ເຈົ້າຄອງນະຄອນຫລວງວຽງຈັນ ພົບປະຮອງເຈົ້າແຂວງຊຽມຣຽບ

17/09/2024 20:08
Email Print 244
ຂປລ ຂປລ. ໃນວັນທີ 17 ກັນຍາ 2024, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອິງ ກີມລຽງ ຮອງເຈົ້າແຂວງຊຽມຣຽບ ແຫ່ງຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍ ບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນ ທີ່ນໍາໃຊ້ພາສາຝຣັ່ງ AIMF (RVASE) ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ ລະຫວ່າງວັນທີ 17-19 ກັນຍາ 2024.

ຂປລ. ໃນວັນທີ 17 ກັນຍາ 2024, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອິງ ກີມລຽງ ຮອງເຈົ້າແຂວງຊຽມຣຽບ ແຫ່ງຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີ ເຈົ້ານະຄອນອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍ ບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນ ທີ່ນໍາໃຊ້ພາສາຝຣັ່ງ AIMF (RVASE) ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ ລະຫວ່າງວັນທີ 17-19 ກັນຍາ 2024.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການພົບປະຄັ້ງນີ້, ພ້ອມທັງຖືໂອກາດນີ້, ລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມ ໃນ 6 ເດືອນຕົ້ນປີ 2024 ເປັນຕົ້ນ ຂະແໜງກະສິກຳ ມີຂະຫຍາຍຕົວເພີ່ມຂຶ້ນ 4,2% ກວມເອົາ 13% ຂອງ GDP,  ຂະແໜງອຸດສາຫະກຳ ຂະຫຍາຍຕົວເພີ່ມຂຶ້ນ 7,05% ກວມເອົາ 48% ຂອງ GDP ແລະ ຂະແໜງການບໍລິການ ຂະຫຍາຍຕົວ ເພີ່ມຂຶ້ນ 3,8% ກວມ ເອົາ 39% ຂອງ GDP. ສຳລັບການຈັດຕັ້ງປະຕິບັດ ວຽກງານຮັກສາຄວາມສະອາດຕົວເມືອງ, ອະນາໄມເສັ້ນທາງສາຍຫລັກ ແລະ ແຜນງານຕ່າງໆ ກ່ຽວກັບ ການຄຸ້ມຄອງຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ ຕາມຍຸດທະສາດ ແລະ ແຜນດໍາເນີນງານການຄຸ້ມຄອງຂີ້ເຫຍື້ອແບບຢືນຢົງ ປີ 2021-2030; ສ້ອມແປງ ປະດັບປະດາຕາມເສັ້ນທາງຖະໜົນສາຍຫລັກ, ບັນດາໂຮງແຮມ, ຮ້ານອາຫານ, ສວນສາທາລະນະຕ່າງໆ ເພື່ອກະ ກຽມຕ້ອນຮັບກອງປະຊຸມອາຊຽນຄັ້ງທີ 44-45 ທີ່ ສປປ ລາວ ຈະເປັນເຈົ້າພາບ ໃນເດືອນຕຸລາ ປີ 2024 ທີ່ຈະມາເຖິງ. ນອກຈາກນີ້,  ທ່ານເຈົ້າຄອງຍັງໄດ້ສະເໜີ ໃຫ້ມີການແລກປ່ຽນບົດຮຽນ ກ່ຽວກັບການສົ່ງເສີມວຽກງານການທ່ອງທ່ຽວ, ການຄຸ້ມຄອງ-ອະນຸລັກຮັກສາສະຖານທີ່ທ່ອງທ່ຽວ ທາງປະ ຫວັດສາດ ແລະ ວັດທະນະທໍາ ເຊິ່ງເຫັນວ່າແຂວງຊຽມຣຽບ ມີບົດຮຽນ ຫລາຍໃນດ້ານນີ້ ແລະ ຮ່ວມມືໃນດ້ານອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ຈົນກ້າວໄປສູ່ການສ້າງນະຄອນມິດຕະພາບ ຮ່ວມກັນໃນອະນາຄົດ.

ໂອກາດນີ້, ທ່ານ ອິງ ກີມລຽງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານເຈົ້າຄອງນະຄອນຫລວງວຽງຈັນ ທີ່ໄດ້ໃຫ້ກຽດເຂົ້າພົບປະຄັ້ງນີ້,  ພ້ອມທັງ ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້, ອວຍພອນໃຫ້ກອງປະຊຸມ ໄດ້ຮັບຜົນສຳເລັດ ຕາມລະດັບຄາດໝາຍທີ່ວາງໄວ້ ເຊິ່ງການພົບປະກັນໃນຄັ້ງນີ້, ເປັນຂີດໝາຍສໍາຄັນຂອງການພົວພັນຮ່ວມມື ລະຫວ່າງສອງນະຄອນ ເພື່ອເປັນການເສີມຂະຫຍາຍ ການພົວພັນຮ່ວມມືຂອງສອງນະຄອນ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຕົວຈິງ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top