ສປຈີນ ເປີດໂຄງການໃໝ່ຊຸກຍູ້ການຕັ້ງໂຮງງານຜະລິດທີ່ທັນສະໄໝ

20/09/2024 12:30
ຂປລ ຄະນະກຳມະການ ວັດທະນະທຳ ແລະ ເຕັກໂນໂລຊີ ແຫ່ງເຂດບໍລິຫານພິເສດ ຮົ່ງກົງ ທາງພາກໃຕ້ຂອງ ສປຈີນ ໄດ້ເປີດໂຄງການ ສະໜັບສະໜູນ ເງິນທຶນ ໃຫ້ແກ່ ຜູ້ປະກອບການ ໃນກຸ່ມອຸດສາຫະກຳ ທີ່ມີຄວາມສຳຄັນ ທາງຍຸດທະສາດ ເພື່ອຈັດຕັ້ງ ເປັນໂຮງງານຜະລິດ ທີ່ທັນສະໄໝ

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ຄະນະກຳມະການ ວັດທະນະທຳ ແລະ ເຕັກໂນໂລຊີ ແຫ່ງເຂດບໍລິຫານພິເສດ ຮົ່ງກົງ ທາງພາກໃຕ້ຂອງ ສປຈີນ ໄດ້ເປີດໂຄງການ ສະໜັບສະໜູນ ເງິນທຶນ ໃຫ້ແກ່ ຜູ້ປະກອບການ ໃນກຸ່ມອຸດສາຫະກຳ ທີ່ມີຄວາມສຳຄັນ ທາງຍຸດທະສາດ ເພື່ອຈັດຕັ້ງ ເປັນໂຮງງານຜະລິດ ທີ່ທັນສະໄໝ ແຫ່ງໃໝ່ ໃນເຂດບໍລິຫານພິເສດ ຮົ່ງກົງ ຂອງສປຈີນ  ມູນຄ່າ 10 ຕື້ໂດລາຮ່ົງກົງ. ສຳລັບ ໂຄງການເລັ່ງລັດ ການສ້າງເປັນ ອຸດສາຫະກຳໃໝ່ (NIAS) ຈະສົ່ງເສີມ ຜູ້ປະກອບການ ໃຊ້ປະໂຫຍດ ຈາກວັດທະນະທຳ ແລະ ເຕັກໂນໂລຊີ ເພື່ອສ້າງການຜະລິດ ທີ່ທັນສະໄໝ ແລະ ເພີ່ມຂິດ ຄວາມສາມາດ ທາງການແຂ່ງຂັນ.

ອຸດສາຫະກຳ ທີ່ມີຄວາມສຳຄັນ ທາງຍຸດທະສາດ ໄດ້ແກ່ ເຕັກໂນໂລຊີ ເພື່ອຊີວິດ ແລະ ສຸຂະພາບ ປັນຍາປະດິດ (AI) ແລະ ວິທະຍາດ້ານຂໍ້ມູນ, ການຜະລິດຂັ້ນສູງ ແລະ ເຕັກໂນໂລຊີ ພະລັງງານໃໝ່,ໂດຍຈຳນວນເງິນສູງສຸດ ທີ່ລັດຖະບານ ສປຈີນ (ເຂດຮົ່ງກົງ) ຈະສະໜັບ ສະໜູນ ເປັນຈຳນວນເງິນ ທີ່ຕໍ່າກວ່າ ລະຫວ່າງ 1 ໃນ 3  ຂອງຄ່າໃຊ້ຈ່າຍ ສຳລັບໂຄງການທີ່ໄດ້ຮັບ ອະນຸມັດທັງໝົດ 200 ລ້ານໂດລາຮົ່ງກົງ.
KPL

ຂ່າວອື່ນໆ

ads
ads

Top