ຊູແອດ ເພີ່ມງົບປະມານປ້ອງກັນປະເທດໃນປີ 2025 ເປັນ 2,4%

19/09/2024 16:04
ຂປລ ລັດຖະບານ ຊູແອດ ປະກາດເພີ່ມງົບປະມານ ປ້ອງກັນປະເທດ ໃນປີ 2025 ຈຳນວນ 13.000 ລ້ານໂຄຣນາຊູແອດ ຖືເປັນການຮັກສາ ສອດຄອງກັບ ຄ່າໃຊ້ຈ່າຍ ທາງທະຫານ ຂັ້ນຕໍ່າຂອງ ອົງການ ສົນທິສັນຍາ ອັດລັງຕິກເໜືອ (ນາໂຕ).

ຂປລ.ສຳນັກຂ່າວ ເອເອຟພີ ລາຍງານ: ລັດຖະບານ ຊູແອດ ປະກາດເພີ່ມງົບປະມານ ປ້ອງກັນປະເທດ ໃນປີ 2025 ຈຳນວນ 13.000 ລ້ານໂຄຣນາຊູແອດ ຖືເປັນການຮັກສາ ສອດຄອງກັບ ຄ່າໃຊ້ຈ່າຍ ທາງທະຫານ ຂັ້ນຕໍ່າຂອງ ອົງການ ສົນທິສັນຍາ ອັດລັງຕິກເໜືອ (ນາໂຕ). ການເພີ່ມງົບປະມານດັ່ງກ່າວ ຈະເຮັດໃຫ້ງົບປະມານ ປ້ອງກັນປະເທດ ຂອງຊູແອດ ໃນປີ 2025 ຢູ່ທີ່ 138.000 ລ້ານໂຄຣນາ ຊູແອດ ຫລື ກວມເອົາ 2,4% ຂອງລວມຍອດ ຜະລິດຕະພັນ ພາຍໃນປະເທດ (ຈີດີພີ) ຊຶ່ງສູງກວ່າ ເກນຂັ້ນຕໍ່າ 2% ຂອງ ຈີດີພີ ທີ່ນາໂຕ ຄາດຫວັງ ໃຫ້ປະເທດ ສະມາຊິກ ຈັດສັນເພື່ອການ ປ້ອງກັນປະເທດ, ສ່ວນການໃຊ້ຈ່າຍ ດ້ານປ້ອງກັນປະເທດ ໃນປີນີ້ ລັດຖະບານ ຊູແອດ ຄາດການວ່າ ຈະຢູ່ທີ 2,2% ຂອງຈີດີພີ. ຂະນະທີ່ ຊູແອດ ຢຸດຕິນະໂຍບາຍ ບໍ່ແມ່ນຝ່າຍໃດ ທາງທະຫານ ຊຶ່ງດຳເນີນມານານ ປະມານ  2 ທົດສະວັດ ແລະ ເຂົ້າເປັນສະມາຊິກ ລຳດັບທີ 32 ຂອງນາໂຕ ຢ່າງເປັນທາງການ ເມື່ອເດືອນມີນາ ທີ່ຜ່ານມາ./.

KPL

ຂ່າວອື່ນໆ

ads
ads

Top