ປະກາດແຕ່ງຕັ້ງ ຮອງເລຂາພັກແຂວງ-ຮອງເຈົ້າແຂວງວຽງຈັນ

16/09/2024 16:14
Email Print 296
ຂປລ ຂປລ. ພິທີປະກາດແຕ່ງຕັ້ງ ທ່ານ ພູທະນູເພັດ ໄຊສົມບັດ ​ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງວຽງຈັນ ຈັດຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ຫ້ອງວ່າການປົກແຂວງວຽງຈັນ ໂດຍມີ ທ່ານ ນາງ ສີໃສລື ເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງວຽງຈັນ



ຂປລ. ພິທີປະກາດແຕ່ງຕັ້ງ ທ່ານ ພູທະນູເພັດ ໄຊສົມບັດ ​ເປັນຮອງເລຂາຄະນະບໍລິຫານງານພັກແຂວງ
, ຮອງເຈົ້າແຂວງວຽງຈັນ ຈັດຂຶ້ນໃນວັນທີ 16 ກັນຍາ 2024 ຢູ່ຫ້ອງວ່າການປົກແຂວງວຽງຈັນ ໂດຍມີ ທ່ານ ນາງ ສີໃສລື ເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ,  ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານພັກແຂວງ, ບັນດາເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າພະແນກ, ກົມກອງ ແລະ ພະນັກງານຫລັກແຫລ່ງພາຍໃນແຂວງ ເຂົ້າຮ່ວມ.



ໃນ​ພິທີ, ທ່ານ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ
222/ຄລສພ, ລົງວັນທີ 29 ສິງຫາ 2024 ວ່າດ້ວຍການຍົກຍ້າຍພະນັກງານ ໄປຮັບໜ້າທີ່ໃໝ່ຢູ່ແຂວງວຽງຈັນ, ຄຳສັ່ງຂອງນາຍົກລັດ ຖະມົນຕີສະບັບເລກທີ15/ນຍ, ລົງວັນທີ 30 ສິງຫາ 2024 ວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີ່ໃໝ່ ໂດຍໄດ້ຍົກຍ້າຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄປຮັບໜ້າທີ່ໃໝ່ຢູ່ແຂວງວຽງຈັນ, ມະຕິຕົກລົງຂອງຄະນະ ເລຂາທິການສູນກາງພັກ ສະບັບເລກທີ 223/ຄລສພ, ລົົົົົົົົງວັນທີ 29 ສິງຫາ 2024 ວ່າດ້ວຍການແຕ່ງຕັ້ງ ພູທະນູເພັດ ໄຊສົມບັດ  ເປັນກຳມະການບໍລິຫານງານພັກແຂວງ, ກຳມະການຄະນະປະຈຳພັກແຂວງ, ເປັນຮອງເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ຂໍ້ຕົກລົງຂອງທ່ານເຈົ້າ ແຂວງວຽງຈັນ ສະບັບເລກທີ 2338/ຈຂ.ວຈ ລົງວັນທີ 16 ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງຮອງເຈົ້າແຂວງ ໂດຍໄດ້ແຕ່ງຕັ້ງ ທ່ານ ພູທະນູເພັດ ໄຊສົມບັດ ເປັນຮອງເຈົ້າແຂວງວຽງຈັນ.



ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ໂອ້ລົມຕໍ່ພິທີວ່າ: ການປະກາດການຈັດຕັ້ງໃນຄັ້ງນີ້, ເປັນບາດກ້າວສຳຄັນໃນການແຕ່ງຕັ້ງພະນັກງານ ການນຳຍຸດທະສາດ ແນໃສ່ກະກຽມເຂົ້າສູ່ກອງປະຊຸມໃຫຍ່ ຂອງແຂວງໃຫ້ມີຜົນສຳເລັດສູງ ເຊິ່ງ ສະຫາຍ ພູທະນູເພັດ ໄຊສົມບັດ ເປັນຜູ້ໜຶ່ງທີ່ມີຄວາມຮູ້ ຄວາມສາມາດໃນການນຳພາ-ຊີ້ນຳ ແລະ ສະຫາຍມີການເຕີບໃຫຍ່ແຕ່ຮາກຖານຂຶ້ນມາ, ມີຄວາມສາມາດດ້ານການເສດຖະກິດ-ການເງິນ
, ດ້ານການກໍ່ສ້າງພັກ-ພະນັກງານ ເພື່ອມາຊ່ວຍແຂວງວຽງຈັນ ວາງແຜນພັດ ທະນາເສດຖະກິດ-ສັງຄົມຂອງແຂວງ, ໃນການຂຸດຄົ້ນແຫລ່ງລາຍຮັບ ໃຫ້ໄດ້ເພີ່ມຂຶ້ນ, ພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ດີຂຶ້ນໃນຕໍ່ໜ້າ. ດັ່ງນັ້ນ, ຮຽກຮ້ອງມາຍັງບັນດາສະຫາຍ ໃຫ້ມີຄວາມເປັນເອກະພາບ ໃນການປະກາດແຕ່ງຕັ້ັງໃນຄັ້ງນີ້ ແລະ ພາຍຫລັງການປະກາດແຕ່ງຕັ້ງ, ໃຫ້ມີການເຜີຍແຜ່ໃຫ້ຮາກຖານພັກ ແລະ ສຳນັກງານຕ່າງໆ ໄດ້ຮັບຊາບ ແລະ ໃຫ້ຜູ້ທີ່ຖືກແຕ່ງຕັ້ງຈັດແບ່ງເວລາ ໃນການລົງພົບປະກັບພະນັກງານ, ສະມາຊິກພັກຢູ່ຂັ້ນຮາກຖານ ໄດ້ຮັບຊາບຢ່າງທົ່ວເຖິງ.



ໂອກາດນີ້, ສະຫາຍ ຄຳພັນ ສິດທິດຳພາ ກໍໄດ້ລາຍງານສະພາບ ການກະກຽມກອງປະຊຸມໃຫຍ່
3 ຂັ້ນ ໂດຍຫຍໍ້ວ່າ: ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໃນທົ່ວແຂວງ ເລີ່ມຈາກຂັ້ນຮາກຖານບ້ານ, ປັດຈຸບັນ ແມ່ນສໍາເລັດກອງປະຊຸມໃຫຍ່ຂັ້ນບ້ານ 431 ທົ່ວແຂວງ; ການດໍາເນີນກອງ ປະຊຸມໃຫຍ່ ຂອງໜ່ວຍພັກສໍານັກງານອົງການ ຂັ້ນເມືອງໃນທົ່ວແຂວງ ສໍາເລັດແລ້ວ 661 ໜ່ວຍ, ຍັງ 8 ໜ່ວຍ, ເທົ່າກັບ 98,80%, ຄາດວ່າຈະໃຫ້ສຳເລັດໃນເດືອນຕຸລາ 2024. ສໍາລັບການຈັດຕັ້ງດໍາເນີນ ກອງປະຊຸມໃຫຍ່ອົງຄະນະພັກເມືອງ ຈະເລີ່ມແຕ່ເດືອນມັງກອນ 2025 ເປັນຕົ້ນໄປ ແລະ ໃຫ້ສໍາເລັດໃນເດືອນມີນາ 2025 ແລະ ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ ແມ່ນຈະສູ້ຊົນໃຫ້ໄດ້ເປີດພາຍ ໃນເດືອນກັນຍາ 2025 ຕາມແຜນການທີ່ກໍານົດໄວ້.

ຂ່າວ-ພາບ: ​ຂ່າວແຂວງ​ວຽງ​ຈັນ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top