ຫລວງນໍ້າທາ ເລັ່ງປັບປຸງພື້ນຖານໂຄງລ່າງພາຍຫລັງນໍ້າຖ້ວມ

20/09/2024 08:36
ຂປລ ສະພາບນໍ້າຖ້ວມທີ່ເກີດຂຶ້ນຢູ່ເເຂວງຫລວງນໍ້າທາ ໃນລະຫວ່າງວັນທີ 9 ຫາ 11 ກັນຍານີ້ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ເເກ່ພື້ນຖານໂຄງລ່າງ.

*ສະພາບນໍ້າຖ້ວມທີ່ເກີດຂຶ້ນຢູ່ເເຂວງຫລວງນໍ້າທາ ໃນລະຫວ່າງວັນທີ 9 ຫາ 11 ກັນຍານີ້ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ເເກ່ພື້ນຖານໂຄງລ່າງ ໂດຍສະເພາະຖະໜົນຫົນທາງໃນເຂດເທດ ສະບານເເຂວງຫລາຍເສັ້ນ, ຂົວບາງເເຫ່ງ, ລະບົບນໍ້າປະປາຖືກຕັດຂາດ ລວມເຖິງເຮືອນຊານປະຊາຊົນ ຈໍານວນ. ຜົນກະທົບດັ່ງກ່າວ ມາຮອດປັດຈຸບັນພະແນກໂຍທາທິການ ແລະ ຂົນສົ່ງເເຂວງຫລວງນໍ້າທາ ໄດ້ເລັ່ງປະເມີນຜົນເສຍຫາຍ ເພື່ອກະກຽມສະເໜີອົງການປົກຄອງເເຂວງ ແລະ ຫາທາງປັບປຸງຄືນໃໝ່. 

ຕາມການໃຫ້ຮູ້ຈາກ ທ່ານ ພູນເເກ້ວ ເຫລົາອີນ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງເເຂວງຫລວງນໍ້າທາວ່າ: ສະພາບນໍ້າຖ້ວມທີ່ເກີດຂຶ້ນໄດ້ສ້າງຜົນກະທົບໃຫ້ແກ່ພື້ນຖານໂຄງລ່າງເປັນຈໍານວນຫລາຍ. ໃນນັ້ນ, ວັນທີ 9 ກັນຍາ ເສັ້ນທາງຖືກຕັດຂາດທຸກດ້ານ ບາງໄລຍະທາງແມ່ນເກີດຈາກສະ ພາບດິນເຈື່ອນ, ນໍ້າຖ້ວມເສັ້ນທາງ ເຮັດໃຫ້ເທດສະບານແຂວງຖືກຕັດຂາດການສັນຈອນໄປບັນດາເມືອງ, ພາຍຫລັງນໍ້າຫລຸດລົງ ໄດ້ສຸມກໍາລັງເຂົ້າແກ້ໄຂ ຈິ່ງສາມາດເປີດທາງໄດ້ຢູ່ຈຸດເສັ້ນທາງນໍ້າ ຫາ ນາເຕີຍ. ສໍາລັບເສັ້ນທາງ 13N ຊາຍແດນແຂວງອຸດົມໄຊ-ບໍ່ເຕ່ນ ໄດ້ລະດົມກໍາລັງ ບັນດາຜູ້ປະກອບການຕ່າງໆ ນໍາໃຊ້ລົດຈົກເຂົ້າມາຊ່ວຍ ສົບທົບກັບບໍລິສັດຜູ້ຮັບເໝົາທາງຫລວງແຫ່ງຊາດເລັ່ງແກ້ໄຂ ມາຮອດວັນທີ 14 ກັນຍາ 2024 ສາມາດແກ້ໄຂການສັນຈອນໄປມາຊົ່ວຄາວໄດ້, ເສັ້ນທາງ R3 ຈຸດຂົວບວມພຽງ ສົ້ນຂົວ ນໍ້າທຸງມີການຊຸດຕົວເສົາເພ່ເປ ເຊິ່ງມີຄວາມສ່ຽງຕໍ່ການສັນຈອນໄປມາ, ເສັ້ນທາງ 17A ຫລວງນ້ຳທາ - ເມືອງສິງ-ຊາຍແດນປົ່ງໄຮ ໄດ້ລະດົມກໍາລັງທະລຸເສັ້ນທາງຈາກເມືອງສິງ ແລະ ນໍ້າທາລັດໃສ່ກັນ, ມາຮອດວັນທີ 13 ກັນຍາ 2024 ສາມາດແກ້ໄຂການສັນຈອນໄປມາໄດ້ ເນື່ອງຈາກນໍ້າຈຽນຖ້ວມຂົວເປັນເວລາຫລາຍວັນໄດ້ຫລຸດລົງ; ເສັ້ນທາງ 17B ຕອນທາງເມືອງສິງ - ເມືອງລອງ-ຊຽງກົກ-ຊາຍແດນລາວ-ມຽນມາ ເສັ້ນທາງຖືກນໍ້າເຊາະຄູທາງຂາດຢູ່ກິໂລເເມັດທີ 32+200 ໜ້າທາງຍຸບ, ທາງເຊາະເຈື່ອນ, ຫລາຍຈຸດ ມາຮອດປັດຈຸບັນໄດ້ສ້າງທາງເວັ້ນ ເພື່ອການສັນຈອນຊົ່ວຄາວໃຫ້ຜ່ານໄປມາໄດ້ ແຕ່ໜ້າທາງແມ່ນເປ່ເພເສຍຫາຍ ແລະ ຊຸດໂຊມໜັກໜ່ວງ; ທາງຫລວງແຂວງເລກທີ 1501 ແຕ່ 3 ແຍກບ້ານໃໝ່ ເມືອງຫລວງນໍ້າທາ - ເທດສະບານເມືອງນາແລ ເສັ້ນທາງຖືກຕັດຂາດນັບແຕ່ວັນທີ 9 ກັນຍາ 2024 ຮອດປັດຈຸບັນ ເນື່ອງຈາກມີດິນເຈື່ອນຂະໜາດໃຫຍ່ທັບຖົມ, ຕົ້ນໄມ້ລົ້ມທັບທາງຫລາຍຈຸດ ແລະ ຂ້າງທາງຖືກນ້ຳນອງໄຫລເຊາະ. ມາຮອດປັດຈຸບັນໄດ້ແກ້ໄຂ ແລະ ໄປມາໄດ້. ນອກຈາກນີ້, ບັນດາທາງຫລວງແຂວງ, ທາງຫລວງເມືອງ, ທາງຊົນນະບົດ ແລະ ທາງໃນຕົວເມືອງຫລາຍເສັ້ນ ໄດ້ຮັບຜົນເສຍຫາຍ ໂຮງ ງານຜະລິດນໍ້າປະປາໄດ້ຮັບຜົນກະທົບຢ່າງຫລວງຫລາຍ, ເເລະ ສະໜາມບິນຖືກນໍ້າຖ້ວມເສຍຫາຍເຊັ່ນກັນ.

