ອິດສະຣາແອນ ຈະລົງທຶນສົ່ງເສີມການພັດທະນາປັນຍາປະດິດ ປະມານ 133 ລ້ານໂດລາສະຫະລັດ

20/09/2024 12:32
ຂປລ ສຳນັກງານ ນະວັດຕະກຳຂອງ ອິດສະຣາແອນ ເປີດເຜີຍວ່າ: ອິດສະຣາແອນ ຈະລົງທຶນ ປະມານ 133 ລ້ານໂດລາ ສະຫະລັດ ໃນພື້ນຖານ ໂຄງລ່າງ ສຳລັບ ການຄົ້ນຄວ້າ ແລະ ພັດທະນາ ປັນຍາປະດິດ ຫລື ເອໄອ(AI).

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ສຳນັກງານ ນະວັດຕະກຳຂອງ ອິດສະຣາແອນ ເປີດເຜີຍວ່າ: ອິດສະຣາແອນ ຈະລົງທຶນ ປະມານ 133 ລ້ານໂດລາ ສະຫະລັດ ໃນພື້ນຖານ ໂຄງລ່າງ ສຳລັບ ການຄົ້ນຄວ້າ ແລະ ພັດທະນາ ປັນຍາປະດິດ ຫລື ເອໄອ(AI).

ໂດຍເງິນທຶນ ທີ່ເປັນສ່ວນໜຶ່ງຂອງໂຄງການ ເອໄອ ແຫ່ງຊາດ ຈະຖືກນໍາໄປລົງທຶນ ເພື່ອຍົກລະດັບ ການບູລະນະການ ເອໄອ ໃນພາກສ່ວນ ສາທາລະນະ , ຊຶ່ງລວມເຖິງ ການຈັດຕັ້ງສູນກາງ ອົງການຄວາມຮູ້ ເພື່ອສະໜັບສະໜູນ ກະຊວງຕ່າງໆ ຂອງລັດຖະບານ ແລະ ໝ່ວນງານທ້ອງຖິ່ນ.

ສຳນັກງານດັ່ງກ່າວ ຍັງຈະສະໜັບ ສະໜູນ ໜ່ວຍງານ ຈັດຕັ້ງ ສະຖາບັນວິໄຈ  ເອໄອ ລະດັບຊາດ ແລະ ການເປີດຕົວໂຄງການ ທີ່ເຊື່ອມຕໍ່ ຄວາມກ້າວໜ້າ ທາງການວິໄຈ ເຂົ້າກັບ ການປະຍຸກໃຊ້ ໃນດ້ານອຸດສາຫະກຳ ແລະ ປ້ອງກັນປະເທດ ອີກດ້ວຍ.

ນອກຈາກນີ້ ງົບປະມານ ດັ່ງກ່າວ ຍັງມີເປົ້າໝາຍ ຈະນໍາໄປເສີມສ້າງ ທຶນມະນຸດ ໂດຍການພັດທະນາ ໂປຣແກຣມ ຝຶກອົບຮົມ ເອໄອ ສະເພາະ ທາງພາຍໃນ ກອງທັບ ແລະ ດຶງດູດ ຜູ້ຊຽວຊານ ລະດັບ ສາກົນ ມາສູ່ ອິດສະຣາແອນ. ພ້ອມທັງ ຈັດສັນ ຊັບພະຍາກອນ ທີ່ສຳຄັນ ເພື່ອໃຊ້ປະໂຫຍດຈາກ ສາງຂໍ້ມູນ ໃນການເລັ່ງ ການວິໄຈ ແລະ ນະວັດຕະກຳ ເອໄອ ຄຽງຄູ່ໄປກັບ ໂຄງການ ເຕັກໂນໂລຊີ ຂັ້ນສູງ ທີ່ສາມາດ ສ້າງການປ່ຽນແປງ.

KPL

ຂ່າວອື່ນໆ

ads
ads

Top