ລາຄາທີ່ດິນໃນ ຍີ່ປຸ່ນ ເພີ່ມຂຶ້ນເປັນປີທີສາມຕິດຕໍ່ກັນ

20/09/2024 12:32
ຂປລ ຂໍ້ມູນຈາກ ລັດຖະບານ ຍີ່ປຸ່ນ ຊີ້ແຈງວ່າ: ລາຄາທີ່ດິນ ສະເລ່ຍ ໃນປະເທດ ເມື່ອລວບລວມຂໍ້ມູນ ແລະ ວິເຄາະ ຈົນເຖິງວັນທີ 1 ກໍລະກົດ ຜ່ານມາ ເພີ່ມຂຶ້ນ 1,4% ເມື່ອທຽບກັບ ປີກາຍ, ຊຶ່ງເປັນການເພີ່ມຂຶ້ນ ເປັນປີທີ 3 ຕິດຕໍ່ກັນ.

ຂປລ.ສຳນັກ​ຂ່າວ ​ຊິນ​ຮວາ​ ຂອງ ສປຈີນ,​ ຂໍ້​ມູນ​ຈາກ ລັດຖະບານ ຍີ່ປຸ່ນ ຊີ້​ແຈງ​ວ່າ: ລາຄາ​ທີ່​ດິນ ​ສະ​ເລ່ຍ ​ໃນ​ປະ​ເທດ ​ເມື່ອ​ລວບ​ລວມຂໍ້​ມູນ ​ແລະ ວິ​ເຄາະ​ ຈົນ​ເຖິງ​ວັນ​ທີ 1 ກໍລະກົດ ​ຜ່ານ​ມາ ​ເພີ່ມ​ຂຶ້ນ 1,4% ​ເມື່ອ​ທຽບ​ກັບ​ ປີ​ກາຍ, ຊຶ່ງ​ເປັນ​ການ​ເພີ່ມ​ຂຶ້ນ ​ເປັນ​ປີ​ທີ 3 ຕິດ​ຕໍ່​ກັນ. ​ໂດຍ​ກະຊວງ​ທີ່​ດີ​ນ ພື້ນຖານ​ໂຄງ​ລ່າງ ການ​ຂົ​ນສົ່ງ ​ແລະ ທ່ອງ​ທ່ຽວຂອງ ຍີ່ປຸ່ນ ລະບຸ​ວ່າ: ລາຄາ​ທີ່​ດິນ​ ເຊິ​ງການ​ຄ້າ ​ເພີ່ມ​ຂຶ້ນ 2,4% ສ່ວນ​ລາຄາ ​ທີ່​ດິນ ​ເພື່ອ​ການ​ຢູ່​ອາ​ໄສ ​ເພີ່ມ​ຂຶ້ນ 0,9%, ຊຶ່ງ​ທັງ​ສອງ​ປະ​ເພດ​ນີ້ ລາຄາ​ເພີ່ມ​ຂຶ້ນ ​ເປັນ​ປີ​ທີ​ສາມ ​ຕິດ​ຕໍ່​ກັນ ​ແລະ ​ເພີ່ມ​ຂຶ້ນ​ໃນ​ອັດຕາ ​ທີ່​ວອງ​ໄວ ທີ່​ສຸດນັບ​ຕັ້ງ​ແຕ່​ປີ 1992.

          ໃນ​ຂະນະ​ທີ່ ລາຄາ​ທີ່​ດິນ ​ເພື່ອ​ການ​ຢູ່​ອາ​ໄສ ​ເພີ່ມ​ຂຶ້ນ​ເປັນ​ປີ​ທີ 3 ຕິດ​ຕໍ່​ກັນ ​ໃນ​ເຂດ​ມະຫາ​ນະຄອນ ຂະໜາດ​ໃຫຍ່ ທີ່​ສຸດ 3 ​ແຫ່ງ​ຂອງ​ຍີ່ປຸ່ນ ​ໄດ້​ແກ່: ນະຄອນຫລວງ ​ໂຕ​ກຽວ, ​ເມືອງ​ໂອຊາ​ກາ ​ແລະ ​ເມືອງ​ນາ​ໂກ​ຢາ. ສ່ວນ​ລາຄາ​ທີ່​ດິນ ດ້ານ​ການ​ຄ້າ ​ເພີ່ມ​ຂຶ້ນ​ຕໍ່​ເນື່ອງ ​ເປັນ​ໄລຍະ​ເວລາ 12 ປີຕິ​ດຕໍ່​ກັນ.

ສ່ວນ​ລາຄາ​ທີ່​ດິນ ​ລະດັບ ​ພາກ​ພື້ນ ຍັງ​ເພີ່ມ​ຂຶ້ນ ​ເປັນ​ປີ​ທີ 2 ຕິດຕໍ່​ກັນ ​ໂດຍ​ລາຄາ​ທີ່​ດິນ ​ເພື່ອ​ການ​ຢູ່​ອາ​ໄສ ​ເພີ່ມ​ຂຶ້ນ 0,1% ​ແລະ ລາຄາ​ທີ່​ດິນ ​ເຊິ​ງການ​ຄ້າ ​ເພີ່ມ​ຂຶ້ນ 0,9%.

KPL

ຂ່າວອື່ນໆ

ads
ads

Top