ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ໄດ້ຮັບການຊ່ວຍເຫລືອ

25/09/2024 13:49
Email Print 2713
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊບ ປະຈໍາ ສປປ ລາວ ນໍາໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບິລາລ ດູຣານິ ຜູ້ຕາງໜ້າອົງການອຸຍນີເຊບ ປະຈຳ ສປປ ລາວ ລົງຢ້ຽມຢາມບັນດາໂຮງຮຽນ ທີ່ໄດ້ຮັບຜົນກະທົບໄພນ້ຳຖ້ວມຢູ່ເມືອງຫລວງນໍ້າທາ



ຂປລ. ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊບ ປະຈໍາ ສປປ ລາວ ນໍາໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບິລາລ ດູຣານິ ຜູ້ຕາງໜ້າອົງການອຸຍນີເຊບ ປະຈຳ ສປປ ລາວ ລົງຢ້ຽມຢາມບັນດາໂຮງຮຽນ ທີ່ໄດ້ຮັບຜົນກະທົບໄພນ້ຳຖ້ວມຢູ່ເມືອງຫລວງນໍ້າທາ ເພື່ອປະເມີນຄວາມເສຍຫາຍ, ຄວາມຕ້ອງການ ແລະ ສ້າງເງື່ອນໄຂໃນການດຳເນີນ ການຮຽນ-ການສອນ, ພ້ອມທັງມອບອຸປະ ກອນຊ່ວຍເຫລືອ ໃຫ້ແກ່ໂຮງຮຽນ ເເລະ ນັກຮຽນຈຳນວນ 5.500 ຄົນ ທີ່ໄດ້ຮັບຜົນກະທົບ.


          ການຢ້ຽມຢາມຄັ້ງນີ້, ຄະນະດັ່ງກ່າວໄດ້ພົບປະກັບບັນດານັກຮຽນ, ຄູ ເເລະ ຜູ້ບໍລິຫານໃນເເຂວງ ແລະ ໄດ້ມອບອຸ​ປະ​ກອນ​ດ້ານການ​ສຶກ​ສາ ​ແລະ ອຸ​ປະ​ກອນ​ດ້ານ​ນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ ໃຫ້ເເກ່ບັນດາໂຮງຮຽນ ທີ່ໄດ້ຮັບຜົນກະທົບ ເຊິ່ງອົງການອຸຍນີເຊບ ປະຈຳ ສປປ ລາວ ຍັງໄດ້ໃຫ້ຄຳໝັ້ນສັນຍາ ໃນການສືບຕໍ່ສະໜອງ ການສະໜັບສະໜູນໃຫ້ ຜູ້ທີ່ໄດ້ຮັບຜົນກະທົບ ຕື່ມອີກ.


          ໂອກາດນີ້, ທ່ານ ພຸດ ສິມມາລາວົງ ໄດ້ເນັ້ນໜັກເຖິງຄວາມເອົາໃຈໃສ່ ຂອງລັດຖະບານ ກໍຄື ກະຊວງສຶກສາທິການ ເເລະ ກິລາ ໃນການຮັບປະກັນການຮຽນຢ່າງຕໍ່ເນື່ອງ ໃນເວລາເກີດເຫດສຸກເສີນ. ທ່ານລັດຖະມົນຕີໄດ້ກ່າວວ່າ: ການສຶກສາ ແມ່ນມີຄວາມສຳຄັນຫລາຍ ໃນການປົດລັອກທ່າແຮງ ຂອງເດັກນ້ອຍ. ດັ່ງນັ້ນ, ພວກເຮົາບໍ່ສາມາດປ່ອຍໃຫ້ເຫດການສຸກເສີນໃດໆ ເຮັດໃຫ້ການສຶກສາ ຂອງພວກເຂົາຢຸດຊະງັກໄດ້, ກະຊວງສຶກສາທິການ ແລະ ກິລາໄດ້ເອົາໃຈໃສ່ທຸກຄວາມພະຍາຍາມ ເພື່ອຫລຸດຜ່ອນຜົນກະທົບ ຈາກໄພນໍ້າຖ້ວມຕໍ່ກັບໂຮງຮຽນ ຢູ່ແຂວງຫລວງນ້ຳທາ, ບັນດາເມືອງ ເເລະ ແຂວງອື່ນໆ ທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ. ພວກເຮົາເຮັດວຽກຢ່າງໃກ້ຊິດ ກັບຄູ່ຮ່ວມພັດທະນາ ເຊັ່ນ: ອົງການອຸຍນີເຊບ ເພື່ອສະໜອງອຸປະກອນທີ່ຈໍາເປັນ, ລວມທັງອຸປະກອນການຮຽນ-ການສອນ ແລະ ການຊ່ວຍເຫລືອທາງດ້ານຈິດໃຈ ເພື່ອຊ່ວຍໃຫ້ນັກຮຽນ ແລະ ຄູ-ອາຈານ ສາມາດເອົາຊະນະເຫດການອັນທ້າທາຍນີ້.