ສໍາລັບວິທີການແກ້ໄຂຕໍ່ໜ້າ ໂດຍໄດ້ຮັບການຊີ້ນໍາຢ່າງໄກ້ຊິດຈາກເຈົ້າແຂວງ, ການນໍາແຂວງ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນການແກ້ໄຂຜົນກະທົບຄັ້ງນີ້ ເພື່ອການເກັບກໍາຂໍ້ມູນຜົນເສຍຫາຍ ພ້ອມທັງສຸມກໍາລັງເຂົ້າແກ້ໄຂ ເພື່ອຕອບໂຕ້ໄພພິບັດໂດຍໄວ, ສືບຕໍ່ສໍາຫລວດເກັບກໍາຂໍ້ມູນ ເພື່ອຟື້ນຟູຫລັງໄພພິບັດ ໃຫ້ເຂົ້າສູ່ສະພາບປົກກະຕິ ເຮັດໃຫ້ການສັນຈອນສະດວກສະບາຍຂຶ້ນ, ສຸມໃສ່ຟື້ນຟູສະໜາມບິນ ໃຫ້ສາມາດກັບຄືນມານໍາໃຊ້ໄດ້ໂດຍໄວ ພ້ອມທັງເລັ່ງໃສ່ແກ້ໄຂນໍ້າປະປາໃຫ້ສາມາດບໍລິການໄດ້ປົກກະຕິ,​ ຮຽກຮ້ອງໃຫ້ປະຊາຊົນ ສັງຄົມທຸກພາກສ່ວນ ຮັບຮູ້ເຂົ້າໃຈ ໃນຄວາມພະຍາຍາມຂອງພາກລັດ ແລະ ຈະສຸມທຸກກໍາລັງເຫື່ອແຮງ ເຂົ້າໃນການແກ້ໄຂວຽກງານທີ່ເປັນອຸປະສັກໃຫ້ຜ່ານພົ້ນໄປ ແລະ ສະເໜີໃຫ້ການນໍາພັກ-ລັດພາກສ່ວນກ່ຽວຂ້ອງ ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫລືອຂະ   ແໜງການໂຍທາທິການ ເເລະ ຂົນສົ່ງແຂວງ ໃນການຟື້ນຟູພື້ນຖານໂຄງລ່າງທີ່ຖືກຜົນກະທົບໃນຄັ້ງນີ້ ໃຫ້ມີຜົນສໍາເລັດ. ທ່ານ ພູນເເກ້ວ ເຫລົາອີນ ກ່າວ. ຂໍ້ມູນ: ວິທະຍຸແຫ່ງຊາດ. 

KPL

ຂ່າວອື່ນໆ

ads
ads

Top