ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ເປີດຂະບວນແຂ່ງຂັນກິລາ

17/09/2024 20:28
Email Print 191
ຂປລ ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການແຂ່ງຂັນກິລາ ເພື່ອເສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກໂຮງຮຽນ ​ໃນວັນທີ 17 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນເຜົ່າກອງທັບ, ມີ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ ຫົວໜ້າການທະຫານ, ບັນດາຄະນະພັກ-ຄະນະອໍານວຍການ, ຄະນະໜ່ວຍພັກ 4 ຫ້ອງ, 2 ກອງພັນ ແລະ ນັກກິລາ ເຂົ້າຮ່ວມ.



ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການແຂ່ງຂັນກິລາ ເພື່ອເສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ
I ຂອງຄະນະພັກໂຮງຮຽນ ​ໃນວັນທີ 17 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນເຜົ່າກອງທັບ, ມີ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ ຫົວໜ້າການທະຫານ, ບັນດາຄະນະພັກ-ຄະນະອໍານວຍການ, ຄະນະໜ່ວຍພັກ 4 ຫ້ອງ, 2 ກອງພັນ ແລະ ນັກກິລາ ເຂົ້າຮ່ວມ.

 

ສະຫາຍ ພັນຕີ ຄໍາຫລ້າ ສີວົງສາ ອະນຸກຳມະການດໍາເນີນຊີວິດການເມືອງ ແລະ ສ້າງຂະບວນການ ໄດ້ລາຍງານສະພາບການ ກະກຽມຄວາມພ້ອມໃນການ ຈັດການແຂ່ງຂັນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ
, ສໍາລັບກິລາທີ່ນໍາມາແຂ່ງຂັນໃນຄັ້ງນີ້ມີ 3 ປະເພດກິລາຄື: ກິລາດຶງເຊື່ອກ, ກິລາບານສົ່ງ ແລະ ກິລາເປຕັງ, ການແຂ່ງຂັນ ແມ່ນເລີ່ມຕັ້ງແຕ່ວັນທີ 11 ກັນຍາ 2024 ຫາ 25 ກັນຍາ 2024 ຈຶ່ງຈະສໍາເລັດ ຕາມຄາດໝາຍທີ່ວາງໄວ້. ທັງນີ້, ກໍເພື່ອເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງພັກຂອງລັດຂອງກອງທັບ ​ໂດຍສະເພາະ ແມ່ນເພື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ທີ່ໃກ້ຈະມາ​ເຖິງໃນມໍ່ໆນີ້  ໃຫ້ມີຂະບວນຟົດຟື້ນມ່ວນຊື່ນ, ທັງເປັນການສ້າງຄວາມຮັດແໜ້ນຄວາມສາມັກຄີ ລະຫ່ວາງພາຍໃນ ກົມກອງໂຮງຮຽນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໂອກາດດັ່ງກ່າວ, ສະຫາຍ ພັນເອກ ສະແຫວງ ແດນນາມົນ ກໍໄດ້ເນັ້ນໜັກເຖິງ ຄະນະໜ່ວຍພັກແຕ່ລະຫ້ອງ, ກຳມະການ, ນັກກິລາ ຈົ່ງພ້ອມກັນເອົາໃຈໃສ່ໃນ ການເຂົ້າຮ່ວມຂະບວນການໃນຄັ້ງນີ້ ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ ແລະ ຮຽກຮ້ອງເຖິງກຳມະການ, ນັກກິລາ ຈົ່ງພ້ອມກັນຕັດສິນ ການແຂ່ງຂັນໃຫ້ທ່ຽງທຳ ແລະ ປະຕິບັດກົດລະບຽບ ການແຂ່ງຂັນໃຫ້ເຂັ້ມງວດ. ຈາກນັ້ນ, ສະຫາຍກໍໄດ້ກ່າວເປີດຂະບວນການແຂ່ງຂັນ ຢ່າງເປັນທາງການ.

