ພ້ອມກັນປ້ອງກັນ ແລະ ແກ້ໄຂບັນຫາໄພພິບັດທາງທຳມະຊາດ

19/09/2024 08:27
ຂປລ ໄພພິບັດທາງທຳມະຊາດທີ່ເກີດ ຂຶ້ນຢູ່ປະເທດເຮົາໃນປີນີແມ່ນໜັກ ໜ່ວງພໍສົມຄວນ ໂດຍສະເພາະແມ່ນ ຜົນກະທົບ ແລະ ຜົນເສຍຫາຍຈາກ ພາຍຸດີເປຣຊັນ (Depression), ພາຍຸໝູນເຂດຮ້ອນ ພຣະພິຣູນ (Pra piroon) ແລະ ລົມພາຍຸໄຕ້ຝຸ່ນ ຢາກິ (YAKI).

*ໄພພິບັດທາງທຳມະຊາດທີ່ເກີດຂຶ້ນຢູ່ປະເທດເຮົາໃນປີນີແມ່ນໜັກໜ່ວງພໍສົມຄວນ ໂດຍສະເພາະແມ່ນຜົນກະທົບ ແລະ ຜົນເສຍຫາຍຈາກພາຍຸດີເປຣຊັນ (Depression), ພາຍຸໝູນເຂດຮ້ອນພຣະພິຣູນ (Pra piroon) ແລະ ລົມພາຍຸໄຕ້ຝຸ່ນ ຢາກິ (YAKI), ຕາມການເກັບກຳຂໍ້ມູນ ແລະ ປະເມີນເບື້ອງຕົ້ນທີ່ໄດ້ຮັບຜົນກະທົບມີທັງໝົດ 15 ແຂວງ, ກວມເອົາ 100 ເມືອງ, 1.144 ບ້ານ, 45.661 ຄອບຄົວ, ຈໍານວນພົນ 176 ພັນກວ່າຄົນຍິງ 75.054 ຄົນ, ເສຍຊີວິດ 5 ຄົນ ແລະ ສູນຫາຍ 1 ຄົນ, ຄອບຄົວຖືກຍົກຍ້າຍຊົ່ວຄາວ 182 ຄອບຄົວ, ເຮືອນເປ່ເພ 169 ຫລັງ, ເນື້ອທີ່ການຜະລິດເສຍຫາຍ 13 ພັນກວ່າເຮັກຕາ, ເສັ້ນທາງ 262 ເສັ້ນ, ຂົວ 12 ແຫ່ງ, ຊົນລະປະທານ 87 ແຫ່ງ, ສຸກສາລາ 5 ແຫ່ງ, ນໍ້າລິນ 30 ແຫ່ງ, ໜອງປາ 334 ໜອງ, ສັດໃຫຍ່ ແລະ ສັດປີກລວມຈໍານວນ 13 ພັນກວ່າໂຕ. ໃນນີ້ ສະເພາະຜົນກະທົບຈາກພາຍຸຢາກິ (YAKI) ມາຮອດປັດຈຸບັນມີທັງໝົດ 8 ແຂວງ ຊຶ່ງແຂວງທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່ ແມ່ນແຂວງຫລວງນໍ້າທາ ແລະ ນະຄອນຫລວງວຽງຈັນ.

