ບໍ່ຄວນສ້າງຂໍ້ມູນຂ່າວສານ ອັນບໍ່ເປັນປະໂຫຍດ

19/09/2024 08:40
Email Print 122
ຂປລ ໃນຍຸກສະໄໝເຕັກໂນໂລຊີຂໍ້ມູນຂ່າວສານໂທລະຄົມມະນາຄົມທັນສະໄໝ ເຊິ່ງພວກເຮົາພາ ກັນໃຊ້ຄໍາວ່າ ອັດສະລິຍະ ອັນເປັນນະວັດຕະກໍາທີ່ລໍ້າສະໄໝ.

*ໃນຍຸກສະໄໝເຕັກໂນໂລຊີຂໍ້ມູນ ຂ່າວສານ ໂທລະຄົມມະນາຄົມ ທັນ ສະໄໝ ເຊິ່ງພວກເຮົາພາກັນໃຊ້ຄໍາ ວ່າ ອັດສະລິຍະ ອັນເປັນນະວັດຕະ ກໍາທີ່ລໍ້າສະໄໝ ນັບແຕ່ສັງຄົມມະ ນຸດໄດ້ວິວັດມາ, ດຽວນີ້ເປັນການປະຕິວັດອຸດສາຫະກໍາຍຸກ 4.0 , ໂລກ ບໍ່ຢຸດຈຶ້ງຂຶງກ້າມບ່ອນເກົ່າ ແຕ່ໄດ້ມີການພັດທະນາກ້າວໜ້າໄປຊັກໄຊ້. ຜູ້ໃດມີເຄື່ອງມືນີ້ໄດ້ ແລະ ຄົນໄດ້ ຮັບການພັດທະນາຢ່າງທັນການ ຖືວ່າບໍ່ຕົກໃນທ່າເສຍປຽບ. ມາພ້ອມກັບບັນດາປະໂຫຍດຫລວງຫລາຍບົນເຄືອຂ່າຍອິນເຕີເນັດ, ກໍ່ບໍ່ອາດປາສະຈາກສິ່ງຫຍໍ້ທໍ້ ອັນເກີດຈາກຜູ້ສວຍໂອກາດຫວັງຜົນປະໂຫຍດຕ່າງໆກັນໄປ ເຊິ່ງມັນຮຽກຮ້ອງໃຫ້ເຮົາມີສະຕິໃນການຊົມໃຊ້ໝາກຜົນແຫ່ງຄວາມກ້າວໜ້າໃນຍຸກ 4.0 ຢ່າງຈິງຈັງ.

ບັນຫາສະພາບແວດລ້ອມ ແລະ ໄພພິບັດທາງທໍາມະຊາດ ທັງພະຍາດລະບາດ, ນໍ້າຖ້ວມ, ດິນເຈື່ອນ, ແຫ້ງແລ້ງ, ແມງໄມ້ທໍາລາຍພືດຜັກ... ພວມເປັນໜຶ່ງໃນສິ່ງທ້າທາຍຕໍ່ການພັດທະນາຢູ່ໃນທົ່ວໂລກ, ບໍ່ຍົກເວັ້ນປະເທດທຸກ-ຮັ່ງ...ຕົ້ນເດືອນກັນຍານີ້, ພາຍຸຢາກິ ເຮັດໃຫ້ຫລາຍປະເທດພາກພື້ນພວກເຮົາຖືກກະທົບແຮງ. ປະເທດລາວເຮົາ ເຖິງວ່າຢູ່ປາຍພາຍຸ ເມື່ອເບິ່ງໃສ່ບັນດາປະເທດທິດຕາເວັນອອກ, ແຕ່ຜົນເສຍຫາຍຈາກໄພນໍ້າຖ້ວມນໍ້າຊຸ ດິນເຈື່ອນ ແມ່ນໜັກໜ່ວງ, ໃນສະພາບເງື່ອນໄຂຂອງພວກເຮົາ ຍັງມີຄວາມຈໍາກັດ ຫລາຍດ້ານໃນການແກ້ໄຂ. ບັນຫານີ້ບໍ່ມີແຕ່ປະເທດເຮົາ, ໃນສະພາບຫຍຸ້ງຍາກພວກເຮົາໄດ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງເຖິງຖອງຂອງການນໍາພັກ-ລັດແຕ່ລະຂັ້ນ ແລະ ປວງຊົນລາວທົ່ວປະເທດ ກໍ່ຄື ຄົນເຊື້ອຊາດລາວທີ່ອາໄສຢູ່ບັນດາປະເທດ ລວມທັງເພື່ອນມິດສາກົນໃນການແກ້ໄຂບັນຫາບັນເທົາຄວາມຫຍຸ້ງຍາກ.