ທ່ານ ບິລາລ ດູຣານິ ກໍໄດ້ກ່າວຢ້ຳຄືນຄຳໝັ້ນສັນຍາຂອງ ອົງການອຸຍນີເຊບ ທີ່ຈະໃຫ້ການຊ່ວຍເຫລືອ ເເກ່ຊຸມຊົນທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ. ອົງການອຸຍນີເຊບ ພ້ອມທີ່ຈະໃຫ້ການສະໜັບສະໜູນ ເເກ່ກະຊວງສຶກສາທິການ ແລະ ກິລາ ເພື່ອຟື້ນຟູການສຶກສາ ຂອງເດັກນ້ອຍທີ່ໄດ້ຮັບຜົນກະ ທົບຈາກໄພນໍ້າຖ້ວມ ແລະ ຊ່ວຍໃຫ້ຊຸມຊົນທີ່ຖືກຜົນກະທົບ ຈາກໄພນ້ຳຖ້ວມໃຫ້ຟື້ນຕົວຄືນຢ່າງໄວ. ອົງການພວກເຮົາເຊື່ອວ່າ ການສຶກສາ ເປັນຄືເຊືອກຊູຊີບ ສໍາລັບເດັກນ້ອຍໃນຊ່ວງເວລາສຸກເສີນ ແລະ ພວກເຮົາຢືນຢັນທີ່ຈະສືບຕໍ່ເຮັດວຽກ ເພື່ອຮັບປະກັນວ່າໂຮງຮຽນ, ຄູ-ອາຈານ ແລະ ເດັກນ້ອຍນັກຮຽນທຸກຄົນ ຈະສາມາດເຂົ້າເຖິງອຸປະກອນທີ່ຈໍາເປັນ ເພື່ອສືບຕໍ່ກິດຈະກໍາການຮຽນ-ການສອນ.

 

ອົງການອຸຍນີເຊບ ແມ່ນໜຶ່ງໃນບັນດາອົງການທຳອິດ ທີ່ໄດ້ສະໜອງການຊ່ວຍເຫລືອ ຕໍ່ກັບເຫດການໄພນໍ້າຖ້ວມທີ່ເກີດຂຶ້ນຢູ່ໃນ ສປປ ລາວ ໃນເດືອນນີ້. ກ່ອນໜ້ານີ້, ອົງການອຸຍນີເຊບ ຍັງໄດ້ມອບອຸ​ປະ​ກອນ​ດ້ານ​ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ ເພື່ອເປັນການຊ່ວຍເຫລືອ ບັນເທົາທຸກໃນເບື້ອງຕົ້ນ ໃຫ້ຄອບຄົວທີ່ໄດ້ຮັບ ຜົນກະທົບ ເປັນຕົ້ນ ຢາ, ເມັດຄະລໍລີນສຳລັບຂ້າເຊື້ອໃນນ້ຳດື່ມ, ສະບູ, ຄຸ, ໂອຕັກນໍ້າ, ຜ້າອະນາໄມຜູ້ຍິງ ແລະ ອື່ນໆ.

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top