ສື່ອອນລາຍມີອິດທິພົນໃນຍຸກໃໝ່ ແຕ່ຕ້ອງໃຊ້ຢ່າງມີສະຕິ

20/09/2024 08:33
ຂປລ ວິວັດທະນາການຂອງສັງຄົມ ໄດ້ມີການພັດທະນາໄປຢ່າງກ້າວກະໂດດ, ໂດຍສະເພາະພາຍຫລັງກ້າວເຂົ້າສູ່ສັດຕະວັດໃໝ່ທີ 21 ມານີ້.

 *ວິວັດທະນາການຂອງສັງຄົມ ໄດ້ມີການພັດທະນາໄປຢ່າງກ້າວກະໂດດ, ໂດຍສະເພາະພາຍຫລັງກ້າວເຂົ້າສູ່ສັດຕະວັດໃໝ່ທີ 21 ມານີ້, ຂົງເຂດວຽກງານສື່ສານມວນຊົນຂໍ້ມູນຂ່າວສານແມ່ນມີການພັດທະນາຢ່າງວ່ອງໄວເຮັດໃຫ້ພວກເຮົາຮັບຮູ້ການເຄື່ອນໄຫວປ່ຽນແປງຂອງສັງຄົມໄດ້ຕະຫລອດເວລາ, ໂດຍສະເພາະແມ່ນສື່ສັງຄົມອອນລາຍເຊັ່ນ: ເຟສບຸກ, ຢູທູບ, ທະວິດເຕີ ແລະ ອື່ນໆ, ພວມກາຍເປັນເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາມີບົດບາດສຳຄັນຕໍ່ການດຳລົງຊີວິດຂອງຄົນ ເພາະເຂົ້າເຖິງແຫລ່ງຂໍ້ມູນຂ່າວສານຢ່າງງ່າຍດາຍ, ບໍ່ວ່າຈະຢູ່ມູມໃດຂອງໂລກແມ່ນສາມາດຕິດຕໍ່ສື່ສານ, ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນຢ່າງວ່ອງໄວພຽງແຕ່ ເຊື່ອມຕໍ່ລະບົບອິນເຕີເນັດກໍສາມາດ ສ້າງສັງຄົມໃໝ່ຂຶ້ນມາໃນໂລກອອນລາຍໄດ້.

ແຕ່ສິ່ງດັ່ງກ່າວນີ້ ມັນມີທັງດ້ານບວກ ແລະ ດ້ານລົບ ດັ່ງນັ້ນ ຜູ້ຊົມໃຊ້ຕ້ອງມີສະຕິໃນການບໍລິໂພກຂໍ້ມູນຂ່າວສານຕ່າງໆ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸມຄົນບໍ່ດີ ເພາະການໃຊ້ສື່ອອນລາຍທີ່ຂາດການຢັບຢັ່ງສັ່ງໃຈ, ຂາດການພິຈາລະນາຢ່າງຖີ່ຖ້ວນຮອບຄອບ ແລະ ຂາດຈັນຍາບັນເຊັ່ນ: ມີການເອົາຮູບພາບທີ່ບໍ່ເໝາະສົມ, ລາມົກອານາຈານ, ບໍ່ ເຄົາລົບຕໍ່ສິດທິຂອງຜູ້ເສຍຫາຍ, ບຸກຄົນອື່ນ ແລະ ມີການສະແດງຄວາມຄິດເຫັນທີ່ບໍ່ສ້າງສັນໃສ່ຮ້າຍປ້າຍສີຜູ້ອື່ນ ແລະ ສົ່ງຜົນເສຍຫາຍຫລາຍຢ່າງຕາມມາ, ບາງຄັ້ງອາດກາຍເປັນການສ້າງຂໍ້ຄັດແຍ່ງທີ່ຮ້າຍແຮງແກ່ສັງຄົມຂຶ້ນເລື້ອຍໆດັ່ງ ຫລາຍເຫດການທີ່ປາກົດຂຶ້ນໃນສັງຄົມ ເຊິ່ງບາງຄັ້ງໄດ້ກໍ່ຄວາມເສຍຫາຍ, ຄວາມເຂົ້າໃຈຜິດ ແລະ ຄວາມສັບສົນວຸ້ນວາຍໃນສັງຄົມເພາະວ່າ ບາງຄັ້ງຜູ້ທີ່ໃຊ້ສື່ອອນລາຍນັ້ນຍັງ ບໍ່ຮູ້ວ່າສິ່ງທີ່ຕົນນຳສະເໜີນັ້ນມີຄວາມເປັນຈິງຊຳໃດ? ອາດກໍ່ໃຫ້ ເກີດສິ່ງທີ່ຜິດພາດກໍເປັນໄດ້.

ດັ່ງນັ້ນ, ຜູ້ບໍລິໂພກສື່ອອນລາຍ ກໍຕ້ອງຮູ້ຈັກເບິ່ງ, ຕ້ອງຈຳແນກອັນໃດຖືກ, ອັນໃດຜິດ, ອັນໃດດີ ຫລື ບໍ່ດີ ແລະ ຂະນະດຽວກັນຜູ້ນຳໃຊ້ສື່ດັ່ງກ່າວກໍຕ້ອງມີຈັນຍາບັນ ແລະ ເພີ່ມຄວາມຮັບພິຊອບຂອງຕົນຕໍ່ສິ່ງທີ່ໄດ້ກະທຳໃຫ້ມີຜົນປະໂຫຍດຕໍ່ຊາດ ແລະ ສັງຄົມແມ່ນຈະເປັນການດີສຸດ ເພື່ອພວກເຮົາໄດ້ຢູ່ຮ່ວມກັນ ດ້ວຍຄວາມຜາສຸກ.

ໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top