ເຖິງຢ່າງໃດກໍ່ຕາມ, ໃນສະພາບຫຍຸ້ງຍາກ, ປວງຊົນລາວມີຄວາມສາມັກຄີອ້ອມຂ້າງພັກ-ລັດຮ່ວມກັນ ແກ້ໄຂບັນຫາ, ແຕ່ພວກຄົນບໍ່ຫວັງດີທີ່ມັກອ້າງຕົນວ່າຫວັງດີຕໍ່ຊາດທີ່ເປັນໄມ້ມືໃຫ້ສັດຕູ ຊໍ້າພັດສ້າງຂໍ້ມູນຂ່າວສານທີ່ບິດເບືອນ ຫວັງທໍາລາຍຄວາມສາມັກຄີພາຍໃນ, ບາງຂໍ້ມູນຂ່າວສານມີການຕື່ມແຕ່ງ ຫວັງທໍາລາຍພາບພົດຂອງປະເທດຊາດ, ການນໍາ ແລະ ຄົນລາວທີ່ຮັກຊາດອັນແທ້ຈິງ. ໃນໂລກອອນລາຍມີຫລາຍສິ່ງຢ່າງ, ສະນັ້ນ ບັນຫາທີ່ຖືກຕັ້ງຂຶ້ນ ເພື່ອຢາກແລກປ່ຽນນໍາຜູ້ອ່ານກໍ່ ແມ່ນພວກເຮົາສືບຕໍ່ສາມັກຄີກັນໃຫ້ ເປັນປຶກແຜ່ນຢູ່ອ້ອມຂ້າງພັກ ເພື່ອປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ ໃຫ້ບັນລຸຜົນເປັນກ້າວໆໄປ. ຮຽກຮ້ອງໃຫ້ບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ, ໃຫ້ກໍາລັງໃຈເຊິ່ງກັນ ແລະ ກັນ, ໂດຍສະເພາະໃນຍາມຫຍຸ້ງຍາກຄືແນວນີ້ ບໍ່ມີຈັກເທື່ອດອກ ພວກຄົນບໍ່ດີ ຈະມາຊ່ວຍພໍ່ແມ່ປະຊາຊົນເຮົາ, ພວກເຂົາມີແຕ່ຊໍ້າຕື່ມ, ຫຍໍ້ຫຍັນ ໝື່ນອັນພັນແນວ ເພື່ອຫວັງສ້າງຄວາມແຕກແຍກພາຍໃນພວກເຮົາ.

ສະຫລຸບແລ້ວແມ່ນຍາກແລກປ່ຽນວ່າ ໃນສະພາບໃດກໍ່ກໍ່ຕາມ ການມີສະຕິຂອງຄົນດີຕໍ່ການຮັບຂໍ້ມູນຂ່າວສານໃນໂລກອອນລາຍແມ່ນສໍາຄັນຫລາຍ, ທັງບໍ່ຄວນສ້າງອັນທີ່ບໍ່ເປັນປະໂຫຍດ ເພື່ອປັ່ນປ່ວນສັງຄົມ. ລະບຽບກົດໝາຍປະເທດໃດກໍ່ມີ ເພື່ອດັດປັບສາຍພົວພັນສັງຄົມ, ສະຕິແຫ່ງການນັບຖືກົດໝາຍຄວນມາກ່ອນ, ເມື່ອມີການກະທໍາທີ່ລະເມີດ ກໍ່ຖືກປະຕິບັດຢ່າງຈິງຈັງສະເໝີພາບ, ຄອບຄົວເຕືອນກັນ-ສັງຄົມ ເຕືອນກັນການຮັບເອົາ, ເຜີຍແຜ່ຂໍ້ມູນຂ່າວສານຜ່ານລະບົບອິນເຕີເນັດຢູ່ພາຍໃນກົດໝາຍ, ບໍ່ເປັນການສ້າງ ຄວາມວຸ້ນວາຍປັ່ນປ່ວນ, ເຈົ້າໜ້າທີ່ຄຸ້ມຄອງກວດກາ ເຫັນການລະເມີດບັນຫານ້ອຍກໍ່ບໍ່ຄວນຖືເບົາ.

ໂດຍ: ຄ້ອງໃໝ່.

KPL

ຂ່າວອື່ນໆ

ads
ads

Top