ເມືອງຮົ່ມສຸມໃສ່ສ້າງຄວາມເຂັ້ມແຂງ ໃຫ້ກຸ່ມຜະລິດກາເຟເປັນສິນຄ້າ

20/09/2024 08:30
ຂປລ ກາເຟ ກໍ່ແມ່ນອີກສິນຄ້າຂອງລາວເຮົາທີ່ຕະຫລາດພາຍໃນ ແລະ ຕ່າງປະເທດມີຄວາມຕ້ອງການຢ່າງກວ້າງຂວາງ.

     *ກາເຟ ກໍ່ແມ່ນອີກສິນຄ້າຂອງລາວເຮົາທີ່ຕະຫລາດພາຍໃນ ແລະ ຕ່າງປະເທດມີຄວາມຕ້ອງການຢ່າງກວ້າງຂວາງ ທັງເປັນສິນຄ້າທີ່ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນຢ່າງໝັ້ນຄົງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ດ້ວຍທ່າແຮງດັ່ງກ່າວ ຈຶ່ງເຮັດໃຫ້ກຸ່ມປູກກາເຟຕ້ອງເລັ່ງພັດທະນາຫລາຍດ້ານ ເພື່ອຄວາມຕອບຮັບຂອງຕະຫລາດ. ດັ່ງກຸ່ມປູກກາເຟພູທາດ ບ້ານຮົ່ມທາດ ເມືອງຮົ່ມ ແຂວງໄຊສົມບູນໄດ້ມີການສະເໜີໂຄງການຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ ແລະ ການເປຮູບຜະລິດຕະພັນກາເຟໃຫ້ເປັນສິນຄ້າ ທັງເພີ່ມມູນເພີ່ມໃຫ້ແກ່ກຸ່ມປູກກາເຟໃນອະນາຄົດ.

ຕາມການໃຫ້ຮູ້ຂອງ ທ່ານ ສີວັນ ໂຊະຕຸກີ ຮອງຫົວໜ້າກຸ່ມສວນກາເຟພູທາດວ່າ: ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ ແລະ ການເປຮູບກາເຟໃຫ້ເປັນສິນຄ້າ ມູນຄ່າເພີ່ມຂອງກຸ່ມສວນກາເຟ ພູທາດ ບ້ານຮົ່ມທາດ ເຊິ່ງເປັນໂຄງການໄລຍະ 2 ໂດຍໂຄງການດັ່ງກ່າວ ໄດ້ເນັ້ນໃສ່ວຽກງານການຝຶກອົບຮົມພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃນການສ້າງຄວາມເຂັ້ມແຂງທາງດ້ານການບໍລິຫານການຈັດການກຸ່ມ, ເຕັກນິກການບົວລະບັດຮັກສາຕົ້ນກາເຟ ຫລື ສວນກາເຟ, ເຕັກນິກການປູກພືດປະສົມປະສານທີ່ເປັນມິດກັບກາເຟ, ການປ້ອງກັນສັດຕູພືດ, ການຜະລິດກາເຟທີ່ເປັນມິດຕໍ່ສິ່ງແວດລ້ອມ, ຢືນຍົງ ແລະ ຍົກລະດັບສະມັດຕະພາບກາເຟ, ການຜະລິດກາເຟທີ່ສ້າງມູນຄ່າເພີ່ມ, ສ້າງສູນຜະລິດຄົບວົງຈອນຂະໜາດກາງ, ສືບຕໍ່ປັບປຸງສູນອີ້ວໃຫ້ເປັນສູນຜະລິດທີ່ໄດ້ມາດຕະຖານ, ສ້າງສາຍພົວພັນກັບຕະຫລາດກາເຟພາຍໃນ ແລະ ຕ່າງປະເທດ, ຊອກຕະຫລາດພິເສດ, ເປັນທໍາ ແລະ ໝັ້ນຄົງໃຫ້ກຸ່ມ, ພ້ອມທັງຂະ ຫຍາຍເນື້ອທີ່ການຜະລິດກາເຟ, ສະໜອງແນວພັນເບັ້ຍ ແລະ ແນວພັນກາເຟໃໜ່ ໃຫ້ສະມາຊິກກຸ່ມປູກຕື່ມໃນເນື້ອທີ່ເກົ່າ ແລະ ໃໝ່. ນອກຈາກນີ້, ຍັງຈະໄດ້ເປີດຮັບສະມາຊິກໃໝ່ທີ່ມີຄວາມສົນໃຈດ້ວຍຄວາມສະໝັກໃຈໂດຍບໍ່ເສຍຄ່າ.

ນອກຈາກທີ່ກ່າວມານັ້ນແລ້ວ, ຍັງຈະໄດ້ອໍານວຍຄວາມສະດວກໃນການຂາຍກາເຟຕໍ່ຜູ້ຊື້ ໂດຍສະເພາະແມ່ນອໍານວຍຄວາມສະດວກທາງດ້ານເອການສານ, ການຂົນສົ່ງ, ການເຂົ້າຮ່ວມງານວາງສະແດງສິນຄ້າຂັ້ນເມືອງ, ແຂວງ ແລະ ນະຄອນຫລວງ ເພື່ອເປັນການໂຄສະນາສິນຄ້າໃຫ້ບັນດາລູກຄ້າ ແລະ ອື່ນໆ.  

KPL

ຂ່າວອື່ນໆ

ads
ads

Top