ບັນຫາໄພພິບັດແມ່ນສາມາດ ເກີດຂຶ້ນໄດ້ທຸກເວລາໃນທົ່ວໂລກ ຊຶ່ງບໍ່ສາມາດຫລີກລ່ຽງໄດ້. ສໍາລັບ ປີ 2024 ນີ້, ເປັນປີທີ່ບັນດາປະເທດທົ່ວໂລກປະສົບໄພທໍາມະຊາດຮ້າຍແຮງ ໂດຍສະເພາະໃນລະດູຝົນນີ້, ທີ່ ສປປ ລາວ ພວມປະສົບໄພນໍ້າຖ້ວມໜັກ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ຊີວິດ, ຊັບສິນຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ໂຄງລ່າງພື້ນຖານທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຢູ່ບັນດາແຂວງຕ່າງໆ ໃນທົ່ວປະເທດລວມທັງນະຄອນຫລວງວຽງຈັນ. ສິ່ງສຳຄັນໃນການປ້ອງກັນແມ່ນຕ້ອງຕິດຕາມສະພາບດິນຟ້າອາກາດ ເພື່ອຮັບມືກັບໄພພິບັດທີ່ອາດຈະເກີດ ດັ່ງທີ່ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ໃຫ້ທິດຊີ້ນຳໃນການປ້ອງກັນ ແລະ ແກ້ໄຂໄພພິບັດທາງທຳມະຊາດເມື່ອບໍ່ດົນນີ້ວ່າ: ໃຫ້ຄະນະນຳທຸກຂັ້ນຕ້ອງກໍານົດແຜນລະອຽດ ເພື່ອກະກຽມຄວາມພ້ອມການຊ່ວຍເຫລືອທາງດ້ານກໍາລັງ, ເຄື່ອງອຸປະກອນຊ່ວຍເຫລືອ ແລະ ເຄື່ອງຊ່ວຍເຫລືອອຸປະໂພກ, ບໍລິໂພກຕ່າງໆ. ສຳລັບການແກ້ໄຂໄພພິບັດຕ້ອງເຝົ້າຕິດຕາມລະວັງ ໂດຍມີການຈັດຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບ ລະອຽດຈະແຈ້ງ, ລົງເລິກຊີ້ນໍາໃຫ້ແທດຕົວຈິງ, ມີລະບົບການປະສານງານທີ່ສະດວກ, ວ່ອງໄວ, ມີແຜນ ການແກ້ໄຂທີ່ດີ, ມີການຕິດຕາມກວດກາຢ່າງເປັນປົກກະຕິ, ເມື່ອ ພົບບັນຫາຍຸ້ງຍາກໃຫ້ມີການປຶກສາຫາລືກັນ ຫລື ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ, ເດັດຂາດບໍ່ໃຫ້ ຊັກຊ້າແກ່ຍາວ; ເອົາໃຈໃສ່ໂຄສະນາ ປະຊາສຳພັນ ແຈ້ງເຕືອນໃຫ້ພໍ່ແມ່ ປະຊາຊົນ ຈົ່ງມີສະຕິລະມັດລະວັງ, ຕິດຕາມຂ່າວສານຢ່າງທົ່ວເຖິງ ກ່ຽວກັບການປ່ຽນແປງຂອງສະພາບອາກາດ ຜ່ານທາງສື່ອອນລາຍ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ຊິດເປັນແຕ່ລະໄລຍະ, ການໂຄສະນາເຜີຍແຜ່ກະຈາຍຂ່າວຢ່າງກວ້າງຂວາງ ໂດຍສະເພາະການສະໜັບສະໜູນປະກອບສ່ວນຂອງທຸກພາກສ່ວນໃນສັງຄົມ ລວມທັງການ ລົງຕິດຕາມບັນຊາແກ້ໄຂບັນຫາຢູ່ພື້ນທີ່ຕົວຈິງຂອງການນໍາທຸກັ້ນ ເພື່ອອອກຂ່າວໃຫ້ຖືກຕ້ອງກັບຄວາມຈິງ ທັງເປັນການຕ້ານຫາງສຽງບໍ່ດີ ທີ່ເປັນການໃສ່ຮ້າຍປ້າຍສີ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງກໍຄືການສ້າງຄວາມປັ່ນປ່ວນຕ່າງໆ; ການບໍລິຫານຈັດການນໍ້າຂອງເຂື່ອນຕ່າງໆ ຕ້ອງຮັບປະກັນຄວາມປອດ ໄພ ແລະ ລະບາຍນໍ້າອອກຕ້ອງມີ ການປະສານງານກັນຄັກແນ່; ເອົາໃຈໃສ່ຕໍ່ວຽກງານການປ້ອງກັນຄວາມສະຫງົບ, ປົກປັກຮັກສາວັດຖຸສິ່ງຂອງປະຊາຊົນໃຫ້ດີ, ບໍ່ໃຫ້ມີການສວຍໂອກາດ ໂດຍສະເພາະ ບັນຫາຂີ້ລັກ ແລະ ການຂຶ້ນລາຄາສິນຄ້າທີ່ອາດເກີດຂຶ້ນ; ມອບໃຫ້ ຄະນະກໍາມະການຄະນະຄຸ້ມຄອງໄພ ພິບັດຂັ້ນສູນກາງຕິດຕາມ, ກວດກາ, ເກັບກໍາສັງລວມບັນດາຂໍ້ມູນຜູ້ທີ່ໄດ້ຮັບຜົນກະທົບທັງໝົດ ໂດຍສະເພາະແຜນຄວາມຕ້ອງການຕົວຈິງຕ່າງໆ ໃນສະເພາະໜ້າ ແລະ ຍາວນານ ສິ່ງສໍາຄັນແມ່ນຫລີກລ່ຽງການຂຶ້ນແຜນທີ່ຊໍ້າຊ້ອນ ເພື່ອເປັນການສວຍໂອກາດ.

ເຖິງຢ່າງໃດກໍ່ຕາມ, ໃນສະພາບຫຍຸ້ງຍາກ, ປວງຊົນລາວຕ້ອງມີຄວາມສາມັກຄີ ຮ່ວມກັນແກ້ໄຂບັນຫາ, ເພື່ອປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ ໃຫ້ບັນລຸຜົນເປັນກ້າວໆ ເຊື່ອໝັ້ນວ່າ ດ້ວຍພະລັງແຫ່ງຄວາມສາມັກຄີພວກເຮົາ ຈະພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໄປໄດ້ຢ່າງມີໄຊ.

ໂດຍ: ໄໝຄຳ ຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top