ພາຍຸໄຕ້ຝຸ່ນ ຢາກິ ສົ່ງຜົນກະທົບຕໍ່ເດັກເກືອບ 6 ລ້ານຄົນໃນອາຊີ

20/09/2024 12:32
ຂປລ ອຸທົກກະໄພ ແລະ ດິນເຈື່ອນ ທີ່ເກີດຂຶ້ນ ຈາກອິດທິພົນຂອງ ພາຍຸໄຕ້ຝຸ່ນ ຢາກິ ສົ່ງຜົນກະທົບ ຕໍ່ເດັກນ້ອຍເກືອບ 6 ລ້ານຄົນ ທົ່ວອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ແລະ ຍັງເຮັດໃຫ້ ຈຳນວນ ຜູ້ເສຍຊີວິດ ຈາກໄພພິບັດ ເພີ່ມສູງຂຶ້ນ.

ຂປລ.ສຳນັກຂ່າວເອເອຟພີ, ກອງທຶນເພື່ອເດັກແຫ່ງສະຫະ ປະຊາຊາດ (ຢູນິເຊຟ) ລາຍງານ: ອຸທົກກະໄພແລະ ດິນເຈື່ອນ ທີ່ເກີດຂຶ້ນ ຈາກອິດທິພົນຂອງ ພາຍຸໄຕ້ຝຸ່ນ ຢາກິ ສົ່ງຜົນກະທົບຕໍ່ເດັກນ້ອຍເກືອບ 6 ລ້ານຄົນ ທົ່ວອາຊີ ຕາເວັນອອກສຽງໃຕ້ (ອາຊຽນ)ແລະ ຍັງເຮັດໃຫ້ ຈຳນວນຜູ້ເສຍຊີວິດ ຈາກໄພພິບັດເພີ່ມສູງຂຶ້ນ. ສືບເນື່ອງຈາກຄວາມຮຸນແຮງຂອງພາຍຸໄຕ້ຝຸ່ນ ຢາກິ ສ້າງຄວາມເສຍຫາຍຢ່າງຮຸນແຮງໃນ ສສ ຫວຽດນາມ, ​ໄທ, ສປປ ລາວແລະ ມຽນມາເມື່ອເກືອບ 2 ອາທິດແລ້ວ. ພາຍຸລູກດັ່ງກ່າວໄດ້ເພີ່ມຄວາມສ່ຽງ ຕໍ່ການເຂົ້າເຖິງນໍ້າສະອາດ, ການສຶກສາ, ການດູແລສຸຂະພາບ, ອາຫານແລະ ທີ່ພັກອາໄສ ຂອງເດັກນ້ອຍໃນປະເທດດັ່ງກ່າວນີ້. ໂດຍສະເພາະ ສສ ຫວຽດນາມ ມີປະຊາຊົນປະມານ 3 ລ້ານຄົນ ພວມຜະເຊີນກັບຄວາມສຽງ ທີ່ຈະເຈັບປ່ວຍຈາກການຂາດແຄນນໍ້າດື່ມທີ່ປອດໄພ  ​ແລະ ຖືກ​ສຸຂະ​ອານາ​ໄມ, ຂະນະ​ທີ່ ມຽນມາ ມີ​ປະຊາຊົນ​ເກືອບ 400.000 ຄົນ ຕ້ອງ​ຍົກຍາຍ ອອກ​ຈາກ​ເຮືອນ ​ເນື່ອງ​ຈາກ ນໍ້າ​ຖ້ວມ​ສູງ.ຂະນະທີ່ ​ໂຄງການ ​ອາຫານ​ໂລກ ປະກາດ​ວ່າ: ຈະ​ເລີ່​ມ​ແຈກ​ຢາຍ​ ອາຫານ ສຸກ​ເສີນ ​ເປັນ​ເວລາ 1 ​ເດືອນ ​ໃຫ້​ກັບ ​ປະຊາຊົນ ​ຫລາຍ​ກວ່າ 500.000 ຄົນ ​ໃນ​ມຽນມາ.

KPL

ຂ່າວອື່ນໆ

ads
ads

Top