ສປຈີນ ເລັ່ງສ້າງລະບົບການສະໜອງອາຫານທີ່ມີຄວາມຫລາກຫລາຍ

19/09/2024 16:02
ຂປລ ສປຈີນ ອອກບົດແນະນຳ ກ່ຽວກັບ ການເລັ່ງລັດ ສ້າງລະບົບສະບຽງອາຫານທີ່ມີຄວາມຫລາກຫລາຍ ເພື່ອຮັບປະກັນ ຄວາມໝັ້ນຄົງ ທາງທັນຍາພືດ ແລະ ເສີມສ້າງພາກການກະສິກຳ ໃຫ້ເຂັ້ມແຂງ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງສປຈີນ, ສປຈີນ ອອກ​ບົດ​ແນະ​ນຳ​ ກ່ຽວ​ກັບ ​ການ​ເລັ່ງ​ລັດ ສ້າງ​ລະ​ບົບ​ສະ​ບຽງ​ອາ​ຫານ​ທີ່ມີຄວາມ​ຫລາກ​ຫລາຍເພື່ອຮັບປະກັນ ​ຄວາມ​ໝັ້ນຄົງ ທາງທັນຍາພືດ ແລະ ເສີມສ້າງພາກການກະສິກຳ ໃຫ້ເຂັ້ມແຂງ. ເອກະສານທີ່ເຜີຍແພ່ ສຳນັກງານທົ່ວໄປ ແຫ່ງຄະນະລັດຖະມົນຕີ ສປຈີນ ເປີດເຜີຍວ່າ: ຈະດຳເນີນ ແນວປະຕິບັດຄວບຄຸມ ໃນເລື່ອງອາຫານ, ໂດຍດຳເນີນ ມາດຕະການຕ່າງໆ, ເພື່ອສົ່ງເສີມ ການພັດທະນາ ຄວາມຫລາກຫລາຍ ຂອງອາຫານ ແລະ ເຕັກໂນໂລຊີໃໝ່ໆ ຢ່າງມີປະສິດທິພາບ. ຂະນະທີ່ ສປຈີນ ຈະພະຍາຍາມຂະຫຍາຍ ຊັບພະຍາກອນອາຫານ ຜ່ານຊ່ອງທາງຕ່າງໆເຊັ່ນ: ແຫລ່ງອາຫານ ຈາກປ່າ, ຜະລິດຕະພັນ ທີ່ກິນພືດ, ຜະລິດຕະພັນສັດນໍ້າ ແລະ ອຸດສາຫະກຳເຫັດ ທີ່ສາມາດ ຮັບປະທານໄດ້, ພ້ອມທັງ ຈະສະໜັບ ສະໜູນ ວັດທະນະທຳ ທາງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອປັບປຸງ ຄຸນນະພາບ ແລະ ປະສິດທິພາບ ຂອງການພັດທະນາ ອາຫານ ເຊັ່ນ: ການຄົ້ນຄວ້າ ຂັ້ນພື້ນຖານ ແລະ ເຕັກໂນໂລຊີ ການເພາະພັນ.

KPL

ຂ່າວອື່ນໆ

ads
ads

Top