ປະທານປະເທດ ໄດ້ຮັບລາງວັນການນໍາອາຊຽນ ດີເດັ່ນ ໃນການສ້າງສາພັດທະນາປະເທດຊາດ

16/09/2024 15:53
Email Print 256
ຂປລ ຂປລ. ວັນທີ 16 ກັນຍາ 2024 ຢູ່ສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງ ທ່ານ ຕັນ ສຣິ ໄມເຄິນ ໂຢ ປະທານສະໂມສອນເສດຖະກິດອາຊຽນ, ປະທານສະຖາບັນຍຸດທະສາດອາຊີ-ປາຊີຟິກ ພ້ອມດ້ວຍ ຄະນະຈາກ ສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ໃນໂອກາດ ກອງປະຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ຊຶ່ງຈັດຂຶ້ນໃນວັນທີ 16-17 ກັນຍາ ທີ່ ນະຄອນຫລວງວຽງຈັນ.



ຂປລ. ວັນທີ
16 ກັນຍາ 2024 ຢູ່ສະພາແຫ່ງຊາດ,  ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ  ໄດ້ໃຫ້ກຽດຕ້ອນຮັບ ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງ ທ່ານ ຕັນ ສຣິ ໄມເຄິນ ໂຢ ປະທານສະໂມສອນເສດຖະກິດອາຊຽນ, ປະທານສະຖາບັນຍຸດທະສາດອາຊີ-ປາຊີຟິກ ພ້ອມດ້ວຍ ຄະນະຈາກ ສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ໃນໂອກາດ ກອງປະຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ຊຶ່ງຈັດຂຶ້ນໃນວັນທີ 16-17 ກັນຍາ ທີ່ ນະຄອນຫລວງວຽງຈັນ.



ໃນໂອກາດນີ້
, ສະຖາບັນຍຸດທະສາດອາຊີ-ປາຊີຟິກ ໄດ້ມອບລາງວັນ ການນໍາອາຊຽນດີເດັ່ນ ໃນການສ້າງສາພັດທະນາປະເທດຊາດ ໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ. ລາງວັນດັ່ງກ່າວ, ເປັນລາງວັນທີ່ມີຄວາມໝາຍສໍາຄັນ ເພາະເປັນລາງວັນສູງສຸດ ຂອງສະຖາບັນດັ່ງ ກ່າວ  ມອບໃຫ້ຜູ້ນໍາຂອງອາຊຽນ, ທ່ານປະທານປະເທດ ທອງລຸນ ສີສຸລິດ ເປັນຜູ້ນໍາຜູ້ທໍາອິດຂອງອາຊຽນ ທີ່ໄດ້ຮັບກຽດຮັບລາງວັນດັ່ງກ່າວ ຊຶ່ງເປັນການຮັບຮູ້ ແລະ ຊົມເຊີຍ ຜົນງານຂອງທ່ານ ປະທານປະເທດ ທອງລຸນ ສີສຸລິດ ໃນການສ້າງສາພັດທະນາ ສປປ ລາວ ແລະ ການປະກອບສ່ວນ ເຂົ້າໃນພາລະກິດລວມຂອງອາຊຽນ.



ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້​ກ່າວສະ​ແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການມອບລາງວັນຜູ້ນຳອາຊຽນດີເດັ່ນດັ່ງກ່າວ ແລະ ກ່າວວ່າ ລາງວັນດັ່ງກ່າວ, ເປັນລາງວັນບໍ່ສະເພາະແຕ່ສໍາລັບທ່ານເອງ
, ແຕ່ຍັງເປັນລາງວັນສໍາລັບທຸກພາກສ່ວນຂອງ ສປປ ລາວ ໃນການປະກອບສ່ວນ ເຂົ້າໃນ ການສ້າງສາພັດທະນາ ສປປ ລາວ ແລະ ການປະກອບສ່ວນເຂົ້າໃນພາລະກິດລວມ ແຫ່ງການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ແລະ ເຊື່ອມໂຍງເສດຖະກິດຂອງອາຊຽນ ໃນໄລ ຍະຜ່ານມາ.



ພ້ອມ​ນີ້, ທ່ານ ປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ສະຖາບັນຍຸດທະສາດອາຊີ-ປາຊີ ຟິກ
, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ທີ່ໄດ້ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຈັດກອງຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ທີ່ ນະຄອນຫລວງວຽງຈັນ ໃນຄັ້ງນີ້ ແລະ ອວຍພອນ ໃຫ້ກອງປະຊຸມປະສົບຜົນສໍາເລັດຕາມແຜນການ, ປະກອບສ່ວນເຂົ້າໃນ ການຍົກລະດັບການສ້າງຂີດຄວາມສາມາດ ຂອງຂະແໜງການທາງດ້ານ ການເຊື່ອມໂຍງ-ເຊື່ອມຈອດ, ການອຳນວຍ ຄວາມສະດວກ ທາງການຄ້າ, ການລົງທຶນ,  ການຫັນເປັນດີຈິຕອນ, ການສ້າງຄວາມເຂັ້ມແຂງ ດ້ານການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາແບບຍືນຍົງ ກໍຄື ການຮ່ວມມືກັບປະເທດຄູ່ເຈລະຈາອາຊຽນ ທັງພາກລັດ ແລະ ພາກທຸລະກິດໃນພາກພື້ນ ແນໃສ່ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມື ທາງດ້ານການຄ້າ ແລະ ການລົງທຶນໃຫ້ສູງຂຶ້ນ, ຊຶ່ງການຈັດກອງປະຊຸມດັ່ງກ່າວ ເປັນໜຶ່ງໃນກິດຈະກໍາ ທີ່ປະກອບສ່ວນສະໜັບ ສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ ເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນໃຫ້ມີຜົນສໍາເລັດຢ່າງຈົບງາມ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top