ຂ່າວ-ພາບ: ຮວຜທ

KPL

ຂ່າວອື່ນໆ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີ

      9/16/2024 4:01:17 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ໂຮງຮຽນວິທະຍາໄລສິລະປະສຶກສາ ໄດ້ມອບເຄື່ອງດົນຕີພື້ນເມືອງ ຈຳນວນ 5 ຊຸດ ໃຫ້ໜ່ວຍສິລະປະ-ວັນນະຄະດີ ສະໝັກຫລິ້ນ ໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ລວມມູນຄ່າ 7,8 ລ້ານກີບ, ມອບໂດຍ ທ່ານ ຈີ້ເຮີ ໄຟບີ ອາຈານສອນດົນຕີພື້ນເມືອງ ໂຮງຮຽນວິທະຍາໄລສິລະປະສຶກສາ, ຕ່າງໜ້າຮັບໂດຍ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

    • ກອງພັນນັກຮຽນທີ 1 ຮວຜທ ສະຫລຸບ ວຽກງານຮອບດ້ານ 6 ເດືອນຕົ້ນປີ 2024ສຶກສາ-ກິລາ

      ກອງພັນນັກຮຽນທີ 1 ຮວຜທ ສະຫລຸບ ວຽກງານຮອບດ້ານ 6 ເດືອນຕົ້ນປີ 2024

      9/12/2024 7:52:42 PM

      ຂປລ. ກອງພັນນັກຮຽນທີ 1 ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ສະຫລຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ​ໃນ ວັນທີ 12 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ກອງ ຮ້ອຍ ​ແລະ ນ້ອງນັກຮຽນທົ່ວກອງພັນທີ 1 ເຂົ້າຮ່ວມ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫລຸບ ວຽກງານການສຶກສາ ສົກຮຽນ 2023-2024ສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫລຸບ ວຽກງານການສຶກສາ ສົກຮຽນ 2023-2024

      9/12/2024 10:11:56 AM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມສະຫລຸບ ຖອດຖອນບົກ​ຮຽນວຽກງານການສຶກສາ ປະຈຳສົກຮຽນ 2023-2024 ແລະ ທິດທາງແຜນການ ວຽກງານການສຶກສາ ປະຈຳສົກຮຽນ 2024-2025 ​ໃນວັນທີ 11 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ຕະ ຫລອດຮອດຄູ-ອາຈານ ເຂົ້າຮ່ວມ.

    • ໂຮງຮຽນຫງວຽນຢູ ເປີດການຮຽນ-ການສອນ ສົກ 2024-2025ສຶກສາ-ກິລາ

      ໂຮງຮຽນຫງວຽນຢູ ເປີດການຮຽນ-ການສອນ ສົກ 2024-2025

      9/11/2024 2:27:39 PM

      ຂປລ. ໃນວັນທີ 11 ກັນຍາ 2024 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເປີດການຮຽນ-ການສອນ ສົກຮຽນ 2024-2025 ຢ່າງເປັນທາງການ ​ໂດຍມີ ທ່ານ ສຳລານ ພັນທະດີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກສະຖານທູດຫວຽດນາມ ປະຈໍາ ສປປ ລາວ, ປະທານ​ສະມາຄົມຊາວຫວຽດນາມ ປະຈຳນະຄອນຫລວງວຽງຈັນ, ບັນດາຄູ-ອາຈານ, ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ແຂວງສະຫວັນນະເຂດ ພົບບັນຫາການຂາດແຄນຄູສອນສຶກສາ-ກິລາ

      ແຂວງສະຫວັນນະເຂດ ພົບບັນຫາການຂາດແຄນຄູສອນ

      9/9/2024 5:16:40 PM

      ຂປລ. ​ໃນ​ໂອກາດ ຕ້ອນຮັບ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ທີ່ແຂວງສະຫວັນນະເຂດ ວັນ​ທີ 9 ກັນຍາ 2024 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ​ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບສະພາບການ ຂອງວຽກງານການສຶກສາຢູ່ ແຂວງສະຫວັນນະເຂດ ທີ່ມີຂໍ້ຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນ

ads
ads

Top