ເຢຍລະມັນ ຈະລົງທຶນຊຸກຍູ້ນະວັດຕະກຳ 1,2 ໝື່ລ້ານເອີໂຣ

20/09/2024 12:30
ຂປລ ການປະກາດ ຮ່ວມທີ່ມີຂຶ້ນ ລະຫວ່າງ ກອງປະຊຸມສຸດຍອດ ບໍລິສັດ ສະຕາອັບ ໃນນະຄອນຫລວງ ແບ໋ກແລ໋ງ ຂອງເຢຍລະມັນ ລະບຸວ່າ: ລັດຖະບານ ເຢຍລະມັນ ແລະ ຫຸ້ນສ່ວນໃຫ້ຄຳໝັ້ນວ່າ ຈະລົງທຶນ ປະມານ 12ຕື້ເອີໂຣ ພາຍໃນປີ 2030 ເພື່ອສະໜັບ ສະໜູນ ບໍລິສັດ ສະຕາຣອັບລຸ້ນໃໝ່ ໃນດ້ານນະວັດຕະກຳ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ການປະກາດ ຮ່ວມທີ່ມີຂຶ້ນ ລະຫວ່າງ ກອງປະຊຸມສຸດຍອດ ບໍລິສັດ ສະຕາອັບ ໃນນະຄອນຫລວງ ແບ໋ກແລ໋ງ  ຂອງເຢຍລະມັນ ລະບຸວ່າ: ລັດຖະບານ ເຢຍລະມັນ ແລະ ຫຸ້ນສ່ວນໃຫ້ຄຳໝັ້ນວ່າ ຈະລົງທຶນ ປະມານ 12ຕື້ເອີໂຣ ພາຍໃນປີ 2030 ເພື່ອສະໜັບ ສະໜູນ ບໍລິສັດ ສະຕາຣອັບລຸ້ນໃໝ່ ໃນດ້ານນະວັດຕະກຳ.

ການປະກາດເບື້ອງຕົ້ນ ຊຶ່ງລົງນາມ ໂດຍລັດຖະບານ ເຢຍລະມັນ , ທະນາຄານ ເພື່ອການພັດທະນາ  ເຄເອຟດັບເບີລຢູ (KfW) ແລະ ບໍລິສັດຕ່າງໆ ເປັນສ່ວນໜຶ່ງ ຂອງແຜນລິເລີ່ມ ທີ່ແນໃສ່ ສົ່ງເສີມ ບໍລິສັດ ສະຕາອັບ ແລະ ເພີ່ມເງິນລົງທຶນ ແລະ ນະວັດຕະກຳ ຈາກພາກເອກະຊົນ ໃນເຢຍລະມັນ.

ກະຊວງການເງິນຂອງ ເຢຍລະມັນ ລະບຸວ່າ: ບໍລິສັດ ສະຕາອັບ ຂອງປະເທດນີ້ ຜະເຊີນກັບຄວາມຍາກລຳບາກ ໃນການຈັດຫາເງິນທຶນ ໃນໄລຍະ ການເຕີບໂຕ ມາຢ່າງຍາວນານ , ພ້ອມທັງ ຊີ້ແຈງວ່າ: ບໍລິສັດ ດັ່ງກ່າວນີ້ ຊຶ່ງເປັນຜູ້ຂັບເຄື່ອນ ນະວັດຕະກຳ ເສດຖະກິດ ເຢຍລະມັນ ຕ້ອງມີເງິນທຶນ ພຽງພໍ ແລະ ໂຄງສ້າງ ທີ່ຍືນຍົງ ເພື່ອເຕີບໂຕ ເປັນບໍລິສັດ ທີ່ມີຄວາມສາມາດ ໃນການແຂ່ງຂັນ ແລະ ມີສ່ວນສົ່ງເສີມ ຕໍ່ການຈ້າງງານ ຄວາມໝັ້ນຄົງ ແລະ ນະວັດຕະກຳ ໄລຍະຍາວ ໃນປະເທດ.

KPL

ຂ່າວອື່ນໆ

ads
ads

Top