈີນ ເປີດເຜີຍວ່າ ທະນາຄານກາງ ຈະປັບຫລຸດ ອັດຕາດອກເບ້ຍຂອງການຊື້ ຫລັກຊັບໂດຍມີສັນຍາ ຈະຂາຍຄືນ (reverse repo) ປະເພດ 7 ວັນ ຈາກ 1,7% ເປັນ 1,5%.

ຂປລ.ສຳນັກ​ຂ່າວ​ຊິນ​ຮວາ​ ຂອງ​ສປຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ພານ​ກົງ​ເຊິ​ງ ຜູ້​ວ່າການ​ທະນາຄານປະຊາ ຊົນ​ ສປຈີນ (PBOC) ຫລື ​ທະນາຄານ​ກາງ ສປຈີນ ​ເປີດ​ເຜີຍ​ວ່າ ທະນາຄານ​ກາງ ຈະ​ປັບ​ຫລຸດ ອັດຕາ​ດອກ​ເບ້ຍ​ຂອງ​ການ​ຊື້ ຫລັກ​ຊັບ​ໂດຍ​ມີ​ສັນຍາ ຈະ​ຂາຍ​ຄືນ (reverse repo)  ປະ​ເພດ 7 ວັນ ຈາກ 1,7% ​ເປັນ 1,5%.

ການ​ປັບ​ຫລຸດ ອັດຕາ​ດອກ​ເບ້ຍ ​ເບື້ອງ​ຕົ້ນ ມີ​ເປົ້າ​ໝາຍ ຄວບ​ຄຸມ ອັດຕາ​ດອກ​ເບ້ຍ ​ເງິນ​ກູ້​ຢືມ ລູກ​ໜີ້​ຊັ້ນ​ດີ(LPR) ​ແລະ ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ ຂອງອັດຕາ​ສ່ວນ ລາຍ​ໄດ້​ດອກ​ເບ້ຍ​ສຸດທິ ຕໍ່​ຊັບ​ສິນ​ສະ​ເລ່ຍ (NIM) ຂອງ​ກຸ່ມ​ທະນາຄານ​ການ​ຄ້າ.

ການ​ປັບ​ຫລຸດ​ອັດຕາ​ດອກ​ເບ້ຍ​ ຂອງ​ການ​ຊື້​ຫລັກ​ຊັບ ​ໂດຍ​ມີ​ສັນຍາ​ຈະ​ຂາຍ​ຄືນ ຊຶ່ງ​ເປັນ​ອັດຕາ​ດອກ​ເບ້ຍ ນະ​ໂຍບາຍ​ຫລັກ​ ຂອງ​ທະນາຄານ​ກາງ  ຈະ​ນໍາ​ໄປ​ສູ່​ການ​ຫລຸດ​ລົງ ​ຂອງ​ອັດຕາ​ດອກ​ເບ້ຍ ​ອ້າງ​ອິງ​ຕ່າງໆ ພາຍ​ໃຕ້​ກົນ​ໄກ ການ​ປັບ​ອັດຕາ​ດອກ​ເບ້ຍ ​ແບບ​ອ້າງ​ອິງ ​ຕະຫລາດ​ເປັນ​ຫລັກ.

ສ່ວນ​ອັດຕາ​ດອກ​ເບ້ຍ​ ຂອງ​ໂຄງການ​ເງິນ​ກູ້​ຢືມ ​ໄລຍະ​ກາງ (MLF) ມີ​ທ່າ​ອຽງ​ຫລຸດ​ລົງ​ປະມານ 0,3ຈຸດ, ສ່ວນ​ອັດຕາ​ ດອກ​ເບ້ຍ ​​ເງິນ​ກູ້​ຢືມ​ລູກ​ໜີ້​ຊັ້ນ​ດີ ​ແລະ ​ເງິນ​ຝາກ​ ມີ​ທ່າ​ອຽງ​ຫລຸດ​ລົງ 0,2-0,25ຈຸດ.

KPL

ຂ່າວອື່ນໆ

ads
ads

Top