ຫັນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນເອເລັກໂຕຣນິກ

20/09/2024 08:39
ຂປລ ວຽກງານການຄຸ້ມຄອງພົນລະເມືອງ ຫລື ການເກັບກໍາສະຖິຕິພົນລະເມືອງ ເປັນວຽກຍຸດທະສາດແຫ່ງການປົກຄອງຂອງພັກ ແລະ ລັດຖະບານ.

        ວຽກງານການຄຸ້ມຄອງພົນລະເມືອງ ຫລື ການເກັບກໍາສະຖິຕິພົນລະເມືອງ ເປັນວຽກຍຸດທະສາດແຫ່ງການປົກຄອງຂອງພັກ ແລະ ລັດຖະບານ ເພາະວ່າພົນລະເມືອງປະກອບດ້ວຍຫລາຍຊົນເຜົ່າ, ຫລາຍສາສະໜາ, ເປັນກໍາລັງແຫ່ງຄວາມສາມັກຄີໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືບ້ານເກີດຂອງຕົນ. ສະນັ້ນ, ການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕນິກຈຶ່ງມີຄວາມສໍາຄັນ ຊຶ່ງໃນໄລຍະຜ່ານມາວຽກງານດັ່ງກ່າວໄດ້ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ກໍານົດຄາດໝາຍສູ້ຊົນຮອດປີ 2025 ໃຫ້ພົນລະເມືອງ ແລະ ເດັກເກີດໃໝ່ໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການຢ່າງໜ້ອຍໃຫ້ໄດ້ 80% ຂຶ້ນໄປ. ສະນັ້ນ, ເພື່ອໃຫ້ບັນລຸຕາມແຜນດັ່ງກ່າວໃນປັດຈຸບັນບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ເປີດຂະບວນການຈົດ ທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ.

 ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນວຽກທີ່ຕິດພັນກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງ, ສະໜັບສະໜູນການປົກຄອງທີ່ດີ ແລະ ການພັດທະນາ ຄື: ທຸກຄົນໄດ້ຮັບເອກະສານທາງກົດໝາຍ ຈາກການຈົດທະບຽນການເກີດ, ການເສຍຊີວິດ ແລະ ອື່ນໆ ທີ່ສໍາຄັນ ແລະ ຈໍາເປັນໃນຊີວິດ ເພື່ອລະບຸຕົວຕົນ, ສະຖານະພາບການເປັນພົນລະເມືອງ ແລະ ການປະຕິບັດສິດຕ່າງໆ; ມີຕົວເລກສະຖິຕິທີ່ຖືກຕ້ອງ, ສົມບູນ ແລະ ທ່ວງທັນກັບເວລາ. ສໍາລັບລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ໄດ້ເລີ່ມພັດທະນາໃນປີ 2022 ແລະ ໄດ້ເປີດການນໍາໃຊ້ລະບົບການຈົດທະບຽນການເກີດ ແລະ ການເສຍຊີວິດໃນເດືອນກຸມພາ 2023 ເປັນຕົ້ນມາ. ລະບົບດັ່ງກ່າວ ຕອບສະໜອງຂໍ້ມູນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ ແລະ ຄົ້ນຫາຂໍ້ມູນຂອງພົນລະເມືອງ ໄດ້ສະດວກ ແລະ ວ່ອງໄວ, ວິເຄາະວິໄຈສະຖິຕິພົນລະເມືອງ ເພື່ອວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ, ເປົ້າໝາຍຕົວຊີ້ວັດແຜນພັດທະນາແບບຍຶນຍົງ, ຖະແຫລງການ ແລະ ຂໍ້ຕົກລົງຕ່າງໆ ທີ່ລັດຖະບານໄດ້ຮ່ວມລົງນາມ ແລະ ຮັບຮອງກັບສາກົນ.

ການເປີດຂະບວນການຈົດທະບຽນການເກີດໃນຄັ້ງນີ້ ເປັນການອໍານວຍຄວາມສະດວກໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການຂອງພາກລັດໄດ້ສະດວກ ແລະ ວ່ອງໄວ, ເພີ່ມຄວາມເຂົ້າໃຈ ແລະ ປຸກລະດົມຄວາມຕື່ນຕົວຂອງພົນລະເມືອງ ໃຫ້ເຂົ້າມາໃຊ້ການບໍລິການ ແລະ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນເອງ ກໍຄືບຸກຄົນກ່ຽວຂ້ອງ. ທັງເປັນການເພີ່ມຈໍານວນການຈົດທະບຽນການເກີດ ເຂົ້າລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ໃຫ້ບັນລຸເປົ້າໝາຍ ແລະ ເພື່ອໃຫ້ພົນລະເມືອງທຸກຄົນ ໄດ້ຮັບເອກະສານຢັ້ງຢືນສະຖານະພາບ ການເປັນພົນລະເມືອງລາວ ແລະ ສາມາດນໍາໃຊ້ຂໍ້ມູນສະຖິຕິພົນລະເມືອງ ເຂົ້າໃນການວາງນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ໂດຍ: ສຸວັນນະ

KPL

ຂ່າວອື່ນໆ

ads
ads

Top